ເພງສັນລະເສີນ10
1ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງຢືນຢູ່ໄກ?ເປັນຫຍັງພຣະອົງຈຶ່ງເຊື່ອງພຣະອົງເອງໃນຍາມເດືອດຮ້ອນ?2ດ້ວຍຄວາມຈອງຫອງຂອງລາວ ຄົນຊົ່ວຮ້າຍກໍໄລ່ຕາມຄົນອ່ອນແອ,ຜູ້ທີ່ຈັບໄດ້ໃນກົນອຸບາຍທີ່ລາວຄິດຂຶ້ນ.3ລາວໂອ້ອວດຕັນຫາໃນໃຈຂອງຕົນ;ລາວອວຍພອນຄົນໂລບ ແລະ ຕໍ່ວ່າພຣະເຈົ້າຢາເວ4ດ້ວຍຄວາມຈອງຫອງ ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະເຈົ້າ;ບໍ່ເຄີຍມີພຣະເຈົ້າໃນຄວາມຄິດຂອງລາວເລີຍ.5ທາງຂອງລາວແມ່ນຈະເລີນຮຸ່ງເຮືອງຢູ່ສະເໝີລາວໄດ້ປະຕິເສດກົດບັນຍັດຂອງພຣະອົງ ລາວເຢາະເຢີ້ຍສັດຕູທັງໝົດຂອງລາວ.6ລາວບອກໂຕເອງວ່າ, “ບໍ່ມີສິ່ງໃດຈະສັ່ນຄອນຂ້ອຍໄດ້”.ລາວສາບານວ່າ, “ບໍ່ມີຜູ້ໃດຈະເຮັດອັນຕະລາຍໃຫ້ຂ້ອຍໄດ້”.7ປາກຂອງລາວກໍເຕັມໄປດ້ວຍຄຳຕົວະ ແລະ ຄຳຂົ່ມຂູ່;ຄວາມເດືອດຮ້ອນ ແລະ ຄວາມຊົ່ວຮ້າຍແມ່ນຢູ່ກ້ອງລີ້ນຂອງລາວ.8ພວກເຂົານອນໝອບລໍຖ້າຢູ່ໃກ້ໆໝູ່ບ້ານ;ອອກຈາກທີ່ຊ້ອນມາລາວຂ້າຄົນບໍລິສຸດ.ຕາຂອງລາວເຝົ້າເບິ່ງເຫຍື່ອຢ່າງລັບລີ້.9ລາວນອນໝອບລໍຖ້າຢູ່ເໝືອນກັບໂຕສິງທີ່ດັກຖ້າຢູ່.ລາງໝອບລໍຖ້າຈັບຄົນບໍ່ມີທາງສູ້;ລາວຈັບຄົນບໍ່ມີທາງສູ້ ແລະ ລາກພວກເຂົາໄປໃນຕາໜ່າງຂອງລາວ.10ເຫຍື່ອຂອງລາວຖືກບົດຈົນມຸ່ນ, ພວກເຂົາລົ້ມລົງ;ພວກເຂົາຕົກຢູ່ໃຕ້ອຳນາດຂອງລາວ.11ລາວເວົ້າກັບຕົນເອງວ່າ, “ພຣະເຈົ້າຈະບໍ່ມີວັນສັງເກດເຫັນ;ພຣະອົງປິດໜ້າຂອງພຣະອົງ ແລະ ບໍ່ເຄີຍເຫັນເລີຍ”.12ຂ້າແດ່ພຣະເຈົ້າຢາເວ! ຂໍໂຜດລຸກຂຶ້ນ, ຂ້າແດ່ພຣະເຈົ້າ ຂໍໂຜດຍົກມືຂອງພຣະອົງຂຶ້ນ.ຂໍຢ່າລືມຄົນບໍ່ມີທາງສູ້.13ເປັນຫຍັງຄົນຊົ່ວຮ້າຍຈຶ່ງຕໍ່ວ່າພຣະເຈົ້າ?ເປັນຫຍັງລາວຈຶ່ງກ່າວກັບຕົນເອງວ່າ,“ພຣະອົງຈະບໍ່ເອົາເລື່ອງຂ້ອຍ”?14ພຣະເຈົ້າ, ແຕ່ພຣະອົງເຫັນຄວາມເດືອດຮ້ອນຂອງຜູ້ທີ່ທຸກໃຈ;ພຣະອົງລະນຶກເຖິງຄວາມທຸກໂສກຂອງພວກເຂົາ ແລະ ຮັບມັນໄວ້ໃນມືຂອງພຣະອົງ.ຜູ້ທີ່ຕົກເປັນເຫຍື່ອໄດ້ມອບຊີວິດຂອງພວກເຂົາໄວ້ກັບພຣະອົງ;ພຣະອົງເປັນຜູ້ຊ່ວຍຂອງລູກທີ່ກຳພ້າພໍ່15ຂໍໂຜດຫັກແຂນຂອງຄົນຊົ່ວຮ້າຍ;ຮຽກຮ້ອງໃຫ້ຜູ້ທີ່ເຮັດຊົ່ວຮັບຜິດຊອບຕໍ່ຄວາມຊົ່ວຮ້າຍຂອງຕົນເຊິ່ງຍັງບໍ່ມີຜູ້ໃດຮູ້.16ພຣະເຈົ້າຢາເວ ເປັນຈອມກະສັດສືບໄປເປັນນິດ;ບັນດາປະຊາຊາດທັງຫລາຍຈະຈິບຫາຍໄປຈາກແຜ່ນດິນຂອງພຣະອົງ.17ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຍິນຄວາມປາຖະໜາຂອງຜູ້ທີ່ທຸກຍາກ;ພຣະອົງໃຫ້ກຳລັງໃຈພວກເຂົາ ແລະ ຟັງສຽງຮ້ອງຂອງພວກເຂົາ,18ພຣະອົງປົກປ້ອງລູກທີ່ກຳພ້າພໍ່ ແລະ ຜູ້ທີ່ຖືກກົດຂີ່ຂົ່ມເຫັງ,ເພື່ອວ່າມະນຸດທີ່ເປັນຂອງໂລກນີ້ຈະບໍ່ຖືກເຮັດໃຫ້ຢ້ານກົວອີກຕໍ່ໄປ.
Biblica, Inc.