ເພງສັນລະເສີນ8
ເຖິງຫົວໜ້ານັກຮ້ອງ ຕາມທຳນອງກິດທີດ ບົດເພງສັນລະເສີນຂອງດາວິດ.
1ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍທັງຫລາຍ,ນາມຂອງພຣະອົງງາມສະຫງ່າຢູ່ໃນທົ່ວແຜ່ນດິນໂລກແທ້ໆ!ພຣະອົງໄດ້ຕັ້ງສະຫງ່າລາສີຂອງພຣະອົງໃນຟ້າສະຫວັນ2ພຣະອົງຕັ້ງຖານທີ່ໝັ້ນເພື່ອຕໍ່ສູ້ກັບບັນດາສັດຕູຂອງພຣະອົງໂດຍຜ່ານທາງການສັນລະເສີນຂອງເດັກນ້ອຍ ແລະ ເດັກອ່ອນເພື່ອເຮັດໃຫ້ສັດຕູ ແລະ ຄົນທີ່ຄຽດແຄ້ນງຽບໄປ.3ເມື່ອຂ້ານ້ອຍຄຳນຶງເຖິງຟ້າສະຫວັນຂອງພຣະອົງ,ອັນເປັນຜົນງານຂອງມືຂອງພຣະອົງ,ດວງເດືອນ ແລະ ດວງດາວທັງຫລາຍ,ທີ່ພຣະອົງໄດ້ຕັ້ງໄວ້,4ມະນຸດສຳຄັນຫຍັງທີ່ພຣະອົງຈະຕ້ອງຄິດເຖິງພວກເຂົາ?ບຸດຂອງມະນຸດເປັນຜູ້ໃດ ພຣະອົງຈຶ່ງຫ່ວງໃຍພວກເຂົາ?5ພຣະອົງໄດ້ສ້າງພວກເຂົາ ໃຫ້ຕ່ຳກວ່າຊາວສະຫວັນ ພຽງເລັກນ້ອຍແລະ ສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດໃຫ້ພວກເຂົາ.6ພຣະອົງໄດ້ຕັ້ງພວກເຂົາໃຫ້ປົກຄອງສິ່ງສາລະພັດທີ່ພຣະອົງສ້າງຂຶ້ນ;ພຣະອົງໄດ້ວາງທຸກສິ່ງໄວ້ຢູ່ໃຕ້ຕີນຂອງພວກເຂົາ.7ຝູງແບ້, ຝູງແກະ ແລະ ຝູງງົວທັງໝົດ,ແລະ ສັດປ່າທັງຫລາຍ,8ຝູງນົກໃນອາກາດ,ແລະ ປາໃນທະເລ,ທຸກສິ່ງທີ່ລອຍໄປມາໃນທະເລ.9ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍ,ນາມຂອງພຣະອົງງາມສະຫງ່າທົ່ວແຜ່ນດິນໂລກແທ້ໆ!Biblica, Inc.