ເພງສັນລະເສີນ88

(ບົດເພງ, ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ, ເຖິງ​ຫົວໜ້າ​ນັກຮ້ອງ, ຕາມ​ທຳນອງ​ມາຮາລາດ​ເລອັນໂນດ, ມັດຄິນ ​ຂອງ​ເຮມານ​ວົງ​ເອສະຣາ)

1ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ;ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ.2ຂໍ​ໃຫ້​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ນັ້ນ​ຂຶ້ນ​ມາ​ເຖິງ​ຕໍ່ໜ້າ​ພຣະອົງໂຜດ​ອ່ຽງ​ຫູ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍ​ດ້ວຍ.
3ເພາະ​ຂ້ານ້ອຍ​ນັ້ນ​ຈົມ​ຢູ່​ໃນ​ຄວາມ​ເດືອດຮ້ອນແລະ ຊີວິດ​ຂອງ​ຂ້ານ້ອຍ​ກໍ​ໃກ້​ຈະ​ຕາຍ.4ຂ້ານ້ອຍ​ຖືກ​ນັບ​ລວມ​ຢູ່​ໃນ​ບັນດາ​ຄົນ​ທີ່​ລົງ​ໄປ​ສູ່​ຂຸມ;ຂ້ານ້ອຍ​ເປັນ​ເໝືອນ​ຄົນ​ທີ່​ບໍ່​ມີ​ກຳລັງ.5ຂ້ານ້ອຍ​ຖືກ​ແຍກ​ໄວ້​ກັບ​ຄົນ​ຕາຍເໝືອນ​ຜູ້​ທີ່​ຖືກ​ຂ້າ​ທີ່​ນອນ​ຢູ່​ໃນ​ຂຸມ​ຝັງ​ສົບ,ຜູ້​ທີ່​ພຣະອົງ​ຈະ​ບໍ່​ລະນຶກ​ເຖິງ​ອີກ​ຕໍ່ໄປ,ຜູ້​ທີ່​ພຣະອົງ​ຈະ​ບໍ່​ເບິ່ງແຍງ​ອີກ​ຕໍ່ໄປ.
6ພຣະອົງ​ໃຫ້​ຂ້ານ້ອຍ​ຈົມ​ລົງ​ໃນ​ຂຸມ​ທີ່​ເລິກ​ທີ່ສຸດ,ໃນ​ບ່ອນ​ເລິກ​ທີ່​ມືດ​ມິດ​ທີ່ສຸດ.7ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄດ້​ຕົກ​ຢູ່​ເໜືອ​ຂ້ານ້ອຍ​ຢ່າງ​ໜັກ;ພຣະອົງ​ໄດ້​ໃຫ້​ຄື້ນ​ຂອງ​ພຣະອົງ​ຊັດ​ຖ້ວມ​ຂ້ານ້ອຍ.8ພຣະອົງ​ໄດ້​ເຮັດ​ໃຫ້​ໝູ່​ສະໜິດ​ຂອງ​ຂ້ານ້ອຍ​ຕີ​ໂຕ​ອອກ​ຫ່າງ​ຈາກ​ຂ້ານ້ອຍແລະ ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ໜ້າກຽດຊັງ​ຕໍ່​ພວກເຂົາ.ຂ້ານ້ອຍ​ຖືກ​ກັກ ແລະ ໝົດ​ທາງ​ໜີ.9ດວງ​ຕາ​ຂອງ​ຂ້ານ້ອຍ​ນັ້ນ​ໝົ່ນໝອງ​ເພາະ​ຄວາມ​ໂສກເສົ້າ.ຂ້າແດ່​ພຣະເຈົ້າ​ຢາເວ, ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ທຸກ​ວັນ;ຂ້ານ້ອຍ​ຍົກ​ມື​ຂຶ້ນ​ຕໍ່​ພຣະອົງ.10ພຣະອົງ​ສະແດງ​ການ​ອັດສະຈັນ​ແກ່​ຄົນ​ຕາຍ​ບໍ?ຈິດ​ວິນຍານ​ທັງຫລາຍ​ຂອງ​ພວກເຂົາ​ລຸກ​ຂຶ້ນ​ມາ​ສັນລະເສີນ​ພຣະອົງ​ບໍ?11ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ຖືກ​ປະກາດ​ໃນ​ຂຸມ​ຝັງ​ສົບ​ບໍ?ຄວາມ​ສັດຊື່​ຂອງ​ພຣະອົງ​ຖືກ​ປະກາດ​ໃນ​ແດນ​ຈິບຫາຍ​ບໍ?12ການ​ອັດສະຈັນ​ຂອງ​ພຣະອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ແດນ​ແຫ່ງ​ຄວາມ​ມືດ​ມິດ​ບໍ?ແລ້ວ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ແດນ​ທີ່​ຖືກ​ລືມ​ບໍ?
13ແຕ່​ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ໃຫ້​ຊ່ວຍ ຂ້າແດ່​ພຣະເຈົ້າ​ຢາເວ;ໃນ​ເວລາ​ເຊົ້າ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ກໍ​ຂຶ້ນ​ໄປ​ເຖິງ​ພຣະອົງ.14ຂ້າແດ່​ພຣະເຈົ້າ​ຢາເວ ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ປະຕິເສດ​ຂ້ານ້ອຍ?ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ເຊື່ອງ​ໃບໜ້າ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍ?
15ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ໜຸ່ມ, ຂ້ານ້ອຍ​ໄດ້​ທຸກທໍລະມານ ແລະ ເກືອບ​ຕາຍ;ຂ້ານ້ອຍ​ຕ້ອງ​ປະເຊີນ​ກັບ​ຄວາມ​ໜ້າ​ຢ້ານ​ຂອງ​ພຣະອົງ ແລະ ໝົດ​ຫວັງ.16ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຖ້ວມ​ທົ້ນ​ຂ້ານ້ອຍ;ຄວາມ​ໜ້າ​ຢ້ານ​ຂອງ​ພຣະອົງ​ໄດ້​ທຳລາຍ​ຂ້ານ້ອຍ.17ສິ່ງ​ເຫລົ່ານັ້ນ​ໄດ້​ອ້ອມ​ຮອບ​ຂ້ານ້ອຍ​ເໝືອນ​ນ້ຳ​ຖ້ວມ​ຕະຫລອດ​ວັນ;ມັນ​ໄດ້​ຖ້ວມ​ຂ້ານ້ອຍ​ຈົນ​ມິດ.18ພຣະອົງ​ໄດ້​ເອົາ​ມິດສະຫາຍ ແລະ ເພື່ອນບ້ານ​ໄປ​ຈົນ​ໝົດເຫລືອ​ແຕ່​ຄວາມ​ມືດ​ທີ່​ເປັນ​ໝູ່​ສະໜິດ​ຂອງ​ຂ້ານ້ອຍ.

Biblica, Inc.

https://app.library.bible/content/eab9312f9f16b3a2