ເພງສັນລະເສີນ87
(ບົດເພງສັນລະເສີນຂອງລູກຊາຍຂອງໂກຣາ, ບົດເພງ)
1ພຣະອົງໄດ້ວາງຮາກຖານເມືອງຂອງພຣະອົງໄວ້ເທິງພູເຂົາສັກສິດ.2ພຣະເຈົ້າຢາເວຮັກປະຕູເມືອງຊີໂອນຫລາຍກວ່າບ່ອນຢູ່ທັງຫລາຍຂອງຢາໂຄບ.3ນະຄອນຂອງພຣະເຈົ້າເຈົ້າຈະເປັນທີ່ຍົກຍ້ອງ,4“ເຮົາຈະເອີ່ຍເຖິງຣາຫັບ ແລະ ບາບີໂລນໃນທ່າມກາງບັນດາຜູ້ທີ່ຮູ້ຈັກເຮົາຈະເວົ້າເຖິງຟີລິດສະຕິນ ແລະ ຕີເຣພ້ອມກັບກູເຊ ແລະ ຈະກ່າວວ່າ ‘ຄົນນີ້ ເກີດໃນຊີໂອນ’ ”.5ແທ້ຈິງແລ້ວ, ຄົນຈະກ່າວເຖິງຊີໂອນວ່າ:“ຄົນນີ້ ແລະ ຄົນນັ້ນເກີດໃນຊີໂອນ,ແລະ ອົງຜູ້ສູງສຸດຈະຕັ້ງນະຄອນນີ້ໄວ້ເອງ”.6ພຣະເຈົ້າຢາເວຈະບັນທຶກລົງໃນທະບຽນຂອງຄົນທັງຫລາຍວ່າ:“ຄົນນີ້ເກີດໃນຊີໂອນ”.7ຂະນະທີ່ພວກເຂົາບັນເລງເພງ ພວກເຂົາກໍຈະຂັບຮ້ອງວ່າ,“ນ້ຳພຸທັງໝົດຂອງຂ້ານ້ອຍກໍຢູ່ໃນນະຄອນນີ້”.Biblica, Inc.