ເພງສັນລະເສີນ86
(ຄຳອະທິຖານຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຮັບຟັງຂ້ານ້ອຍ ແລະ ຕອບຂ້ານ້ອຍດ້ວຍ.ເພາະຂ້ານ້ອຍທຸກຍາກ ແລະ ຂັດສົນ2ຂໍປົກປ້ອງຊີວິດຂອງຂ້ານ້ອຍ ເພາະຂ້ານ້ອຍໄດ້ສັດຊື່ຕໍ່ພຣະອົງ;ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍໂຜດຊ່ວຍຜູ້ຮັບໃຊ້ຂອງພຣະອົງ ເຊິ່ງໄດ້ໄວ້ວາງໃຈໃນພຣະອົງ.3ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍເມດຕາຂ້ານ້ອຍດ້ວຍ,ເພາະຂ້ານ້ອຍໄດ້ຮ້ອງຫາພຣະອົງທຸກວັນ.4ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດນຳເອົາຄວາມຊື່ນຊົມຍິນດີມາໃຫ້ຜູ້ຮັບໃຊ້ຂອງພຣະອົງ,ເພາະຂ້ານ້ອຍໄດ້ໄວ້ວາງໃຈໃນພຣະອົງ.5ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງແສນດີ ແລະ ພ້ອມທີ່ຈະໃຫ້ອະໄພ,ເຕັມໄປດ້ວຍຄວາມຮັກໝັ້ນຄົງຕໍ່ທຸກຄົນທີ່ຮ້ອງຫາພຣະອົງ.6ຂ້າແດ່ພຣະເຈົ້າຢາເວ ຂໍຟັງຄຳອະທິຖານຂອງຂ້ານ້ອຍດ້ວຍ;ຂໍຮັບຟັງຄຳອ້ອນວອນຂໍຄວາມເມດຕາຂອງຂ້ານ້ອຍ.7ໃນເວລາທຸກໃຈ ຂ້ານ້ອຍຈະຮ້ອງຫາພຣະອົງເພາະພຣະອົງຈະຕອບຂ້ານ້ອຍ.8ຂ້າແດ່ອົງພຣະຜູ້ເປັນເຈົ້າ ທ່າມກາງພະທັງຫລາຍ ບໍ່ມີພະໃດທີ່ເປັນດັ່ງພຣະອົງ;ແລະ ບໍ່ມີກິດຈະການໃດສາມາດທຽບເທົ່າກັບກິດຈະການຂອງພຣະອົງໄດ້.9ຂ້າແດ່ອົງພຣະຜູ້ເປັນເຈົ້າ ຊົນຊາດທັງໝົດທີ່ພຣະອົງໄດ້ສ້າງນັ້ນຈະເຂົ້າມາ ແລະ ນະມັດສະການຢູ່ຕໍ່ໜ້າພຣະອົງ;ພວກເຂົາຈະຖວາຍກຽດແດ່ນາມຂອງພຣະອົງ.10ເພາະພຣະອົງຍິ່ງໃຫຍ່ ແລະ ເຮັດການອັດສະຈັນພຣະອົງເປັນພຣະເຈົ້າແຕ່ພຽງຜູ້ດຽວ.11ຂ້າແດ່ພຣະເຈົ້າຢາເວ ຂໍສອນວິຖີທາງຂອງພຣະອົງແກ່ຂ້ານ້ອຍດ້ວຍ,ເພື່ອຂ້ານ້ອຍຈະເພິ່ງພາໃນຄວາມສັດຊື່ຂອງພຣະອົງ;ຂໍໃຫ້ຫົວໃຈໝັ້ນຄົງແກ່ຂ້ານ້ອຍ,ເພື່ອຂ້ານ້ອຍຈະຢຳເກງນາມຂອງພຣະອົງ.12ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍສຸດຫົວໃຈຂອງຂ້ານ້ອຍ;ຂ້ານ້ອຍຈະເທີດທູນນາມຂອງພຣະອົງຕະຫລອດໄປ.13ເພາະຄວາມຮັກຂອງພຣະອົງທີ່ມີຕໍ່ຂ້ານ້ອຍນັ້ນຍິ່ງໃຫຍ່ຫລາຍ,ພຣະອົງໄດ້ກອບກູ້ຂ້ານ້ອຍອອກມາຈາກບ່ອນເລິກ,ອອກມາຈາກແດນມໍລະນາ.14ຂ້າແດ່ພຣະເຈົ້າ ຄົນຈອງຫອງກຳລັງໂຈມຕີຂ້ານ້ອຍກຸ່ມຄົນທີ່ໂຫດຮ້າຍກໍກຳລັງຈະເອົາຊີວິດຂອງຂ້ານ້ອຍພວກເຂົາບໍ່ຢຳເກງພຣະອົງ.15ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງເປັນພຣະເຈົ້າຜູ້ມີຄວາມກະລຸນາ ແລະ ເມດຕາ,ບໍ່ຮ້າຍງ່າຍ, ປ່ຽມດ້ວຍຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່.16ຂໍໂຜດຫັນມາ ແລະ ເມດຕາຂ້ານ້ອຍດ້ວຍ;ຂໍໂຜດສະແດງກຳລັງຂອງພຣະອົງແກ່ຜູ້ຮັບໃຊ້ຂອງພຣະອົງ;ຂໍຊ່ວຍຂ້ານ້ອຍໃຫ້ພົ້ນ, ເພາະວ່າຂ້ານ້ອຍນັ້ນຮັບໃຊ້ພຣະອົງເໝືອນກັບແມ່ຂອງຂ້ານ້ອຍໄດ້ຮັບໃຊ້ພຣະອົງ.17ຂໍໂຜດໃຫ້ເຄື່ອງໝາຍແຫ່ງຄວາມພໍໃຈຂອງພຣະອົງແກ່ຂ້ານ້ອຍ,ເພື່ອສັດຕູຂອງຂ້ານ້ອຍຈະໄດ້ເຫັນເຄື່ອງໝາຍນັ້ນ ແລະ ຖືກອັບອາຍ,ຂ້າແດ່ພຣະເຈົ້າຢາເວ ເພາະພຣະອົງໄດ້ຊ່ວຍຂ້ານ້ອຍ ແລະ ໄດ້ເລົ້າໂລມໃຈຂ້ານ້ອຍ.Biblica, Inc.