ເພງສັນລະເສີນ85

(ເຖິງ​ຫົວໜ້າ​ນັກຮ້ອງ, ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ)

1ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ໄດ້​ສະແດງ​ຄວາມ​ພໍໃຈ​ດິນແດນ​ຂອງ​ພຣະອົງ;ພຣະອົງ​ໄດ້​ໃຫ້​ຊີວິດ​ຂອງ​ຢາໂຄບ​ຄືນ​ສູ່​ສະພາບ​ດີ.2ພຣະອົງ​ໄດ້​ອະໄພ​ຄວາມ​ຊົ່ວຊ້າ​ຂອງ​ບັນດາ​ປະຊາຊົນ​ຂອງ​ພຣະອົງແລະ ຍົກໂທດ​ຄວາມ​ບາບ​ທັງໝົດ​ຂອງ​ພວກເຂົາ.3ພຣະອົງ​ໄດ້​ລະງັບ​ຄວາມ​ໂກດຮ້າຍ​ທັງໝົດ​ຂອງ​ພຣະອົງແລະ ຫັນ​ຈາກ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ.
4ຂ້າແດ່​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກຂ້ານ້ອຍ ຂໍ​ໃຫ້​ພວກຂ້ານ້ອຍ​ກັບ​ສູ່​ສະພາບ​ດີ​ອີກ​ຄັ້ງ,ແລະ ຂໍ​ໂຜດ​ລະງັບ​ຄວາມ​ເຄືອງໃຈ​ຕໍ່​ພວກຂ້ານ້ອຍ​ດ້ວຍ.5ພຣະອົງ​ຈະ​ໃຈຮ້າຍ​ໃຫ້​ພວກຂ້ານ້ອຍ​ຕະຫລອດ​ໄປ​ບໍ?ພຣະອົງ​ຈະ​ຮ້າຍ​ຕະຫລອດ​ໄປ​ທຸກ​ຊົ່ວ​ອາຍຸ​ຄົນ​ບໍ?6ພຣະອົງ​ຈະ​ບໍ່​ຟື້ນຟູ​ພວກຂ້ານ້ອຍ​ອີກ​ຄັ້ງ​ບໍ?ເພື່ອ​ປະຊາຊົນ​ຂອງ​ພຣະອົງ​ຈະ​ຊື່ນຊົມຍິນດີ​ໃນ​ພຣະອົງ7ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ສະແດງ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກຂ້ານ້ອຍ​ດ້ວຍແລະ ໃຫ້​ຄວາມ​ພົ້ນ​ແກ່​ພວກຂ້ານ້ອຍ​ດ້ວຍ.
8ຂ້ານ້ອຍ​ຈະ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ກ່າວ,ພຣະອົງ​ສັນຍາ​ວ່າ​ຈະ​ໃຫ້​ສັນຕິສຸກ​ແກ່​ປະຊາຊົນ​ຂອງ​ພຣະອົງ, ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງແຕ່​ຢ່າ​ໃຫ້​ພວກເຂົາ​ກັບ​ໄປ​ຫາ​ຄວາມ​ໂງ່​ຈ້າ​ອີກ​ເລີຍ.9ແນ່​ນອນ ຄວາມພົ້ນ​ຂອງ​ພຣະອົງ​ແມ່ນ​ຢູ່​ໃກ້​ກັບ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ,ເພື່ອ​ສະຫງ່າລາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ໃນ​ແຜ່ນດິນ​ຂອງ​ພວກເຮົາ.
10ຄວາມ​ຮັກ ແລະ ຄວາມ​ສັດຊື່​ມາ​ພົບ​ກັນຄວາມ​ຊອບທຳ ແລະ ສັນຕິສຸກ​ມາ​ຈູບ​ກັນ.11ຄວາມ​ສັດຊື່​ພຸ່ງ​ຂຶ້ນ​ຈາກ​ແຜ່ນດິນ​ໂລກແລະ ຄວາມ​ຊອບທຳ​ເບິ່ງ​ລົງ​ມາ​ຈາກ​ຟ້າ​ສະຫວັນ.12ແທ້​ຈິງ​ແລ້ວ​ພຣະເຈົ້າ​ຢາເວ​ຈະ​ໃຫ້​ສິ່ງ​ທີ່​ດີ,ແຜ່ນດິນ​ຂອງ​ພວກເຮົາ​ຈະ​ເກີດ​ພືດ​ຜົນ.13ຄວາມ​ຊອບທຳ​ນຳ​ໜ້າ​ພຣະອົງເພື່ອ​ຕຽມ​ທາງ​ສຳລັບ​ບາດ​ກ້າວ​ຂອງ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2