ເພງສັນລະເສີນ84

(ເຖິງ​ຫົວໜ້າ​ນັກຮ້ອງ, ທຳນອງ​ກິດທີດ ​ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ)

1ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,ທີ່​ຢູ່​ຂອງ​ພຣະອົງ​ງົດງາມ​ຫລາຍ!2ຈິດໃຈ​ຂອງ​ຂ້ານ້ອຍ​ກະຫາຍ​ຫາ ເຖິງ​ວ່າ​ຈະ​ໝົດ​ແຮງ,ປາຖະໜາ​ທີ່​ຈະ​ເຂົ້າ​ມາ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວຫົວໃຈ​ຂອງ​ຂ້ານ້ອຍ ແລະ ຮ່າງກາຍ​ຂອງ​ຂ້ານ້ອຍຮ້ອງ​ຫາ​ພຣະເຈົ້າ​ຜູ້​ມີ​ຊີວິດ​ຢູ່.3ແມ່ນ​ແຕ່​ນົກຈອກ​ກໍ​ຍັງ​ຫາ​ບ້ານ​ໄດ້,ແລະ ນົກແອ່ນ​ຍັງ​ພົບ​ບ່ອນ​ທີ່​ຈະ​ເຮັດ​ຮັງ​ສຳລັບ​ຕົນ​ເອງບ່ອນ​ທີ່​ມັນ​ຈະ​ຮັກສາ​ລູກ​ນ້ອຍ​ຂອງ​ຕົນ​ໄວ້ຄື​ບ່ອນ​ທີ່​ໃກ້​ແທ່ນບູຊາ​ຂອງ​ພຣະອົງ,ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ກະສັດ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ.4ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ວິຫານ​ຂອງ​ພຣະອົງ,ພວກເຂົາ​ສັນລະເສີນ​ພຣະອົງ​ຕະຫລອດ​ເວລາ.
5ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ກຳລັງ​ຂອງ​ພວກເຂົາ​ຢູ່​ໃນ​ພຣະອົງ,ຜູ້​ທີ່​ມີ​ໃຈ​ຮ້ອນຮົນ​ໄປ​ຍັງ​ເຢຣູຊາເລັມ.6ເມື່ອ​ພວກເຂົາ​ເດີນ​ຜ່ານ​ຮ່ອມພູ​ແຫ່ງ​ເບກາ,ພວກເຂົາ​ເຮັດ​ໃຫ້​ບ່ອນ​ນັ້ນ​ກາຍເປັນ​ແຫລ່ງ​ນ້ຳພຸແລະ ຝົນ​ລະດູ​ໃບ​ໄມ້​ຫລົ່ນ​ກໍ​ເຮັດ​ໃຫ້​ເຕັມ​ໄປ​ດ້ວຍ​ສະ​ນ້ຳ. 7ພວກເຂົາ​ມີ​ກຳລັງ​ເພີ່ມ​ຂຶ້ນ​ເລື້ອຍໆຈົນ​ແຕ່ລະຄົນ​ໄດ້​ມາ​ເຂົ້າ​ພົບ​ພຣະເຈົ້າ​ຢູ່​ທີ່​ຊີໂອນ.
8ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ໂຜດ​ຮັບ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ;ຂ້າແດ່​ພຣະເຈົ້າ​ຂອງ​ຢາໂຄບ ຂໍ​ໂຜດ​ຮັບ​ຟັງ​ຂ້ານ້ອຍ.9ຂ້າແດ່​ພຣະເຈົ້າ ໂຜດ​ເບິ່ງ​ທີ່​ໂລ່  ​ຂອງ​ພວກຂ້ານ້ອຍຂໍ​ເບິ່ງ​ຜູ້​ທີ່​ເຈີມ​ຕັ້ງ​ໄວ້​ດ້ວຍ​ຄວາມ​ພໍໃຈ​ຂອງ​ພຣະອົງ.
10ວັນ​ດຽວ​ໃນ​ວິຫານ​ຂອງ​ພຣະອົງກໍ​ດີ​ກວ່າ​ພັນ​ວັນ​ໃນ​ທີ່​ອື່ນ​ໃດ;ຂ້ານ້ອຍ​ຂໍ​ເປັນ​ຄົນ​ເຝົ້າ​ປະຕູ​ປະຈຳ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຂ້ານ້ອຍດີ​ກວ່າ​ຢູ່​ໃນ​ເຕັນ​ຂອງ​ຄົນ​ຊົ່ວຮ້າຍ.11ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ເປັນ​ດວງ​ຕາເວັນ ແລະ ໂລ່​ກຳບັງ;ພຣະເຈົ້າ​ຢາເວ​ໃຫ້​ຄວາມ​ພໍໃຈ ແລະ ກຽດ​ຕິຍົດບໍ່​ມີ​ສິ່ງ​ດີ​ອັນ​ໃດ​ທີ່​ພຣະອົງ​ໜ່ວງໜ່ຽວ​ໄວ້ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ຢ່າງ​ບໍ່​ມີ​ຕຳໜິ.
12ຂ້າແດ່​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,ຄວາມ​ສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄວ້​ວາງໃຈ​ໃນ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2