ເພງສັນລະເສີນ83
(ບົດເພງ ບົດເພງສັນລະເສີນຂອງອາສັບ)
1ຂ້າແດ່ພຣະເຈົ້າ ຂໍຢ່າມິດງຽບຢູ່ຂໍຢ່າເຮັດຄືຫູໜວກ,ຂ້າແດ່ພຣະເຈົ້າ ຂໍຢ່າຢືນຢູ່ຫ່າງເລີຍ.2ໂຜດເບິ່ງວ່າສັດຕູຂອງພຣະອົງນັ້ນແຜດສຽງຢ່າງໃດບັນດາສັດຕູຂອງພຣະອົງເຊີດໜ້າຊູຄໍຂອງຕົນຢ່າງໃດ.3ພວກເຂົາສົມຮູ້ຮ່ວມຄິດກັນຕໍ່ສູ້ຄົນຂອງພຣະອົງດ້ວຍອຸບາຍ;ພວກເຂົາວາງແຜນຈັດການກັບບັນດາຜູ້ທີ່ພຣະອົງທະນຸຖະໜອມ.4ພວກເຂົາເວົ້າກັນວ່າ “ມາແມ, ໃຫ້ພວກເຮົາທຳລາຍຊົນຊາດອິດສະຣາເອນ,ເພື່ອບໍ່ໃຫ້ຊື່ຂອງອິດສະຣາເອນເປັນທີ່ຈົດຈຳອີກຕໍ່ໄປ”.5ພວກເຂົາໄດ້ພ້ອມໃຈກັນວາງແຜນພວກເຂົາໄດ້ລວມໂຕກັນເປັນພັນທະມິດຕໍ່ຕ້ານພຣະອົງ6ໄດ້ແກ່ເຕັນຂອງຊາວເອໂດມ ແລະ ອິດຊະມາເອນ,ຂອງຊາວໂມອາບ ແລະ ຊາວຮັກກິດ,7ຂອງຊາວເກບານ, ຊາວອຳໂມນ ແລະ ຊາວອາມາເຫລັກ,ຂອງຊາວຟີລິດສະຕິນ ແລະ ຊາວຕີເຣ.8ແມ່ນແຕ່ອັດຊີເຣຍກໍຍັງເຂົ້າມາສົມທົບກັບພວກເຂົາເພື່ອເສີມກຳລັງລູກຫລານຂອງໂລດ.9ຂໍໃຫ້ເຮດກັບພວກເຂົາເໝືອນກັບທີ່ເຮັດກັບຊາວມີດີອານ,ເໝືອນຢ່າງທີ່ເຮັດກັບສີເສຣາ ແລະ ຢາບິນທີ່ແມ່ນ້ຳກີໂຊນນັ້ນ,10ຜູ້ທີ່ພິນາດຈິບຫາຍທີ່ເອນໂດເຣແລະ ກາຍເປັນເໝືອນຂີ້ເຫຍື້ອທີ່ຢູ່ເທິງພື້ນດິນ.11ຂໍເຮັດໃຫ້ຂຸນນາງທັງຫລາຍຂອງພວກເຂົາເປັນເໝືອນໂອເຣັບ ແລະ ເຊເອັບ,ໃຫ້ບັນດາເຈົ້ານາຍຂອງພວກເຂົາເປັນເໝືອນເຊບາ ແລະ ຊັນມູນນາ,12ເປັນຜູ້ທີ່ເວົ້າວ່າ “ໃຫ້ພວກເຮົາຢຶດເອົາທົ່ງຫຍ້າຂອງພຣະເຈົ້າມາເປັນກຳມະສິດ”.13ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດເຮັດໃຫ້ພວກເຂົາເປັນເໝືອນສັດຕູພືດ,ເປັນເໝືອນແກບທີ່ປິວໄປຕາມລົມ.14ເໝືອນໄຟໄໝ້ປ່າໄມ້ຫລື ເປັນເໝືອນແປວໄຟທີ່ເຮັດໃຫ້ພູເຂົາລຸກໄໝ້,15ດັ່ງນັ້ນ ຂໍໂຜດໄລ່ຕາມພວກເຂົາໄປດ້ວຍລົມພະຍຸຂອງພຣະອົງແລະ ເຮັດໃຫ້ພວກເຂົາຢໍາເກງດ້ວຍພະຍຸຂອງພຣະອົງ.16ຂ້າແດ່ພຣະເຈົ້າຢາເວ ຂໍໂຜດປົກປິດໜ້າຂອງພວກເຂົາດ້ວຍຄວາມອັບອາຍ,ເພື່ອພວກເຂົາຈະໄດ້ສະແຫວງຫານາມຂອງພຣະອົງ,17ຂໍໃຫ້ພວກເຂົາອັບອາຍ ແລະ ທໍ້ຖອຍຕະຫລອດໄປ;ຂໍໃຫ້ພວກເຂົາຈິບຫາຍໄປດ້ວຍຄວາມອັບອາຍ.18ໃຫ້ພວກເຂົາຮູ້ວ່າ ພຣະອົງຜູ້ມີນາມວ່າພຣະເຈົ້າຢາເວພຣະອົງຜູ້ດຽວເທົ່ານັ້ນທີ່ເປັນອົງຜູ້ສູງສຸດເໜືອໂລກນີ້.Biblica, Inc.