ເພງສັນລະເສີນ82

(ບົດ​ເພງສັນລະເສີນ​ຂອງ​ອາສັບ)

1ພຣະເຈົ້າ​ເປັນ​ປະທານ​ໃນ​ການ​ປະຊຸມ​ໃຫຍ່;ພຣະອົງ​ໄດ້​ປະກາດ​ຄຳ​ຕັດສິນ​ທ່າມກາງ “ພະ​ທັງຫລາຍ” ວ່າ:
2“ພວກເຈົ້າ​ຈະ​ຕັດສິນ​ຢ່າງ​ບໍ່​ຍຸຕິທຳແລະ ເຂົ້າ​ຂ້າງ​ຄົນ​ຊົ່ວຮ້າຍ​ໄປ​ອີກ​ດົນ​ປານ​ໃດ?3ຈົ່ງ​ໃຫ້​ຄວາມ​ຍຸຕິທຳ​ແກ່​ຜູ້​ທີ່​ອ່ອນແອ ແລະ ລູກ​ກຳພ້າ​ພໍ່;ຈົ່ງ​ປ້ອງກັນ​ສິດທິ​ຂອງ​ຜູ້​ທຸກຍາກ ແລະ ຜູ້​ທີ່​ຖືກ​ກົດຂີ່​ຂົ່ມເຫັງ.4ຈົ່ງ​ຊ່ວຍ​ກອບກູ້​ເອົາ​ຜູ້​ທີ່​ອ່ອນແອ ແລະ ຜູ້​ທີ່​ຂັດສົນປົດປ່ອຍ​ພວກເຂົາ​ໃຫ້​ອອກ​ຈາກ​ມື​ຂອງ​ຄົນ​ຊົ່ວ​ຮ້າຍ.
5“ພວກເຂົາ​ບໍ່​ຮູ້​ບໍ່​ເຂົ້າໃຈ​ສິ່ງໃດ​ເລີຍ.ພວກເຂົາ​ຕ່າງ​ເດີນ​ວົນ​ວຽນ​ຢູ່​ໃນ​ຄວາມ​ມືດຮາກຖານ​ທັງໝົດ​ຂອງ​ໂລກ​ຈຶ່ງ​ສັ່ນ​ຄອນ.
6“ເຮົາ​ໄດ້​ເວົ້າ​ວ່າ ‘ພວກເຈົ້າ​ຄື​ບັນດາ “ພະ​ທັງຫລາຍ”ແລະ ພວກເຈົ້າ​ລ້ວນ​ແຕ່​ເປັນ​ລູກຊາຍ​ຂອງ​ອົງ​ຜູ້​ສູງສຸດ’.7ແຕ່​ພວກເຈົ້າ​ຈະ​ຕາຍ​ຄື​ກັບ​ມະນຸດ​ທຳມະດາພວກເຈົ້າ​ຈະ​ລົ້ມ​ລົງ​ເໝືອນ​ຜູ້​ທີ່​ປົກຄອງ​ຄົນ​ອື່ນໆ​ທຸກຄົນ”.
8ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ລຸກ​ຂຶ້ນ​ພິພາກສາ​ໂລກເພາະ​ທຸກ​ຊົນຊາດ​ນັ້ນ​ເປັນ​ກຳມະສິດ​ຂອງ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2