ເພງສັນລະເສີນ81
(ເຖິງຫົວໜ້ານັກຮ້ອງ, ຕາມທຳນອງກິດທີດ ຂອງອາສັບ)
1ຈົ່ງຮ້ອງເພງຊື່ນຊົມຍິນດີແດ່ພຣະເຈົ້າຜູ້ເປັນກຳລັງຂອງພວກເຮົາຈົ່ງໂຫ່ຮ້ອງເພງສັນລະເສີນແດ່ພຣະເຈົ້າຂອງຢາໂຄບ!2ຈົ່ງບັນເລງດົນຕີ, ຈົ່ງຫລິ້ນກອງແຊັກບັນເລງພິນໃຫຍ່ ແລະ ພິນເຂົາຄູ່.3ຈົ່ງເປົ່າແກເຂົາແກະໃນວັນຂຶ້ນໃໝ່ໜຶ່ງຄ່ຳແລະ ເມື່ອເຖິງວັນເດືອນເພັງເຕັມດວງ, ວັນເທດສະການຂອງພວກເຮົາ.4ນີ້ຄືດຳລັດສຳລັບອິດສະຣາເອນ,ຄືຂໍ້ປະຕິບັດຈາກພຣະເຈົ້າຂອງຢາໂຄບ.5ເມື່ອພຣະອົງໄດ້ອອກໄປຈັດການກັບເອຢິບ,ພຣະອົງໄດ້ຕັ້ງມັນໄວ້ໃຫ້ເປັນກົດເກນສຳລັບໂຢເຊັບ.ເຮົາໄດ້ຍິນສຽງທີ່ເຮົາບໍ່ເຄີຍຮູ້ຈັກມາກ່ອນກ່າວວ່າ:6“ເຮົາໄດ້ເອົາພາລະອອກຈາກບ່າຂອງພວກເຂົາມືທັງຫລາຍຂອງພວກເຂົາໄດ້ຖືກປົດປ່ອຍໃຫ້ເປັນອິດສະຫລະຈາກກະຕ່າ.7ໃນຍາມທີ່ພວກເຈົ້າຫຍຸ້ງຍາກ ພວກເຈົ້າກໍໄດ້ຮ້ອງຫາເຮົາ ແລະ ເຮົາກໍໄດ້ຊ່ວຍກອບກູ້ພວກເຈົ້າ,ເຮົາໄດ້ຕອບພວກເຈົ້າຈາກດ້ວຍສຽງຟ້າຮ້ອງເຮົາໄດ້ທົດສອບພວກເຈົ້າຢູ່ທີ່ແຫລ່ງນ້ຳແຫ່ງເມຣີບາ.8ຈົ່ງຟັງເຮົາ ປະຊາຊົນຂອງເຮົາ ແລະ ເຮົາຈະເຕືອນພວກເຈົ້າອິດສະຣາເອນ, ຖ້າເຈົ້າພຽງແຕ່ຟັງເຮົາເທົ່ານັ້ນ!9ເຈົ້າຢ່າມີພະຕ່າງດ້າວໃນທ່າມກາງເຈົ້າເຈົ້າຢ່າຂາບໄຫວ້ພະອື່ນໃດນອກຈາກເຮົາ.10ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ,ຜູ້ໄດ້ນຳເຈົ້າອອກມາຈາກເອຢິບ.ຈົ່ງອ້າປາກຂອງເຈົ້າໃຫ້ກວ້າງ ແລະ ເຮົາຈະປ້ອນເຈົ້າໃຫ້ອິ່ມ.11“ແຕ່ປະຊາຊົນຂອງເຮົາບໍ່ຍອມຟັງເຮົາ;ອິດສະຣາເອນບໍ່ຍອມຈຳນົນຕໍ່ເຮົາ.12ເຮົາຈຶ່ງປ່ອຍພວກເຂົາໄປຕາມໃຈອັນດື້ດ້ານຂອງພວກເຂົາໄປຕາມແຜນການຂອງພວກເຂົາ.13“ຖ້າປະຊາຊົນຂອງເຮົາພຽງແຕ່ຟັງເຮົາເທົ່ານັ້ນ,ຖ້າອິດສະຣາເອນຈະດຳເນີນຕາມທາງຂອງເຮົາເທົ່ານັ້ນ,14ເຮົາກໍຄົງໄດ້ປາບບັນດາສັດຕູຂອງພວກເຂົາໄປໂດຍໄວແລະ ຫັນມືຂອງເຮົາສູ້ກັບສັດຕູຂອງພວກເຂົາ!15ບັນດາຜູ້ທີ່ກຽດຊັງພຣະເຈົ້າຢາເວຈະກົ້ມລົງຕໍ່ໜ້າພຣະອົງແລະ ໂທດຂອງພວກເຂົາຈະມີຢູ່ຕະຫລອດໄປ.16ແຕ່ເຈົ້າຈະໄດ້ຮັບການລ້ຽງດູດ້ວຍເຂົ້າຫວີດທີ່ດີທີ່ສຸດເຮົາຈະໃຫ້ເຈົ້າອິ່ມເຕັມດ້ວຍນ້ຳເຜິ້ງຈາກສີລາ”.Biblica, Inc.