ເພງສັນລະເສີນ80

(ເຖິງ​ຫົວໜ້າ​ນັກຮ້ອງ, ທຳນອງ “ລີລາ​ແຫ່ງ​ຄຳໝັ້ນສັນຍາ”, ບົດ​ເພງສັນລະເສີນ​ຂອງ​ອາສັບ)

1ຂ້າແດ່​ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ ຂໍ​ໂຜດ​ຮັບ​ຟັງ,ພຣະອົງ​ຜູ້​ນຳພາ​ໂຢເຊັບ​ເໝືອນດັ່ງ​ນຳ​ຝູງສັດ.ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ລະຫວ່າງ​ເຄຣຸບ,ຂໍ​ໂຜດ​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ2ຕໍ່ໜ້າ​ເອຟຣາອິມ, ເບັນຢາມິນ ແລະ ມານາເຊ.ຂໍ​ສະແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ;ໂຜດ​ມາ ແລະ ຊ່ວຍ​ພວກຂ້ານ້ອຍ​ດ້ວຍ.
3ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ພວກຂ້ານ້ອຍ​ຄືນ​ສູ່​ສະພາບ​ດີຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເທິງ​ພວກຂ້ານ້ອຍ,ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ພົ້ນ.
4ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ຈະ​ອັດ​ອັ້ນຕໍ່​ຄຳ​ອະທິຖານ​ຂອງ​ປະຊາຊົນ​ຂອງ​ພຣະອົງ​ໄປ​ອີກ​ດົນ​ເທົ່າ​ໃດ?5ພຣະອົງ​ໃຫ້​ພວກເຂົາ​ກິນ​ນ້ຳຕາ​ຕາງ​ອາຫານ;ພຣະອົງ​ເຮັດ​ໃຫ້​ພວກເຂົາ​ດື່ມ​ນ້ຳຕາ​ເຕັມ​ຖ້ວຍ.6ພຣະອົງ​ໄດ້​ເຮັດ​ໃຫ້​ພວກຂ້ານ້ອຍ​ເປັນ​ທີ່​ດູໜິ່ນ​ຂອງ​ບັນດາ​ເພື່ອນບ້ານ​ຂອງ​ພວກຂ້ານ້ອຍ,ແລະ ສັດຕູ​ທັງຫລາຍ​ຂອງ​ພວກຂ້ານ້ອຍ​ກໍ​ເຢາະເຢີ້ຍ​ພວກຂ້ານ້ອຍ.
7ຂ້າແດ່​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ຂໍ​ໃຫ້​ພວກຂ້ານ້ອຍ​ຄືນ​ສູ່​ສະພາບ​ດີ;ຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ໃສ່​ພວກຂ້ານ້ອຍ,ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ພົ້ນ.
8ພຣະອົງ​ໄດ້​ນຳ​ເຄືອອະງຸ່ນ​ອອກ​ມາ​ຈາກ​ເອຢິບພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ອອກ​ໄປ ແລະ ປູກ​ເຄືອ​ອະງຸ່ນ​ນັ້ນ​ໄວ້.9ພຣະອົງ​ໄດ້​ໄຖ ແລະ ຄາດ​ດິນ​ສຳລັບ​ເຄືອ​ອະງຸ່ນ,ແລ້ວ​ເຄືອ​ອະງຸ່ນ​ກໍ​ຢັ່ງ​ຮາກ ແລະ ງອກ​ຂຶ້ນ​ທົ່ວ​ແຜ່ນດິນ.10ບັນດາ​ພູເຂົາ​ທັງຫລາຍ​ກໍ​ປົກຄຸມ​ໄປ​ດ້ວຍ​ຮົ່ມ​ຂອງ​ເຄືອ​ອະງຸ່ນ,ກົກແປກ​ທີ່​ສູງ​ໃຫຍ່​ກໍ​ປົກ​ຄຸມ​ໄປ​ດ້ວຍ​ງ່າ​ທັງຫລາຍ​ຂອງ​ເຄື່ອ​ອະງຸ່ນ.11ງ່າ​ຂອງ​ມັນ​ແຜ່​ໄປ​ໄກ​ຈົນ​ຮອດ​ທະເລ ຂະແໜງ​ຂອງ​ມັນ​ກໍ​ປົ່ງ​ໄປ​ໄກ​ຈົນ​ຮອດ​ແມ່ນ້ຳ. 
12ດ້ວຍ​ເຫດ​ໃດ​ພຣະອົງ​ຈຶ່ງ​ໄດ້​ພັງ​ກຳແພງ​ຂອງ​ມັນ​ລົງເພື່ອ​ໃຫ້​ທຸກຄົນ​ທີ່​ຜ່ານ​ໄປ​ມາ​ເກັບ​ໝາກອະງຸ່ນ?13ໝູປ່າ​ທີ່​ມາ​ຈາກ​ປ່າ​ກໍ​ມາ​ທຳລາຍ​ເຄືອ​ອະງຸ່ນແລະ ແມງໄມ້​ທັງຫລາຍ​ທີ່​ມາ​ຈາກ​ທົ່ງນາ​ກໍ​ມາ​ກັດ​ກິນ​ເຄືອ​ອະງຸ່ນ.14ຂ້າແດ່​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່! ຂໍ​ໂຜດ​ກັບ​ມາ​ຫາ​ພວກຂ້ານ້ອຍ​ດ້ວຍ,ໂຜດ​ແນມ​ມາ​ຈາກ​ຟ້າ​ສະຫວັນ ແລະ ເບິ່ງ!ມາ​ເບິ່ງແຍງ​ເຄືອອະງຸ່ນ​ນີ້​ດ້ວຍ,15ຮາກ​ທີ່​ມື​ຂວາ​ຂອງ​ພຣະອົງ​ໄດ້​ປູກ​ໄວ້ບຸດ  ​ທີ່​ພຣະອົງ​ໄດ້​ຍົກ​ຂຶ້ນ​ເພື່ອ​ພຣະອົງ​ເອງ.
16ເຄືອ​ອະງຸ່ນ​ຂອງ​ພຣະອົງ​ຖືກ​ຕັດ​ລົງ, ມັນ​ຖືກ​ຈູດ​ດ້ວຍ​ໄຟ;ເມື່ອ​ພຣະອົງ​ຕຳໜິ ບັນດາ​ປະຊາຊົນ​ຂອງ​ພຣະອົງ​ກໍ​ພິນາດ​ຈິບຫາຍ.17ຂໍ​ໃຫ້​ມື​ຂອງ​ພຣະອົງ​ຢູ່​ເໜືອ​ຜູ້​ນັ້ນ​ທີ່​ຢູ່​ເບື້ອງ​ຂວາ​ມື​ຂອງ​ພຣະອົງ,ຜູ້​ເປັນ​ບຸດມະນຸດ​ທີ່​ພຣະອົງ​ໄດ້​ຍົກ​ຂຶ້ນ​ເພື່ອ​ພຣະອົງ​ເອງ.18ແລ້ວ​ພວກຂ້ານ້ອຍ​ຈະ​ບໍ່​ຫັນ​ໜີ​ໄປ​ຈາກ​ພຣະອົງ​ອີກຂໍ​ຟື້ນຟູ​ພວກຂ້ານ້ອຍ ແລະ ພວກຂ້ານ້ອຍ​ຈະ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ.
19ຂ້າແດ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ຂໍ​ໃຫ້​ພວກຂ້ານ້ອຍ​ຄືນ​ສູ່​ສະພາບ​ດີ;ຂໍ​ໃຫ້​ໃບໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ໃສ່​ພວກຂ້ານ້ອຍ,ເພື່ອ​ພວກຂ້ານ້ອຍ​ຈະ​ໄດ້​ພົ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2