ເພງສັນລະເສີນ79
(ບົດເພງສັນລະເສີນຂອງອາສັບ)
1ຂ້າແດ່ພຣະເຈົ້າ ຊົນຊາດທັງຫລາຍໄດ້ຮຸກຮານກຳມະສິດຂອງພຣະອົງ;ພວກເຂົາເຮັດໃຫ້ວິຫານສັກສິດຂອງພຣະອົງເປັນມົນທິນ,ພວກເຂົາເຮັດໃຫ້ເຢຣູຊາເລັມກາຍເປັນຊາກຫັກພັງ.2ພວກເຂົາປ່ອຍໃຫ້ສົບຂອງຜູ້ຮັບໃຊ້ຂອງພຣະອົງເປັນອາຫານຂອງຝູງນົກໃນທ້ອງຟ້າ,ໃຫ້ຊີ້ນປະຊາຊົນຂອງພຣະອົງຕົກເປັນອາຫານຂອງສັດຮ້າຍໃນແຜ່ນດິນ.3ພວກເຂົາເຮັດໃຫ້ເລືອດຫລັ່ງໄຫລໄປທົ່ວເຢຣູຊາເລັມເໝືອນດັ່ງນ້ຳນອງ,ບໍ່ມີຜູ້ໃດຈັກຄົນທີ່ຈະຈັດການຝັງສົບ.4ພວກຂ້ານ້ອຍຕົກເປັນເປົ້າຂອງການດູຖູກຂອງເພື່ອນບ້ານເປັນທີ່ດູໜິ່ນ ແລະ ເຢາະເຢີ້ຍຂອງຄົນເຫລົ່ານັ້ນທີ່ຢູ່ອ້ອມຂ້າງພວກຂ້ານ້ອຍ.5ຂ້າແດ່ພຣະເຈົ້າຢາເວ ອີກດົນປານໃດ? ພຣະອົງຈະໃຈຮ້າຍຕະຫລອດໄປບໍ?ອີກດົນປານໃດທີ່ຄວາມຫຶງຫວງຂອງພຣະອົງຈະເຜົາໄໝ້ເໝືອນດັ່ງໄຟ?6ຂໍຖອກຄວາມໂກດຮ້າຍຂອງພຣະອົງລົງເທິງຊົນຊາດທັງຫລາຍທີ່ບໍ່ຍອມຮັບຮູ້ພຣະອົງ,ລົງເທິງອານາຈັກຕ່າງໆທີ່ບໍ່ຍອມຮ້ອງຂໍໂດຍອອກນາມຂອງພຣະອົງ;7ເພາະພວກເຂົາໄດ້ກືນກິນຢາໂຄບແລະ ທຳລາຍລ້າງບ້ານເກີດຂອງພວກເຂົາ.8ຂໍຢ່າໃຫ້ໂທດບາບຂອງບັນພະບຸລຸດມາຕົກກັບພວກຂ້ານ້ອຍ;ຂໍຄວາມເມດຕາຂອງພຣະອົງມາເຖິງພວກຂ້ານ້ອຍໂດຍໄວ,ເພາະພວກຂ້ານ້ອຍຕົກຕ່ຳທີ່ສຸດ.9ຂ້າແດ່ພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກຂ້ານ້ອຍ ຂໍໂຜດຊ່ວຍພວກຂ້ານ້ອຍດ້ວຍ.ເພື່ອເຫັນແກ່ສະຫງ່າລາສີແຫ່ງນາມຂອງພຣະອົງ;ໂຜດຊ່ວຍກອບກູ້ ແລະ ອະໄພຄວາມບາບຂອງພວກຂ້ານ້ອຍເພື່ອເຫັນແກ່ນາມຂອງພຣະອົງ.10ດ້ວຍເຫດໃດຈະໃຫ້ຊົນຊາດຕ່າງໆເວົ້າໄດ້ວ່າ:“ພຣະເຈົ້າຂອງພວກເຂົາຢູ່ໃສ?”ຕໍ່ໜ້າຕໍ່ຕາຂອງພວກເຮົາ ຂໍໃຫ້ຊົນຊາດທັງຫລາຍຮັບຮູ້ໂດຍທົ່ວກັນວ່າພຣະອົງແກ້ແຄ້ນແທນເລືອດທີ່ຫລັ່ງໄຫລຂອງຜູ້ຮັບໃຊ້ຂອງພຣະອົງ.11ຂໍໃຫ້ສຽງຄວນຄາງຂອງບັນດານັກໂທດມາເຖິງຕໍ່ໜ້າພຣະອົງ;ໂດຍແຂນອັນເຂັ້ມແຂງຂອງພຣະອົງ ຂໍໂຜດໄວ້ຊີວິດບັນດາຜູ້ຖືກສັ່ງຂ້າ.12ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດແກ້ແຄ້ນບັນດາຄົນທີ່ຢູ່ອ້ອມຂາງຂ້ານ້ອຍເຊິ່ງກຳລັງດູຖູກພຣະອົງໃຫ້ຮັບໂທດໜັກເຖິງເຈັດເທົ່າ.13ແລ້ວພວກຂ້ານ້ອຍຜູ້ເປັນປະຊາຊົນຂອງພຣະອົງ, ເປັນແກະທີ່ຢູ່ໃນທົ່ງຫຍ້າຂອງພຣະອົງ,ຈະສັນລະເສີນພຣະອົງຕະຫລອດໄປ;ທຸກຊົ່ວອາຍຸຄົນພວກຂ້ານ້ອຍຈະປະກາດການສັນລະເສີນພຣະອົງ.Biblica, Inc.