ເພງສັນລະເສີນ7

ຊິກກາໂຢນ ​ຂອງ​ດາວິດ ທີ່​ລາວ​ໄດ້​ຮ້ອງ​ຖວາຍ​ແດ່​ພຣະເຈົ້າ​ຢາເວ ກ່ຽວກັບ​ກູເຊ ຊາວ​ເບັນຢາມິນ.

1ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ໄດ້​ລີ້ໄພ​ໃນ​ພຣະອົງຂໍ​ໂຜດ​ກອບກູ້ ແລະ ປົດປ່ອຍ​ຂ້ານ້ອຍ​ຈາກ​ທຸກຄົນ​ທີ່​ໄລ່ຕາມ​ຂ້ານ້ອຍ,2ບໍ່​ດັ່ງ​ນັ້ນ​ພວກເຂົາ​ຈະ​ຈີກ​ຂ້ານ້ອຍ​ຄື​ກັບ​ສິງແລະ ຈີກ​ຂ້ານ້ອຍ​ອອກ​ເປັນ​ຕ່ອນໆ​ໂດຍ​ບໍ່​ມີ​ຜູ້ໃດ​ຊ່ວຍ​ຂ້ານ້ອຍ.
3ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ຢ່າງ​ນີ້ແລະ ມີ​ຄວາມ​ຜິດ​ຕິດ​ຢູ່​ມື​ຂອງ​ຂ້ານ້ອຍ4ຖ້າ​ຂ້ານ້ອຍ​ໄດ້​ຕອບແທນ​ພັນທະມິດ​ຂອງ​ຂ້ານ້ອຍ​ດ້ວຍ​ຄວາມ​ຊົ່ວຮ້າຍຫລື ໄດ້​ປຸ້ນ​ສັດຕູ​ຂອງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ5ກໍ​ຂໍ​ໃຫ້​ສັດຕູ​ຂອງ​ຂ້ານ້ອຍ​ນັ້ນ​ໄລ່ຕາມ ແລະ ຕາມ​ທັນ​ຂ້ານ້ອຍ;ໃຫ້​ລາວ​ຢຽບຢ່ຳ​ຊີວິດ​ຂອງ​ຂ້ານ້ອຍ​ຈົນ​ຈົມ​ດິນແລະ ເຮັດ​ໃຫ້​ຂ້ານ້ອຍ​ນອນ​ໃນ​ຂີ້ຝຸ່ນ​ດິນ.
6ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ລຸກ​ຂຶ້ນ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ;ຂໍ​ໂຜດ​ລຸກ​ຂຶ້ນ​ຕໍ່ສູ້​ກັບ​ຄວາມ​ຮ້ອນຮົນ​ຂອງ​ສັດຕູ​ຂອງ​ຂ້ານ້ອຍ.ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ຕື່ນ​ຂຶ້ນ ຂໍ​ໂຜດ​ສັ່ງ​ຄວາມ​ຍຸຕິທຳ.7ຂໍ​ໃຫ້​ຊົນຊາດ​ທັງຫລາຍ​ມາ​ເຕົ້າໂຮມ​ກັນ​ຢູ່​ອ້ອມ​ພຣະອົງ,ໃນຂະນະ​ທີ່​ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ສູງ​ເໜືອ​ພວກເຂົາ.8ຂໍ​ໃຫ້​ພຣະເຈົ້າ​ຢາເວ ພິພາກສາ​ຄົນ​ທັງຫລາຍ.ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ຕັດສິນ​ຂ້ານ້ອຍ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ,ຕາມ​ຄວາມ​ສັດຊື່​ຂອງ​ຂ້ານ້ອຍ​ດ້ວຍ, ອົງ​ຜູ້​ສູງສຸດ.9ຂໍ​ໂຜດ​ຢຸດ​ຕິ​ຄວາມ​ໂຫດຮ້າຍ​ຂອງ​ຄົນ​ຊົ່ວແລະ ເຮັດ​ໃຫ້​ຄົນ​ຊອບທຳ​ປອດໄພຂ້າແດ່​ພຣະເຈົ້າ​ຜູ້​ຊອບທຳຜູ້​ສຳຫລວດ​ຄວາມ​ຄິດ ແລະ ຈິດໃຈ.
10ພຣະເຈົ້າ​ອົງ​ສູງສຸດ ຜູ້​ເປັນ​ໂລ່  ​ຂອງ​ຂ້ານ້ອຍ,ຜູ້​ຊ່ວຍ​ຄົນ​ທີ່​ມີ​ຈິດໃຈ​ທ່ຽງທຳ​ໃຫ້​ລອດ​ພົ້ນ.11ພຣະເຈົ້າ​ຜູ້​ເປັນ​ຜູ້​ພິພາກສາ​ທີ່​ຊອບທຳ,ເປັນ​ພຣະເຈົ້າ​ຜູ້​ສະແດງ​ຄວາມ​ໂກດຮ້າຍ​ທຸກໆ​ວັນ.12ຖ້າ​ລາວ​ບໍ່​ຫັນ​ກັບ​ມາ​ຈາກ​ຄວາມ​ບາບພຣະອົງ  ​ຈະ​ລັບ​ດາບ​ຂອງ​ພຣະອົງ​ໄວ້;ພຣະອົງ​ຈະ​ກົ່ງ​ທະນູ​ຂອງ​ພຣະອົງ ແລະ ຕຽມ​ຍິງ.13ພຣະອົງ​ໄດ້​ຕຽມ​ອາວຸດ​ອັນ​ຮ້າຍແຮງ​ຂອງ​ພຣະອົງ​ໄວ້;ພຣະອົງ​ໄດ້​ຕຽມ​ລູກສອນ​ໄຟ​ຂອງ​ພຣະອົງ​ໄວ້​ພ້ອມ​ແລ້ວ.
14ຜູ້ໃດ​ກໍ​ຕາມ​ທີ່​ຖືພາ​ດ້ວຍ​ຄວາມ​ຊົ່ວຮ້າຍກໍ​ໃຫ້​ກຳເນີດ​ຄວາມ​ເດືອດຮ້ອນ ແລະ ກໍ່​ໃຫ້​ເກີດ​ຄວາມ​ທໍ້ຖອຍ.15ຜູ້ໃດ​ກໍ​ຕາມ​ທີ່​ຂຸດ​ຂຸມ​ໄວ້ກໍ​ຕົກ​ລົງ​ໄປ​ໃນ​ຂຸມ​ທີ່​ພວກເຂົາ​ຂຸດ​ໄວ້​ນັ້ນ.16ຄວາມ​ເດືອດຮ້ອນ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ​ກໍ​ກັບ​ມາ​ຫາ​ພວກເຂົາ​ເອງ;ຄວາມ​ທາລຸນ​ຂອງ​ພວກເຂົາ​ກໍ​ໄດ້​ຕົກ​ໃສ່​ຫົວ​ຂອງ​ພວກເຂົາ​ເອງ.
17ຂ້ານ້ອຍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ ເພາະ​ຄວາມ​ຊອບທຳ​ຂອງ​ພຣະອົງ;ຂ້ານ້ອຍ​ຈະ​ຮ້ອງ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ ອົງ​ສູງສຸດ.

Biblica, Inc.

https://app.library.bible/content/eab9312f9f16b3a2