ເພງສັນລະເສີນ78

(ມັດຄິນ ​ຂອງ​ອາສັບ)

1ປະຊາຊົນ​ຂອງ​ຂ້ານ້ອຍ ຈົ່ງ​ຟັງ​ຄຳສອນ​ຂອງ​ຂ້າພະເຈົ້າ;ຈົ່ງ​ຮັບ​ຟັງ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ຂ້າພະເຈົ້າ.2ຂ້າພະເຈົ້າ​ຈະ​ເປີດ​ປາກ​ຂອງ​ຂ້າພະເຈົ້າ​ດ້ວຍ​ຄຳ​ອຸປະມາຂ້າພະເຈົ້າ​ຈະ​ເຜີຍ​ສິ່ງ​ທີ່​ເຊື່ອງ​ໄວ້​ຕັ້ງ​ແຕ່​ບູຮານນະການ3ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ ແລະ ໄດ້​ຮູ້,ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ບອກ​ພວກເຮົາ.4ພວກເຮົາ​ຈະ​ບໍ່​ປິດບັງ​ໄວ້​ຈາກ​ລູກ​ຫລານ​ຂອງ​ພວກເຂົາພວກເຮົາ​ຈະ​ບອກ​ຄົນ​ລຸ້ນ​ຕໍ່ມາເຖິງ​ບັນດາ​ການ​ກະທຳ​ອັນ​ສົມຄວນ​ແກ່​ການ​ສັນລະເສີນ​ຂອງ​ພຣະເຈົ້າ​ຢາເວ,ເຖິງ​ລິດອຳນາດ​ຂອງ​ພຣະອົງ ແລະ ການ​ອັດສະຈັນ​ຕ່າງ ທີ່​ພຣະອົງ​ໄດ້​ເຮັດ.5ພຣະອົງ​ໄດ້​ວາງ​ກົດເກນ​ໄວ້​ສຳລັບ​ຢາໂຄບແລະ ຕັ້ງ​ກົດບັນຍັດ​ໃນ​ອິດສະຣາເອນ,ເຊິ່ງ​ພຣະອົງ​ໄດ້​ສັ່ງ​ບັນພະບຸລຸດ​ຂອງ​ພວກເຮົາໃຫ້​ສອນ​ລູກ​ຫລານ​ຂອງ​ພວກເຂົາ,6ເພື່ອ​ຄົນ​ລຸ້ນ​ຫລັງ​ຈະ​ໄດ້​ຮູ້ແມ່ນ​ແຕ່​ລູກ​ຫລານ​ທີ່​ຈະ​ເກີດ​ມາ,ແລະ ເຖິງ​ເວລາ​ທີ່​ພວກເຂົາ​ຈະ​ຕ້ອງ​ບອກ​ລູກ​ຫລານ​ຂອງ​ຕົນ​ຕໍ່ໄປ.7ເພື່ອ​ພວກເຂົາ​ຈະ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າແລະ ບໍ່​ລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳແລະ ຈະ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.8ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ເປັນ​ເໝືອນ​ບັນພະບຸລຸດ​ຂອງ​ພວກເຂົາເຊິ່ງ​ດື້ດ້ານ ແລະ ມັກ​ກະບົດຈິດໃຈ​ບໍ່​ຈົ່ງຮັກ​ພັກ​ດີ​ຕໍ່​ພຣະເຈົ້າ,ຈິດ​ວິນຍານ​ບໍ່​ສັດຊື່​ຕໍ່​ພຣະອົງ.
9ເຖິງ​ແມ່ນ​ຊົນເຜົ່າ​ເອຟຣາອິມ​ມີ​ທະນູ​ເປັນ​ອາວຸດ​ຄົບ,ກໍ​ຍັງ​ຫັນ​ຫລັງ​ແລ່ນ​ໜີ​ໄປ​ໃນ​ຍາມ​ສົງຄາມ;10ເພາະ​ພວກເຂົາ​ບໍ່​ຮັກສາ​ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າບໍ່​ຍອມ​ດຳເນີນຊີວິດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.11ພວກເຂົາ​ລືມ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດລືມ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ສະແດງ​ແກ່​ພວກເຂົາ.12ພຣະອົງ​ເຮັດ​ການ​ອັດສະຈັນ​ຕໍ່ໜ້າ​ຕໍ່​ຕາ​ບັນພະບຸລຸດ​ຂອງ​ພວກເຂົາໃນ​ດິນແດນ​ເອຢິບ, ໃນ​ເຂດແດນ​ໂຊອັນ.13ພຣະອົງ​ໄດ້​ແຍກ​ທະເລ ແລະ ນຳພາ​ພວກເຂົາ​ຍ່າງ​ຂ້າມ​ໄປພຣະອົງ​ໄດ້​ເຮັດ​ໃຫ້​ນ້ຳ​ຕັ້ງ​ຂຶ້ນ​ເປັນ​ເໝືອນ​ກຳແພງ.14ພຣະອົງ​ໄດ້​ນຳພາ​ພວກເຂົາ​ໄປ​ດ້ວຍ​ເມກ​ໃນ​ຍາມ​ກາງເວັນແລະ ດ້ວຍ​ແສງ​ຈາກ​ໄຟ​ໃນ​ເວລາ​ກາງຄືນ.15ພຣະອົງ​ໄດ້​ແຍກ​ສີລາ​ອອກ​ໃນ​ຖິ່ນແຫ້ງແລ້ງກັນດານແລະ ໃຫ້​ນ້ຳ​ພຸ່ງ​ຂຶ້ນ​ມາ​ຢ່າງ​ຫລວງຫລາຍ​ເໝືອນ​ກັບ​ທະເລ​ໃຫ້​ແກ່​ພວກເຂົາ​ດື່ມ;16ພຣະອົງ​ເຮັດ​ໃຫ້​ມີ​ສາຍ​ນ້ຳ​ໄຫລ​ອອກ​ມາ​ຈາກ​ສີລາແລະ ເຮັດ​ໃຫ້​ນ້ຳ​ໄຫລ​ໄປ​ເໝືອນດັ່ງ​ແມ່ນ້ຳ.
17ເຖິງ​ປານ​ນັ້ນ​ພວກເຂົາ​ກໍ​ຍັງ​ຄົງ​ເຮັດ​ບາບ​ຕໍ່​ພຣະອົງ,ກະບົດ​ຕໍ່​ອົງ​ຜູ້​ສູງສຸດ​ໃນ​ຖິ່ນແຫ້ງແລ້ງກັນດານ.18ພວກເຂົາ​ຕັ້ງໃຈ​ທົດລອງ​ພຣະເຈົ້າໂດຍ​ຮຽກຮ້ອງ​ອາຫານ​ທີ່​ພວກເຂົາ​ຢາກ​ກິນ.19ພວກເຂົາ​ໄດ້​ຕໍ່ວ່າ​ພຣະເຈົ້າ;ພວກເຂົາ​ເວົ້າ​ວ່າ “ພຣະເຈົ້າ​ຈະ​ສາມາດຈັດ​ຫາ​ອາຫານ​ໃນ​ຖິ່ນແຫ້ງແລ້ງກັນດານ​ໄດ້​ແທ້​ບໍ?20ເປັນ​ຄວາມ​ຈິງ​ແທ້, ພຣະອົງ​ໄດ້​ຟາດ​ຫີນແລະ ນ້ຳ​ກໍ​ພຸ່ງ​ອອກ​ມາ,ແມ່ນ້ຳ​ໄຫລ​ລົ້ນ​ອອກ​ມາ​ຢ່າງ​ຫລວງຫລາຍ,ແຕ່​ພຣະອົງ​ຈະ​ສາມາດ​ໃຫ້​ອາຫານ​ແກ່​ພວກເຮົາ​ໄດ້​ບໍ?ພຣະອົງ​ຈະ​ສາມາດ​ເອົາ​ຊີ້ນ​ໃຫ້​ຄົນ​ຂອງ​ພຣະອົງ​ໄດ້​ດ້ວຍ​ບໍ?”21ເມື່ອ​ພຣະເຈົ້າ​ຢາເວ​ໄດ້​ຍິນ​ພວກເຂົາ​ເວົ້າ, ພຣະອົງ​ກໍ​ໃຈຮ້າຍ​ແຮງ;ໄຟ​ຂອງ​ພຣະອົງ​ໄດ້​ພຸ່ງ​ຂຶ້ນ​ຕໍ່ສູ້​ຢາໂຄບ,ແລະ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ພຸ່ງ​ຂຶ້ນ​ຕໍ່ສູ້​ອິດສະຣາເອນ,22ເພາະ​ພວກເຂົາ​ບໍ່​ໄດ້​ເຊື່ອ​ໃນ​ພຣະເຈົ້າຫລື ໄວ້​ວາງໃຈ​ໃນ​ການ​ກອບກູ້​ຂອງ​ພຣະອົງ.23ເຖິງ​ປານ​ນັ້ນ​ພຣະອົງ​ກໍ​ຍັງ​ສັ່ງ​ຟ້າ​ເບື້ອງ​ເທິງແລະ ເປີດ​ປະຕູ​ສະຫວັນ;24ພຣະອົງ​ໃຫ້​ມານາ​ໂຮຍ​ລົງ​ມາ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ກິນ,ພຣະອົງ​ໄດ້​ໃຫ້​ພືດຜົນ​ຈາກ​ຟ້າ​ສະຫວັນ​ແກ່​ພວກເຂົາ.25ມະນຸດ​ໄດ້​ກິນ​ອາຫານ​ຂອງ​ເທວະດາພຣະອົງ​ໄດ້​ສົ່ງ​ອາຫານ​ໃຫ້​ພວກເຂົາ​ທັງໝົດ ເຊິ່ງ​ພວກເຂົາ​ສາມາດ​ກິນ​ຈົນ​ອິ່ມ.26ພຣະອົງ​ໄດ້​ໃຫ້​ລົມ​ທາງ​ທິດ​ຕາເວັນອອກ​ມາ​ຈາກ​ຟ້າ​ສະຫວັນແລະ ໃຫ້​ລົມ​ທາງ​ທິດໃຕ້​ພັດ​ມາ​ໂດຍ​ອຳນາດ​ຂອງ​ພຣະອົງ.27ພຣະອົງ​ໄດ້​ໂຮຍ​ຊີ້ນ​ລົງ​ມາ​ເໝືອນດັ່ງ​ຝຸ່ນ,ຝູງ​ນົກ​ເໝືອນດັ່ງ​ເມັດ​ດິນຊາຍ​ທີ່​ຢູ່​ແຄມ​ທະເລ.28ພຣະອົງ​ໄດ້​ເຮັດ​ໃຫ້​ນົກ​ເຫລົ່ານັ້ນ​ລົງ​ມາ​ໃນ​ຄ້າຍພັກ​ຂອງ​ພວກເຂົາ,ອ້ອມ​ເຕັນ​ຂອງ​ພວກເຂົາ​ທັງໝົດ.29ພວກເຂົາ​ໄດ້​ກິນ​ຈົນ​ພວກເຂົາ​ອິ່ມໜຳ​ສຳລານເພາະ​ພຣະອົງ​ໄດ້​ໃຫ້​ສິ່ງ​ທີ່​ພວກເຂົາ​ຢາກ​ກິນ​ນັ້ນ​ແກ່​ພວກເຂົາ.30ແຕ່​ກ່ອນ​ທີ່​ພວກເຂົາ​ຈະ​ຫັນ​ຈາກ​ສິ່ງ​ທີ່​ພວກເຂົາ​ຢາກ​ຈະ​ກິນແມ່ນ​ແຕ່​ຂະນະ​ທີ່​ອາຫານ​ຍັງ​ຄາ​ຢູ່​ປາກ​ຂອງ​ພວກເຂົາ​ຢູ່,31ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ກໍ​ພຸ່ງ​ຂຶ້ນ​ຕໍ່​ພວກເຂົາພຣະອົງ​ໄດ້​ຂ້າ​ຄົນ​ທີ່​ເຂັ້ມແຂງ​ທີ່ສຸດ​ໃນ​ທ່າມກາງ​ພວກເຂົາແລະ ຂ້າ​ຄົນ​ໜຸ່ມ​ຂອງ​ອິດສະຣາເອນ.
32ທັງ​ທີ່​ເຫັນ​ທັງໝົດ​ນີ້​ແລ້ວ ພວກເຂົາ​ກໍ​ຍັງ​ຄົງ​ເຮັດ​ບາບ​ຕໍ່ໄປທັງ​ທີ່​ເຫັນ​ການ​ອັດສະຈັນ​ຕ່າງໆ​ຂອງ​ພຣະອົງ ພວກເຂົາ​ກໍ​ຍັງ​ບໍ່​ເຊື່ອ.33ດັ່ງນັ້ນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ການ​ເປັນ​ຢູ່​ຂອງ​ພວກເຂົາ​ຈົບ​ລົງ​ຢ່າງ​ສູນ​ເປົ່າແລະ ເຮັດ​ໃຫ້​ປີ​ເດືອນ​ຂອງ​ພວກເຂົາ​ຈົບ​ລົງ​ດ້ວຍ​ຄວາມ​ຢ້ານກົວ.34ເມື່ອ​ໃດ​ກໍ​ຕາມ​ທີ່​ພຣະເຈົ້າ​ຂ້າ​ພວກເຂົາ ພວກເຂົາ​ຈະ​ສະແຫວງຫາ​ພຣະອົງ;ພວກເຂົາ​ຈະ​ກະຕືລືລົ້ນ​ຫັນ​ກັບ​ມາ​ຫາ​ພຣະອົງ​ອີກ​ຄັ້ງ.35ພວກເຂົາ​ລະນຶກ​ໄດ້​ວ່າ​ພຣະເຈົ້າ​ເປັນ​ສີລາ​ຂອງ​ພວກເຂົາ,ລະນຶກ​ໄດ້​ວ່າ​ພຣະເຈົ້າ​ຜູ້​ສູງສຸດ​ເປັນ​ພຣະຜູ້ໄຖ່​ຂອງ​ພວກເຂົາ.36ແຕ່​ແລ້ວ​ພວກເຂົາ​ຈະ​ຍົກຍໍ​ພຣະອົງ​ດ້ວຍ​ປາກ​ຂອງ​ຕົນ,ຕົວະ​ຕໍ່​ພຣະອົງ​ດ້ວຍ​ລີ້ນ​ຂອງ​ພວກເຂົາ.37ຈິດໃຈ​ຂອງ​ພວກເຂົາ​ບໍ່​ໄດ້​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະອົງ,ພວກເຂົາ​ບໍ່​ໄດ້​ສັດຊື່​ຕໍ່​ຄຳໝັ້ນສັນຍາ​ຂອງ​ພຣະອົງ.38ເຖິງ​ປານ​ນັ້ນ​ພຣະອົງ​ກໍ​ຍັງ​ເມດຕາ​ກະລຸນາພຣະອົງ​ໄດ້​ອະໄພ​ໃຫ້​ຄວາມ​ຊົ່ວ​ຊ້າ​ຂອງ​ພວກເຂົາແລະ ບໍ່​ໄດ້​ທຳລາຍ​ພວກເຂົາ.ຫລາຍ​ຕໍ່​ຫລາຍ​ເທື່ອ​ພຣະອົງ​ໄດ້​ຢັບຢັ້ງ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງແລະ ບໍ່​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ນັ້ນ​ພຸ່ງ​ຂຶ້ນ​ເຕັມ​ທີ່.39ພຣະອົງ​ລະນຶກ​ວ່າ​ພວກເຂົາ​ເປັນ​ພຽງ​ມະນຸດ,ເປັນ​ພຽງ​ແຕ່​ລົມ​ວູບ​ໜຶ່ງ ເຊິ່ງ​ຜ່ານ​ໄປ​ແລ້ວ​ບໍ່​ກັບ​ມາ.
40ພວກເຂົາ​ກະບົດ​ຕໍ່​ພຣະອົງ​ໃນ​ຖິ່ນແຫ້ງແລ້ງກັນດານແລະ ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຢູ່​ໃນ​ຖິ່ນກັນດານ​ຫລາຍ​ຄັ້ງ!41ພວກເຂົາ​ໄດ້​ທົດລອງ​ພຣະເຈົ້າ​ຫລາຍ​ຄັ້ງພວກເຂົາ​ກໍ່​ກວນ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ.42ພວກເຂົາ​ບໍ່​ໄດ້​ນຶກ​ເຖິງ​ລິດອຳນາດ​ຂອງ​ພຣະອົງໃນ​ວັນ​ທີ່​ພຣະອົງ​ໄດ້​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຜູ້​ຂົ່ມເຫັງ.43ໃນ​ວັນ​ທີ່​ພຣະອົງ​ໄດ້​ສະແດງ​ໝາຍສຳຄັນ​ຕ່າງໆ​ໃນ​ເອຢິບ,ການ​ອັດສະຈັນ​ຕ່າງໆ​ຂອງ​ພຣະອົງ​ໃນ​ເຂດແດນ​ໂຊອັນ.44ພຣະອົງ​ໄດ້​ປ່ຽນ​ນ້ຳ​ໃຫ້​ກາຍເປັນ​ເລືອດ;ຈົນ​ບໍ່​ມີ​ຜູ້ໃດ​ສາມາດ​ດື່ມ​ນ້ຳ​ຈາກ​ແມ່ນ້ຳ​ຂອງ​ພວກເຂົາ​ໄດ້.45ພຣະອົງ​ໄດ້​ສົ່ງ​ຝູງ​ຮີ້ນ​ມາ​ກັດ​ພວກເຂົາ,ແລະ ສົ່ງ​ຝູງ​ກົບ​ມາ​ທຳລາຍ​ລ້າງ​ພວກເຂົາ.46ພຣະອົງ​ໄດ້​ເອົາ​ພືດຜົນ​ຂອງ​ພວກເຂົາ​ໃຫ້​ແກ່​ຕັກແຕນ,ຍົກ​ຜົນຜະລິດ​ຂອງ​ພວກເຂົາ​ໃຫ້​ແກ່​ຝູງ​ຕັກແຕນ.47ພຣະອົງ​ໄດ້​ທຳລາຍ​ເຄືອອະງຸ່ນ​ຂອງ​ພວກເຂົາ​ດ້ວຍ​ໝາກເຫັບແລະ ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ພວກເຂົາ​ດ້ວຍ​ນ້ຳ​ກ້າມ.48ພຣະອົງ​ໄດ້​ໃຫ້​ໝາກເຫັບ​ຈັດການ​ກັບ​ຝູງ​ງົວ​ຂອງ​ພວກເຂົາໃຫ້​ຟ້າ​ຜ່າ​ຈັດການ​ກັບ​ສັດລ້ຽງ​ຂອງ​ພວກເຂົາ.49ພຣະອົງ​ໄດ້​ລະບາຍ​ຄວາມ​ໃຈຮ້າຍ​ອັນ​ຮ້ອນແຮງ​ຂອງ​ພຣະອົງ,ລະບາຍ​ຄວາມ​ໂກດຮ້າຍ, ຄວາມ​ຂຸ່ນ​ເຄືອງ​ໃຈ ແລະ ການ​ເປັນ​ສັດຕູ​ຕໍ່​ພວກເຂົາໄດ້​ສົ່ງ​ບັນດາ​ເທວະດາ​ຜູ້​ທຳລາຍ​ລ້າງ​ມາ​ລົງໂທດ​ພວກເຂົາ.50ພຣະອົງ​ໄດ້​ຈັດຕຽມ​ທາງ​ໄວ້​ສຳລັບ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງພຣະອົງ​ບໍ່​ໄດ້​ໄວ້​ຊີວິດ​ພວກເຂົາ.ແຕ່​ໄດ້​ມອບ​ພວກເຂົາ​ໃຫ້​ແກ່​ໂລກລະບາດ;51ພຣະອົງ​ໄດ້​ຂ້າ​ລູກ​ກົກ​ທັງໝົດ​ໃນ​ເອຢິບ,ຄື​ຜົນ​ທຳອິດ​ແຫ່ງ​ໄວ​ໜຸ່ມ​ໃນ​ເຕັນ​ຂອງ​ຮາມ.52ແຕ່​ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຢ່າງ​ຝູງສັດ;ພຣະອົງ​ນຳພາ​ພວກເຂົາ​ເໝືອນດັ່ງ​ນຳພາ​ແກະ​ຜ່ານ​ຖິ່ນແຫ້ງແລ້ງກັນດານ.53ພຣະອົງ​ໄດ້​ນຳພາ​ພວກເຂົາ​ມາ​ຢ່າງ​ປອດໄພ, ພວກເຂົາ​ຈຶ່ງ​ບໍ່​ຢ້ານກົວ;ແຕ່​ນ້ຳ​ທະເລ​ໄດ້​ຊັດ​ຖ້ວມ​ສັດຕູ​ຂອງ​ພວກເຂົາ.54ແລະ ດັ່ງນັ້ນ ພຣະອົງ​ໄດ້​ນຳ​ພວກເຂົາ​ມາ​ເຖິງ​ເຂດແດນ​ຂອງ​ແຜ່ນດິນ​ບໍລິສຸດ​ຂອງ​ພຣະອົງມາ​ຍັງ​ດິນແດນ​ໂນນພູ​ທີ່​ໄດ້​ມາ​ໂດຍ​ມື​ຂວາ​ຂອງ​ພຣະອົງ.55ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ອອກ​ໄປ​ຕໍ່ໜ້າ​ຕໍ່​ຕາ​ພວກເຂົາແລະ ໄດ້​ແບ່ງ​ປັນ​ດິນແດນ​ຂອງ​ຄົນ​ເຫລົ່ານັ້ນ​ໃຫ້​ພວກເຂົາ​ເປັນ​ມໍລະດົກ;ພຣະອົງ​ໃຫ້​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ຕັ້ງ​ຖິ່ນຖານ​ໃນ​ບ້ານ​ຂອງ​ຄົນ​ເຫລົ່ານັ້ນ.
56ແຕ່​ພວກເຂົາ​ກໍ​ຍັງ​ທົດລອງ​ພຣະເຈົ້າແລະ ກະບົດ​ຕໍ່​ອົງ​ຜູ້​ສູງສຸດພວກເຂົາ​ບໍ່​ຍອມ​ປະຕິບັດ​ຕາມ​ກົດເກນ​ຂອງ​ພຣະອົງ.57ຄື​ກັນ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ, ພວກເຂົາ​ບໍ່​ມີ​ຄວາມ​ຈົ່ງ​ຮັກ​ພັກ​ດີ ແລະ ບໍ່​ມີ​ຄວາມ​ສັດຊື່,ເໝືອນ​ກັບ​ຄັນ​ທະນູ​ບິດ​ທີ່​ໄວ້​ໃຈ​ບໍ່​ໄດ້.58ພວກເຂົາ​ຍຸ​ພຣະອົງ​ໃຫ້​ໃຈຮ້າຍ​ດ້ວຍ​ບ່ອນ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ​ຂອງ​ພວກເຂົາ;ພວກເຂົາ​ກະຕຸ້ນ​ຄວາມ​ຫຶງຫວງ​ຂອງ​ພຣະອົງ​ດ້ວຍ​ຮູບເຄົາລົບ​ຕ່າງໆ.59ເມື່ອ​ພຣະເຈົ້າ​ໄດ້​ຍິນ ພຣະອົງ​ກໍ​ໂກດຮ້າຍ​ແຮງພຣະອົງ​ໄດ້​ປະຕິເສດ​ອິດສະຣາເອນ​ເລີຍ.60ພຣະອົງ​ໄດ້​ປະຖິ້ມ​ຫໍເຕັນ​ແຫ່ງ​ຊີໂລເປັນ​ເຕັນ​ທີ່​ພຣະອົງ​ຢູ່ ທ່າມກາງ​ມະນຸດ.61ພຣະອົງ​ສົ່ງ​ຫີບ​ຄຳໝັ້ນສັນຍາ​ຂອງ​ພຣະອົງ​ໃຫ້​ໄປ​ເປັນ​ຊະເລີຍ,ສະຫງ່າລາສີ​ຂອງ​ພຣະອົງ​ກໍ​ໃຫ້​ຕົກ​ຢູ່​ໃນ​ມື​ຂອງ​ສັດຕູ.62ພຣະອົງ​ໄດ້​ກະທຳ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຕົກ​ເປັນ​ເຫຍື່ອ​ຂອງ​ຄົມ​ດາບ;ພຣະອົງ​ໂກດຮ້າຍ​ຫລາຍ​ຕໍ່​ຜູ້​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ.63ໄຟ​ໄດ້​ເຜົາໄໝ້​ຊາຍ​ໜຸ່ມ​ຂອງ​ພວກເຂົາແລະ ຍິງ​ໜຸ່ມ​ຂອງ​ພວກເຂົາ​ບໍ່​ມີ​ເພງ​ສົມລົດ;64ບັນດາ​ປະໂລຫິດ​ຂອງ​ພວກເຂົາ​ຖືກ​ຂ້າ​ດ້ວຍ​ດາບ,ແລະ ແມ່ໝ້າຍ​ຂອງ​ພວກເຂົາ​ກໍ​ບໍ່​ສາມາດ​ຮ້ອງໄຫ້​ໄວ້​ທຸກ.
65ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ລຸກ​ຂຶ້ນ​ເໝືອນດັ່ງ​ຕື່ນ​ຈາກ​ນອນ,ເໝືອນ​ນັກຮົບ​ທີ່​ຊ່ວງ​ຈາກ​ລິດ​ຂອງ​ເຫລົ້າອະງຸ່ນ.66ພຣະອົງ​ໄດ້​ຕີ​ສັດຕູ​ຂອງ​ພຣະອົງ​ໃຫ້​ຖອຍ​ຄືນ​ໄປພຣະອົງ​ໄດ້​ເຮັດ​ພວກເຂົາ​ຮັບ​ຄວາມ​ອັບອາຍ​ຕະຫລອດ​ໄປ.67ແລ້ວ​ພຣະອົງ​ກໍ​ໄດ້​ປະຕິເສດ​ເຕັນ​ຂອງ​ໂຢເຊັບ,ພຣະອົງ​ບໍ່​ໄດ້​ເລືອກ​ຊົນເຜົ່າ​ເອຟຣາອິມ68ແຕ່​ພຣະອົງ​ເລືອກ​ເຜົ່າ​ຢູດາ,ແລະ ພູເຂົາ​ຊີໂອນ​ທີ່​ພຣະອົງ​ຮັກ.69ພຣະອົງ​ໄດ້​ສ້າງ​ບ່ອນ​ນະມັດສະການ​ຂອງ​ພຣະອົງ​ໃຫ້​ສູງເໝືອນດັ່ງ​ພື້ນ​ໂລກ​ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ຕະຫລອດ​ໄປ.70ພຣະອົງ​ໄດ້​ເລືອກ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງແລະ ເອົາ​ເພິ່ນ​ອອກ​ມາ​ຈາກ​ຄອກ​ແກະ;71ນຳ​ເພິ່ນ​ອອກ​ມາ​ຈາກ​ການ​ລ້ຽງດູ​ຝູງແກະມາ​ເປັນ​ຜູ້​ລ້ຽງດູ​ຢາໂຄບ ຄົນ​ຂອງ​ພຣະອົງລ້ຽງດູ​ອິດສະຣາເອນ​ຜູ້​ເປັນ​ກຳມະສິດ​ຂອງ​ພຣະອົງ.72ແລະ ດາວິດ​ໄດ້​ລ້ຽງດູ​ພວກເຂົາ​ດ້ວຍ​ໃຈ​ທີ່​ສັດຊື່;ເພິ່ນ​ໄດ້​ນຳ​ພວກເຂົາ​ໄປ​ດ້ວຍ​ມື​ອັນ​ຊຳນານ.

Biblica, Inc.

https://app.library.bible/content/eab9312f9f16b3a2