ເພງສັນລະເສີນ77

(ເຖິງ​ຫົວໜ້າ​ນັກຮ້ອງ, ເຖິງ​ເຢດູທູນ, ບົດ​ເພງສັນລະເສີນ​ຂອງ​ອາສັບ)

1ຂ້ານ້ອຍ​ຮ້ອງ​ຂໍ​ໃຫ້​ພຣະເຈົ້າ​ຊ່ວຍຂ້ານ້ອຍ​ຮ້ອງ​ຂໍ​ໃຫ້​ພຣະເຈົ້າ​ຮັບ​ຟັງ​ຂ້ານ້ອຍ.2ຍາມ​ທີ່​ຂ້ານ້ອຍ​ທຸກໃຈ ຂ້ານ້ອຍ​ກໍ​ສະແຫວງຫາ​ອົງພຣະຜູ້ເປັນເຈົ້າໃນ​ເວລາ​ກາງຄືນ​ຂ້ານ້ອຍ​ໄດ້​ຢຽດ​ມື​ທີ່​ບໍ່​ໄດ້​ອ່ອນແຮງ​ອອກ,ແລະ ຂ້ານ້ອຍ​ບໍ່​ຍອມຮັບ​ການ​ປອບ​ໃຈ.
3ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ລະນຶກ​ເຖິງ​ພຣະອົງ ແລະ ຮ້ອງ​ຄ່ຳຄວນຂ້ານ້ອຍ​ຄິດ​ຕຶກຕອງ ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ອ່ອນແຮງ.4ພຣະອົງ​ເຮັດ​ໃຫ້​ຕາ​ຂອງ​ຂ້ານ້ອຍ​ບໍ່​ອາດ​ປິດ​ລົງ​ໄດ້ຂ້ານ້ອຍ​ທົນທຸກ​ຈົນ​ເວົ້າ​ບໍ່​ອອກ.5ຂ້ານ້ອຍ​ຄິດ​ເຖິງ​ເວັນ​ຄືນ​ທີ່​ຜ່ານ​ມາປີ​ເດືອນ​ທີ່​ລ່ວງ​ເລີຍ​ມາ​ດົນ​ນານ​ແລ້ວ;6ຂ້ານ້ອຍ​ລະນຶກ​ເຖິງ​ບົດເພງ​ທີ່​ຮ້ອງ​ໃນ​ເວລາ​ກາງຄືນ.ຈິດໃຈ​ຂອງ​ຂ້ານ້ອຍ​ຄິດ​ຕຶກຕອງ ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ກໍ​ໄດ້​ຖາມ​ວ່າ:
7“ອົງພຣະຜູ້ເປັນເຈົ້າ​ຈະ​ປະຖິ້ມ​ຕະຫລອດ​ໄປ​ບໍ?ພຣະອົງ​ຈະ​ບໍ່​ສະແດງ​ຄວາມ​ພໍໃຈ​ຂອງ​ພຣະອົງ​ອີກ​ເລີຍ​ບໍ?8ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ສູນຫາຍ​ຕະຫລອດ​ໄປ​ແລ້ວ​ບໍ?ສັນຍາ​ຂອງ​ພຣະອົງ​ລົ້ມ​ເລີກ​ໄປ​ຕະຫລອດ​ການ​ບໍ?9ພຣະເຈົ້າ​ລືມ​ທີ່​ຈະ​ເມດຕາ​ກະລຸນາ​ແລ້ວ​ບໍ?ພຣະອົງ​ລະງັບ​ຄວາມ​ສົງສານ​ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ແລ້ວ​ບໍ?”
10ແລ້ວ​ຂ້ານ້ອຍ​ກໍ​ຄິດ​ວ່າ “ຂ້ານ້ອຍ​ຈະ​ອຸທອນ​ໃນ​ເລື່ອງ​ນີ້ຄື​ເລື່ອງ​ປີ​ເດືອນ​ທີ່​ອົງ​ຜູ້​ສູງສຸດ​ໄດ້​ຢຽດ​ມື​ຂວາ​ຂອງ​ພຣະອົງ​ອອກ”. 11ຂ້ານ້ອຍ​ຈະ​ຈົດຈຳ​ເຖິງ​ການ​ກະທຳ​ທັງຫລາຍ​ຂອງ​ພຣະເຈົ້າ​ຢາເວ;ແລ້ວ​ຂ້ານ້ອຍ​ຈະ​ຈົດຈຳ​ເຖິງ​ການ​ອັດສະຈັນ​ຕ່າງໆ​ຂອງ​ພຣະອົງ​ໃນ​ຄັ້ງ​ທີ່​ດົນ​ນານ.12ຂ້ານ້ອຍ​ຈະ​ສຳນຶກ​ເຖິງ​ພາລະກິດ​ທັງໝົດ​ຂອງ​ພຣະອົງແລະ ຄິດ​ຕຶກຕອງ​ກິດຈະການ​ອັນ​ຍິ່ງໃຫຍ່​ທັງໝົດ​ຂອງ​ພຣະອົງ.
13ຂ້າແດ່​ພຣະເຈົ້າ ທາງ​ຂອງ​ພຣະອົງ​ນັ້ນ​ບໍລິສຸດຈະ​ມີ​ພະ​ໃດ​ທີ່​ຍິ່ງໃຫຍ່​ເໝືອນ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ?14ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ສະແດງ​ການ​ອັດສະຈັນ​ທັງຫລາຍພຣະອົງ​ສະແດງ​ອຳນາດ​ຢູ່​ທ່າມກາງ​ຄົນ​ທັງຫລາຍ.15ໂດຍ​ແຂນ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະອົງ​ໄດ້​ໄຖ່​ຄົນ​ຂອງ​ພຣະອົງ,ຄື​ເຊື້ອສາຍ​ຂອງ​ຢາໂຄບ ແລະ ໂຢເຊັບ.
16ຂ້າ​ແດ່​ພຣະເຈົ້າ ເມື່ອ​ນ້ຳ​ໄດ້​ເຫັນ​ພຣະອົງ,ນ້ຳ​ໄດ້​ເຫັນ​ພຣະອົງ ແລະ ກໍ​ຢ້ານນ້ຳ​ເລິກ​ກໍ​ສັ່ນສະທ້ານ.17ເມກ​ກໍ​ໄດ້​ເທ​ນ້ຳ​ລົງ​ມາຟ້າ​ສະຫວັນ​ກໍ​ສົ່ງ​ສຽງ​ຟ້າ​ຮ້ອງ;ລູກທະນູ​ຂອງ​ພຣະອົງ​ກໍ​ແມບເຫລື້ອມ​ໄປ​ມາ.18ສຽງ​ຟ້າ​ຮ້ອງ​ຂອງ​ພຣະອົງ​ດັງ​ມາ​ຈາກ​ພະຍຸ​ໝຸນ,ຟ້າ​ແມບ​ຂອງ​ພຣະອົງ​ໄດ້​ຈຸດ​ແສງສະຫວ່າງ​ໃຫ້​ແກ່​ໂລກໂລກ​ກໍ​ສັ່ນສະເທືອນ ແລະ ຫວັ່ນ​ໄຫວ.19ເສັ້ນທາງ​ຂອງ​ພຣະອົງ​ຜ່ານ​ທະເລ,ທາງ​ຂອງ​ພຣະອົງ​ກໍ​ຜ່ານ​ນ້ຳ​ຫລາກເຖິງ​ຈະ​ບໍ່​ເຫັນ​ຮອຍ​ຕີນ​ຂອງ​ພຣະອົງ.
20ພຣະອົງ​ໄດ້​ນຳພາ​ປະຊາຊົນ​ຂອງ​ພຣະອົງ​ໄປ​ດັ່ງ​ຝູງ​ແກະໂດຍ​ມື​ຂອງ​ໂມເຊ ແລະ ອາໂຣນ.

Biblica, Inc.

https://app.library.bible/content/eab9312f9f16b3a2