ເພງສັນລະເສີນ76

(ເຖິງ​ຫົວໜ້າ​ນັກຮ້ອງ, ບັນເລງ​ເຄື່ອງ​ດົນຕີ​ປະເພດ​ສາຍ, ບົດ​ເພງສັນລະເສີນ​ຂອງ​ອາສັບ, ບົດເພງ)

1ພຣະເຈົ້າ​ເປັນ​ທີ່​ຮູ້​ຈັກ​ໃນ​ຢູດາໃນ​ອິດສະຣາເອນ​ນາມ​ຂອງ​ພຣະອົງ​ຍິ່ງໃຫຍ່2ຫໍເຕັນ​ຂອງ​ພຣະອົງ​ແມ່ນ​ຢູ່​ໃນ​ຊາເລັມທີ່​ສະຖິດ​ຂອງ​ພຣະອົງ​ຢູ່​ໃນ​ຊີໂອນ.3ພຣະອົງ​ໄດ້​ທຳລາຍ​ລູກສອນ​ກະພິບ,ໂລ່ ແລະ ດາບ, ອາວຸດ​ສົງຄາມ.
4ພຣະອົງ​ງາມ​ຮຸ່ງເຮືອງ​ດ້ວຍ​ຄວາມ​ສະຫວ່າງ,ມີ​ບາລະມີ​ຍິ່ງ​ກວ່າ​ພູເຂົາ​ທັງຫລາຍ​ທີ່​ອຸດົມ​ໄປ​ດ້ວຍ​ສັດປ່າ.5ບັນດາ​ຊາຍ​ຜູ້​ກ້າຫານ​ນອນ​ໝົດ​ເພາະ​ຖືກ​ປຸ້ນພວກເຂົາ​ນອນຫລັບ​ບໍ່​ຕື່ນ​ອີກ​ເລີຍບໍ່​ມີ​ນັກຮົບ​ຈັກ​ຄົນທີ່​ສາມາດ​ຍົກ​ມື​ຂຶ້ນ​ໄດ້.6ຂ້າແດ່​ພຣະເຈົ້າ​ຂອງ​ຢາໂຄບ ເມື່ອ​ພຣະອົງ​ຕຳໜິທັງ​ມ້າ ແລະ ລົດມ້າ​ຮົບ​ກໍ​ບໍ່​ເໜັງ​ຕີງ
7ພຣະອົງ​ແຕ່​ຜູ້​ດຽວ​ເປັນ​ທີ່​ຄວນ​ຢຳເກງເມື່ອ​ພຣະອົງ​ໃຈຮ້າຍ ຜູ້ໃດ​ຈະ​ສາມາດ​ຢືນ​ຢູ່​ຕໍ່ໜ້າ​ພຣະອົງ​ໄດ້?8ພຣະອົງ​ໄດ້​ປະກາດ​ຄຳ​ພິພາກສາ​ຈາກ​ຟ້າ​ສະຫວັນແຜ່ນດິນ​ໂລກ​ກໍ​ສະທ້ານ​ສະເທືອນ ແລະ ມິດ​ງຽບ9ຂ້າແດ່​ພຣະເຈົ້າ ເມື່ອ​ພຣະອົງ​ລຸກ​ຂຶ້ນ​ພິພາກສາເພື່ອ​ຊ່ວຍ​ບັນດາ​ຜູ້​ທຸກຍາກ​ລຳບາກ​ຂອງ​ດິນແດນ.10ແນ່​ນອນ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຕໍ່​ມະນຸດ​ກໍ​ນຳ​ການ​ສັນລະເສີນ​ມາ​ສູ່​ພຣະອົງ,ແລະ ຜູ້​ທີ່​ຢູ່​ລອດ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຈະ​ຖືກ​ຢັບຢັ້ງ. 
11ຈົ່ງ​ປະຕິຍານ​ຕໍ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ ເຮັດ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ນັ້ນ;ໃຫ້​ດິນແດນ​ຂອງ​ເພື່ອນບ້ານ​ທັງໝົດນຳ​ຂອງຂັວນ​ມາ​ຖວາຍ​ແດ່​ພຣະອົງ ຜູ້​ເປັນ​ທີ່​ຢຳເກງ.12ພຣະອົງ​ໄດ້​ເຮັດ​ໃຫ້​ຜູ້​ທີ່​ປົກຄອງ​ທັງຫລາຍ​ຖ່ອມ​ໃຈພຣະອົງ​ເປັນ​ທີ່​ຢຳເກງ​ຂອງ​ບັນດາ​ກະສັດ​ຂອງ​ແຜ່ນດິນ​ໂລກ.

Biblica, Inc.

https://app.library.bible/content/eab9312f9f16b3a2