ເພງສັນລະເສີນ75

(ເຖິງ​ຫົວໜ້າ​ນັກຮ້ອງ, ທຳນອງ “ຢ່າ​ທຳລາຍ”, ບົດ​ເພງສັນລະເສີນ​ຂອງ​ອາສັບ, ບົດເພງ)

1ຂ້າແດ່​ພຣະເຈົ້າ ພວກຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ,ພວກຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ນາມ​ຂອງ​ພຣະອົງ​ຢູ່​ໃກ້;ຄົນ​ທັງ​ຫລາຍ​ໄດ້​ເລົ່າ​ເຖິງ​ການ​ກະທຳ​ອັນ​ອັດສະຈັນ​ຂອງ​ພຣະອົງ
2ພຣະອົງ​ກ່າວ​ວ່າ “ເຮົາ​ເລືອກ​ເວລາ​ທີ່​ກຳນົດ​ໄວ້ເຮົາ​ນີ້​ແຫລະ​ເປັນ​ຜູ້​ພິພາກສາ​ທີ່​ທ່ຽງທຳ.3ເມື່ອ​ໂລກ​ສັ່ນສະເທືອນ ແລະ ຊາວ​ໂລກ​ທຸກຄົນ​ສັ່ນ​ສະທ້ານ​ຢ້ານກົວ,ເຮົາ​ນີ້​ແຫລະ​ເປັນ​ຜູ້​ທີ່​ຢຶດ​ເສົາ​ຫລັກ​ຂອງ​ໂລກ​ໄວ້​ໃຫ້​ຕັ້ງ​ໝັ້ນຄົງ​ຢູ່.4ເຮົາ​ເວົ້າ​ກັບ​ຄົນ​ຈອງຫອງ​ວ່າ ‘ຢ່າ​ອວດອ້າງ​ອີກ​ຕໍ່ໄປ’ແລະ ເວົ້າ​ກັບ​ຄົນ​ຊົ່ວ​ວ່າ ‘ຢ່າ​ຍົກ​ເຂົາສັດ​ຂອງ​ເຈົ້າ​ຂຶ້ນ 5ຢ່າ​ຍົກ​ເຂົາສັດ​ຂອງ​ເຈົ້າ​ຂຶ້ນ​ຕໍ່​ຟ້າ​ສະຫວັນຢ່າ​ເວົ້າ​ທ້າທາຍ​ຫລາຍ’ ”.
6ບໍ່​ມີ​ຜູ້ໃດ​ທີ່​ມາ​ຈາກ​ທິດ​ຕາເວັນ​ອອກ ຫລື ທິດ​ຕາເວັນ​ຕົກຫລື ມາ​ຈາກ​ຖິ່ນແຫ້ງແລ້ງກັນດານ​ຈະ​ຍົກຍ້ອງ​ຕົນ​ເອງ​ໄດ້.7ແຕ່​ພຣະເຈົ້າ​ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ຕັດສິນ.ພຣະອົງ​ເອົາ​ຄົນ​ໜຶ່ງ​ລົງ ແລະ ພຣະອົງ​ກໍ​ຍົກ​ອີກ​ຄົນ​ໜຶ່ງ​ຂຶ້ນ.8ໃນ​ມື​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ມີ​ຈອກ​ເຫລົ້າອະງຸ່ນທີ່​ເຕັມ​ໄປ​ດ້ວຍ​ຟອງ​ເຫລົ້າ​ຟູ​ປະສົມ​ເຄື່ອງເທດ,ພຣະອົງ​ເທ​ມັນ​ອອກ​ມາ ແລະ ຄົນ​ຊົ່ວ​ໃນ​ໂລກ​ທຸກຄົນກໍ​ດື່ມ​ມັນ​ຈົນ​ໝົດ ບໍ່​ເວັ້ນ​ແມ່ນ​ແຕ່​ຂີ້​ຕະກອນ​ທີ່​ຢູ່​ກົ້ນ​ຈອກ.
9ສຳລັບ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ປະກາດ​ເລື່ອງ​ນີ້​ຕະຫລອດ​ໄປ;ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ຂອງ​ຢາໂຄບ,10ພຣະອົງ​ເວົ້າ​ວ່າ “ເຮົາ​ຈະ​ຕັດ​ເຂົາ​ຂອງ​ຄົນ​ຊົ່ວ​ທັງໝົດແຕ່​ເຂົາ​ຂອງ​ຄົນ​ຊອບທຳ​ຈະ​ຖືກ​ຍົກ​ຂຶ້ນ”.

Biblica, Inc.

https://app.library.bible/content/eab9312f9f16b3a2