ເພງສັນລະເສີນ74
(ມັດຄິນ ຂອງອາສັບ)
1ຂ້າແດ່ພຣະເຈົ້າ ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມພວກຂ້ານ້ອຍຕະຫລອດໄປ?ດ້ວຍເຫດໃດຄວາມໃຈຮ້າຍຂອງພຣະອົງຈຶ່ງພຸ່ງຂຶ້ນຕໍ່ແກະທີ່ຢູ່ໃນທົ່ງຫຍ້າຂອງພຣະອົງ?2ຂໍລະນຶກເຖິງຊົນຊາດທີ່ພຣະອົງໄດ້ຊື້ໄວ້ຕັ້ງແຕ່ຄັ້ງດົນນານມາແລ້ວ,ຄົນທັງຫລາຍທີ່ພຣະອົງໄດ້ໄຖ່ໄວ້ເປັນກຳມະສິດຂອງພຣະອົງພູເຂົາຊີໂອນ ບ່ອນທີ່ຂອງພຣະອົງຢູ່.3ຂໍໂຜດຫັນບາດຍ່າງຂອງພຣະອົງມາຍັງຊາກທີ່ຫັກພັງຕະຫລອດການເຫລົ່ານີ້,ຄວາມພິນາດທັງຫລາຍທີ່ສັດຕູໄດ້ນຳມາສູ່ບ່ອນນະມັດສະການ.4ບັນດາສັດຕູຂອງພຣະອົງພາກັນໂຫ່ຮ້ອງໃນວິຫານບ່ອນທີ່ພຣະອົງໄດ້ພົບກັບພວກຂ້ານ້ອຍ;ພວກເຂົາຕັ້ງທຸງຮົບຂອງຕົນຂຶ້ນເປັນໝາຍສຳຄັນ.5ພວກເຂົາເຮັດໂຕເໝືອນຄົນຖືຂວານເພື່ອຕັດຜ່ານປ່າໄມ້ທີ່ດົກໜາ.6ພວກເຂົາທຸບໄມ້ທີ່ແກະສະຫລັກທັງໝົດດ້ວຍຂວານດ້າມໃຫຍ່ ແລະ ນ້ອຍ.7ພວກເຂົາໄດ້ຈູດບ່ອນນະມັດສະການຂອງພຣະອົງຈົນພິນາດພວກເຂົາເຮັດໃຫ້ບ່ອນຢູ່ຂອງນາມຂອງພຣະອົງເປັນມົນທິນ.8ພວກເຂົາຄິດໃນໃຈຂອງຕົນວ່າ “ພວກເຮົາຈະຍ່ອງໃຫ້ໝົດ!”ພວກເຂົາໄດ້ຈູດບ່ອນນະມັດສະການພຣະເຈົ້າທຸກບ່ອນໃນແຜ່ນດິນ.9ເຮົາບໍ່ໄດ້ຮັບໝາຍສຳຄັນຈາກພຣະເຈົ້າ;ບໍ່ມີຜູ້ທຳນວາຍເຫລືອຢູ່ເລີຍ,ແລະ ບໍ່ມີຈັກຄົນໃນພວກເຮົາທີ່ຮູ້ວ່າຈະເປັນຢ່າງນີ້ໄປອີກດົນເທົ່າໃດ.10ຂ້າແດ່ພຣະເຈົ້າ ສັດຕູຈະເຢາະເຢີ້ຍພຣະອົງໄປອີກດົນປານໃດ?ສັດຕູຈະໝິ່ນປະໝາດນາມຂອງພຣະອົງຕະຫລອດໄປບໍ?11ດ້ວຍເຫດໃດຈຶ່ງຢັ້ງມືຂວາຂອງພຣະອົງໄວ້?ຂໍໂຜດຍື່ນມືຂວາຂອງພຣະອົງອອກມາ ແລະ ທຳລາຍພວກເຂົາ!12ຂ້າແດ່ພຣະເຈົ້າ ແຕ່ພຣະອົງເປັນກະສັດຂອງຂ້ານ້ອຍມາຕັ້ງແຕ່ດົນມາ;ພຣະອົງນຳຄວາມພົ້ນມາຍັງແຜ່ນດິນໂລກ.13ພຣະອົງນີ້ແຫລະ ຄືຜູ້ທີ່ແຍກທະເລອອກດ້ວຍລິດອຳນາດຂອງພຣະອົງ;ພຣະອົງໄດ້ຫັກຫົວຂອງສັດຮ້າຍທີ່ຢູ່ໃນນ້ຳ.14ພຣະອົງນີ້ແຫລະ ຄືຜູ້ທີ່ໄດ້ຍ່ອງຫົວທັງຫລາຍຂອງເລວີອາທານແລະ ຖິ້ມໃຫ້ເປັນອາຫານຂອງສັດທັງຫລາຍໃນຖິ່ນແຫ້ງແລ້ງກັນດານ.15ພຣະອົງນີ້ແຫລະ ຄືຜູ້ທີ່ເປີດບໍ່ນ້ຳພຸ ແລະ ແມ່ນ້ຳ;ພຣະອົງໄດ້ເຮັດໃຫ້ແມ່ນ້ຳທີ່ໄຫລຢູ່ສະເໝີນັ້ນແຫ້ງລົງ.16ກາງເວັນເປັນຂອງພຣະອົງ ແລະ ກາງຄືນກໍເປັນຂອງພຣະອົງ;ພຣະອົງໄດ້ຕັ້ງດວງຕາເວັນ ແລະ ດວງເດືອນ.17ພຣະອົງນີ້ແຫລະ ຄືຜູ້ທີ່ກຳນົດເຂດແດນຕ່າງໆຂອງໂລກພຣະອົງໄດ້ກຳນົດທັງລະດູຮ້ອນ ແລະ ລະດູໜາວ.18ຂ້າແດ່ພຣະເຈົ້າຢາເວ ຂໍລະນຶກວ່າສັດຕູໄດ້ເຢາະເຢີ້ຍພຣະອົງຢ່າງໃດ,ຄົນທັງຫລາຍທີ່ໂງ່ຈ້າໄດ້ໝິ່ນປະໝາດນາມຂອງພຣະອົງຢ່າງໃດ.19ຂໍຢ່າຍື່ນຊີວິດນົກເຂົາຂອງພຣະອົງໃຫ້ແກ່ສັດປ່າ;ຂໍຢ່າລືມຄົນຜູ້ຕົກທຸກຍາກລຳບາກຂອງພຣະອົງຕະຫລອດໄປ.20ໂຜດລະນຶກເຖິງສັນຍາຂອງພຣະອົງ,ເພາະຄວາມຮຸນແຮງແຝງຢູ່ທົ່ວທຸກມຸມມືດຂອງແຜ່ນດິນ.21ຂໍຢ່າໃຫ້ຜູ້ທີ່ຖືກຂົ່ມເຫັງຕ້ອງຈົມຢູ່ໃນຄວາມອັບອາຍ,ຂໍໃຫ້ຄົນທຸກຍາກ ແລະ ຂັດສົນສັນລະເສີນນາມຂອງພຣະອົງ.22ຂ້າແດ່ພຣະເຈົ້າ ຂໍໂຜດລຸກຂຶ້ນ ແລະ ປົກປ້ອງຄະດີຂອງພຣະອົງຂໍລະນຶກວ່າຄົນໂງ່ຈ້ານັ້ນເຢາະເຢີ້ຍພຣະອົງຕະຫລອດເວລາ.23ຂໍຢ່າໄດ້ເສີຍຊາຕໍ່ສຽງໂຫ່ຮ້ອງຂອງບັນດາຝ່າຍກົງກັນຂ້າມຂອງພຣະອົງ,ຕໍ່ສຽງອຶກກະທຶກຂອງສັດຕູຂອງພຣະອົງ ເຊິ່ງດັ່ງຂຶ້ນເລື້ອຍໆ.Biblica, Inc.