ເພງສັນລະເສີນ73
(ບົດເພງສັນລະເສີນຂອງອາສັບ)
1ແນ່ນອນ ພຣະເຈົ້າດີຕໍ່ອິດສະຣາເອນຕໍ່ບັນດາຜູ້ທີ່ມີໃຈບໍລິສຸດ.2ແຕ່ສຳລັບຂ້ານ້ອຍ, ຕີນຂອງຂ້ານ້ອຍເກືອບຈະມືນພາດຂ້ານ້ອຍເກືອບຈະເສຍຫລັກ.3ເພາະຂ້ານ້ອຍອິດສາຄົນຈອງຫອງເມື່ອຂ້ານ້ອຍເຫັນຄວາມຈະເລີນຮຸ່ງເຮືອງຂອງຄົນຊົ່ວຮ້າຍ.4ພວກເຂົາບໍ່ຕ້ອງໄດ້ດິ້ນຮົນຕໍ່ສູ້;ຮ່າງກາຍຂອງພວກເຂົາມີສຸຂະພາບດີ ແລະ ແຂງແຮງ. 5ພວກເຂົາບໍ່ຕ້ອງໄດ້ແບກພາລະເໝືອນກັບຄົນອື່ນໆພວກເຂົາບໍ່ຕ້ອງເປັນທຸກດ້ວຍໂລກໄພໄຂ້ເຈັບ.6ເຫດສະນັ້ນພວກເຂົາຈຶ່ງຄ້ອງຄວາມຈອງຫອງເປັນສາຍຄໍຂອງຕົນ;ພວກເຂົາສວມຄວາມຮຸນແຮງເປັນເຄື່ອງນຸ່ງໃຫ້ຕົນ.7ຄວາມຊົ່ວຊ້າອອກມາຈາກໃຈທີ່ຕາຍດ້ານຂອງພວກເຂົາ ຄວາມຄິດຊົ່ວໃນຈິດໃຈຂອງພວກເຂົາໄຮ້ຂີດຈຳກັດ.8ພວກເຂົາເຢາະເຢີ້ຍ ແລະ ເວົ້າດ້ວຍຄວາມມຸ່ງຮ້າຍພວກເຂົາຄຸກຄາມກົດຂີ່ດ້ວຍຄວາມຈອງຫອງ.9ປາກຂອງພວກເຂົາອ້າງສິດເໜືອຟ້າສະຫວັນ,ລິ້ນຂອງພວກເຂົາອວດອ້າງກຳມະສິດເໜືອແຜ່ນດິນໂລກ.10ເຫດສະນັ້ນ ຄົນຂອງພວກເຂົາຈຶ່ງຫັນໄປຫາພວກເຂົາແລະ ດື່ມນ້ຳໝົດໄປຢ່າງຫລວງຫລາຍ. 11ພວກເຂົາເວົ້າວ່າ “ພຣະເຈົ້າຈະຮູ້ໄດ້ຢ່າງໃດ?ອົງຜູ້ສູງສຸດຈະຮູ້ຫຍັງ?”12ຄົນຊົ່ວຮ້າຍກໍເປັນເຊັ່ນນີ້ສຸກສະບາຍຢູ່ເລື້ອຍ, ພວກເຂົາຮັ່ງມີຂຶ້ນເລື້ອຍໆ.13ແນ່ນອນ ຂ້ານ້ອຍໄດ້ຮັກສາໃຈໃຫ້ບໍລິສຸດແລະ ຊຳລະມືໃຫ້ປາດສະຈາກມົນທິນໂດຍບໍ່ມີປະໂຫຍດ.14ຂ້ານ້ອຍຖືກລຸມທຳຮ້າຍຢູ່ຕະຫລອດທັງວັນແລະ ຖືກລົງໂທດໃໝ່ຢູ່ທຸກເຊົ້າ.15ຖ້າຂ້ານ້ອຍໄດ້ເວົ້າອອກມາຢ່າງນັ້ນ,ຂ້ານ້ອຍກໍຄົງຈະໄດ້ທໍລະຍົດຕໍ່ບັນດາລູກຂອງພຣະອົງ.16ເມື່ອຂ້ານ້ອຍພະຍາຍາມທີ່ຈະເຂົ້າໃຈທັງໝົດນີ້ກໍເຮັດໃຫ້ຂ້ານ້ອຍລຳບາກໃຈຫລາຍ17ຈົນຂ້ານ້ອຍໄດ້ເຂົ້າໄປຍັງບ່ອນນະມັດສະການຂອງພຣະເຈົ້າ;ຂ້ານ້ອຍຈຶ່ງເຂົ້າໃຈເຖິງຈຸດໝາຍປາຍທາງສຸດທ້າຍຂອງພວກເຂົາ.18ແນ່ນອນ ພຣະອົງໃຫ້ພວກເຂົາຢືນຢູ່ເທິງບ່ອນມື່ນພຣະອົງໂຍນພວກເຂົາລົງສູ່ຄວາມຈິບຫາຍ.19ພວກເຂົາຖືກທຳລາຍໄປໃນທັນທີ,ຖືກກວາດລ້າງໄປໝົດສິ້ນດ້ວຍຄວາມຢ້ານ!20ຂ້າແດ່ອົງພຣະຜູ້ເປັນເຈົ້າເມື່ອພຣະອົງລຸກຂຶ້ນກໍເໝືອນຄົນທີ່ຕື່ນຈາກຝັນພຣະອົງຈະດູຖູກຢຽດຢາມພວກເຂົາວ່າເປັນພຽງພາບໃນຄວາມຝັນ.21ເມື່ອຈິດໃຈຂອງຂ້ານ້ອຍທຸກໂສກແລະ ຈິດວິນຍານຂອງຂ້ານ້ອຍຂົມຂື່ນ,22ຂ້ານ້ອຍກໍບໍ່ຮູ້ຈັກຄິດ ແລະ ໂງ່ຈ້າຂ້ານ້ອຍເປັນເໝືອນສັດເດຍລະສານຕໍ່ພຣະອົງ.23ແຕ່ເຖິງປານນັ້ນ ຂ້ານ້ອຍກໍຍັງຢູ່ກັບພຣະອົງສະເໝີ;ພຣະອົງໄດ້ຈັບມືຂວາຂອງຂ້ານ້ອຍໄວ້.24ພຣະອົງໄດ້ນຳພາຂ້ານ້ອຍດ້ວຍຄຳປຶກສາຂອງພຣະອົງແລະ ພາຍຫລັງພຣະອົງກໍຈະຮັບຂ້ານ້ອຍເຂົ້າສູ່ສະຫງ່າລາສີ.25ນອກຈາກພຣະອົງແລ້ວຂ້ານ້ອຍມີຜູ້ອື່ນໃດໃນຟ້າສະຫວັນບໍ?ແລະ ໃນໂລກນີ້ຂ້ານ້ອຍບໍ່ປາຖະໜາສິ່ງໃດນອກຈາກພຣະອົງ.26ຮ່າງກາຍ ແລະ ຈິດໃຈຂອງຂ້ານ້ອຍອາດຈະເສື່ອມໄປ,ແຕ່ພຣະເຈົ້າກໍເປັນພະລັງໃນຈິດໃຈຂອງຂ້ານ້ອຍແລະ ເປັນສ່ວນມໍລະດົກຂອງຂ້ານ້ອຍຕະຫລອດໄປ.27ບັນດາຜູ້ທີ່ຢູ່ຫ່າງໄກຈາກພຣະອົງກໍຈະຈິບຫາຍ;ພຣະອົງທຳລາຍທຸກຄົນທີ່ບໍ່ສັດຊື່ຕໍ່ພຣະອົງ.28ແຕ່ສ່ວນຂ້ານ້ອຍ ດີແທ້ໆທີ່ໄດ້ເຂົ້າມາໃກ້ພຣະເຈົ້າ.ຂ້ານ້ອຍໄດ້ໃຫ້ພຣະເຈົ້າຢາເວອົງເຈົ້ານາຍເປັນບ່ອນລີ້ໄພຂອງຂ້ານ້ອຍ;ຂ້ານ້ອຍຈະເລົ່າເຖິງທຸກສິ່ງທີ່ພຣະອົງພຣະອົງໄດ້ເຮັດ.Biblica, Inc.