ເພງສັນລະເສີນ72

(ບົດ​ປະພັນ​ຂອງ​ໂຊໂລໂມນ)

1ຂ້າແດ່​ພຣະເຈົ້າ ຂໍ​ມອບ​ຄວາມຍຸຕິທຳ​ຂອງ​ພຣະອົງ​ແກ່​ກະສັດ​ຜູ້​ນັ້ນແລະ ລູກຊາຍ​ຂອງ​ກະສັດ​ດ້ວຍ​ຄວາມ​ຊອບທຳ​ຂອງ​ພຣະອົງ.2ກະສັດ​ຈະ  ​ພິພາກສາ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ຄວາມ​ຊອບທຳ,ໃຫ້​ຄວາມ​ຍຸຕິທຳ​ແກ່​ຜູ້​ທຸກຍາກ​ລຳບາກ.
3ຂໍ​ໃຫ້​ພູເຂົາ​ທັງຫລາຍ​ນຳ​ຄວາມ​ຮັ່ງມີ​ມາ​ສູ່​ປະຊາຊົນແລະ ໂນນພູ​ກໍ​ໃຫ້​ຜົນ​ຜະລິດ​ແຫ່ງ​ຄວາມ​ຊອບທຳ.4ຂໍ​ໃຫ້​ເພິ່ນ​ປົກປ້ອງ​ຜູ້​ທຸກຍາກ​ລຳບາກ​ທີ່​ຢູ່​ໃນ​ທ່າມກາງ​ປະຊາຊົນແລະ ຊ່ວຍ​ກອບກູ້​ເອົາ​ລູກ​ຫລານ​ຂອງ​ຜູ້​ທີ່​ຂັດສົນ;ຂໍ​ໃຫ້​ເພິ່ນ​ບຸກ​ໂຈມຕີ​ຄົນ​ທີ່​ຂົ່ມເຫັງ​ທັງຫລາຍ.5ຂໍ​ໃຫ້​ເພິ່ນ​ໝັ້ນຍືນ  ​ຕະຫລອດ​ໄປ​ເໝືອນດັ່ງ​ດວງ​ຕາເວັນ,ໝັ້ນຍືນ​ຕະຫລອດ​ໄປ​ເໝືອນດັ່ງ​ດວງ​ເດືອນ ຕະຫລອດ​ທຸກ​ຊົ່ວ​ອາຍຸ​ຄົນ.6ຂໍ​ໃຫ້​ເພິ່ນ​ເປັນ​ເໝືອນ​ຝົນ​ທີ່​ຕົກ​ລົງ​ມາ​ຫົດ​ທົ່ງຫຍ້າ,ເໝືອນ​ກັບ​ຝົນ​ທີ່​ຫົດ​ລົງ​ແຜ່ນດິນ​ໂລກ.7ຜູ້​ຊອບທຳ​ຈະ​ຈະເລີນ​ຮຸ່ງເຮືອງ​ໃນ​ສະໄໝ​ຂອງ​ເພິ່ນແລະ ມີ​ຄວາມ​ຈະເລີນ​ຮຸ່ງເຮືອງ​ໄປ​ຈົນ​ກວ່າ​ດວງ​ເດືອນ​ຈະ​ດັບ​ສູນ.
8ຂໍ​ໃຫ້​ເພິ່ນ​ປົກຄອງ​ຈາກ​ທະເລ​ຟາກ​ໜຶ່ງ​ຈົນ​ເຖິງ​ທະເລ​ອີກ​ຟາກ​ໜຶ່ງແລະ ຈາກ​ແມ່ນ້ຳ​ນັ້ນ  ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.9ຂໍ​ໃຫ້​ຊົນເຜົ່າ​ຕ່າງໆ​ໃນ​ຖິ່ນແຫ້ງແລ້ງກັນດານ​ໝອບ​ກາບ​ເພິ່ນແລະ ສັດຕູ​ຂອງ​ເພິ່ນ​ຈະ​ຟຸບ​ລົງ​ເກືອກ​ຝຸ່ນ.10ຂໍ​ໃຫ້​ບັນດາ​ກະສັດ​ແຫ່ງ​ຕາກຊິດ ແລະ ແຫ່ງ​ໝູ່​ເກາະ​ທັງຫລາຍນຳ​ເຄື່ອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ.ບັນດາ​ກະສັດ​ຈາກ​ເຊບາ ແລະ ເສບາຈະ​ນຳ​ຂອງຂັວນ​ມາ​ມອບ​ໃຫ້​ເພິ່ນ.11ຂໍ​ໃຫ້​ບັນດາ​ກະສັດ​ມາ​ນ້ອມ​ຄຳນັບ​ເພິ່ນແລະ ປະຊາຊາດ​ທັງໝົດ​ຈະ​ມາ​ຮັບໃຊ້​ເພິ່ນ.
12ເພາະ​ເພິ່ນ​ຈະ​ຊ່ວຍ​ກອບກູ້​ເອົາ​ຄົນ​ຂາດເຂີນ​ຜູ້​ທີ່​ຮ້ອງຂໍ,ຊ່ວຍເຫລືອ​ຜູ້​ທຸກຍາກ​ລຳບາກ​ທີ່​ບໍ່​ມີ​ຜູ້ໃດ​ຊ່ວຍ.13ເພິ່ນ​ມີ​ໃຈ​ສົງສານ​ຜູ້​ທີ່​ອ່ອນແອ ແລະ ຜູ້​ທີ່​ຂັດສົນແລະ ຊ່ວຍ​ຊີວິດ​ຜູ້​ທີ່​ຂາດເຂີນ​ອອກ​ຈາກ​ຄວາມ​ຕາຍ.14ເພິ່ນ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ກົດຂີ່​ຂົ່ມເຫັງ ແລະ ຈາກ​ຄວາມ​ຮຸນແຮງ,ເພາະ​ເລືອດ​ຂອງ​ພວກເຂົາ​ມີ​ຄ່າ​ຫລາຍ​ໃນ​ສາຍ​ຕາ​ຂອງ​ເພິ່ນ.
15ຂໍ​ໃຫ້​ເພິ່ນ​ມີ​ອາຍຸ​ຍືນ​ຍາວ!ຂໍ​ໃຫ້​ມີ​ຜູ້​ທີ່​ນຳ​ເອົາ​ຄຳ​ຈາກ​ເຊບາ​ມາ​ມອບ​ໃຫ້​ເພິ່ນ.ຂໍ​ໃຫ້​ຄົນ​ທັງຫລາຍ​ອະທິຖານ​ເພື່ອ​ເພິ່ນ​ຕະຫລອດ​ໄປແລະ ອວຍພອນ​ເພິ່ນ​ຕະຫລອດ​ເວລາ.16ຂໍ​ໃຫ້​ມີ​ເຂົ້າ​ອຸດົມ​ສົມບູນ​ໄປ​ທົ່ວ​ແຜ່ນດິນ;ແມ່ນ​ແຕ່​ຢູ່​ເທິງ​ຍອດ​ພູເຂົາ​ກໍ​ຍັງ​ຊູ​ຮວງ​ແກວ່ງ​ໄປ​ມາ.ຂໍ​ໃຫ້​ພືດ​ງອກ​ງາມ​ເໝືອນດັ່ງ​ເລບານອນແລະ ຂໍ​ໃຫ້​ລະເລີນ​ງອກ​ງາມ​ເໝືອນດັ່ງ​ຫຍ້າ​ທີ່​ຢູ່​ໃນ​ທົ່ງ.17ຂໍ​ໃຫ້​ນາມ​ຂອງ​ເພິ່ນ​ດຳລົງ​ຢູ່​ຕະຫລອດ​ໄປ;ແລະ ຂໍ​ໃຫ້​ນາມ​ນັ້ນ​ໝັ້ນຍືນ​ດັ່ງ​ດວງ​ຕາເວັນ.ແລ້ວ​ທຸກ​ຊົນຊາດ​ກໍ​ຈະ​ໄດ້​ຮັບ​ພອນ​ເພາະ​ເພິ່ນ ແລະ ພວກເຂົາ​ຈະ​ເອີ້ນ​ເພິ່ນ​ວ່າ​ຜູ້​ໄດ້​ຮັບ​ພອນ.
18ຂໍ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ,ພຣະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ກະທຳ​ການ​ອັນ​ອັດສະຈັນ.19ຂໍ​ຖວາຍ​ສັນລະເສີນ​ແດ່​ນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ຕະຫລອດ​ໄປ;ຂໍ​ໃຫ້​ທົ່ວ​ໂລກ​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງອາແມນ ແລະ ອາແມນ.
20ຈົບ​ຄຳ​ອະທິຖານ​ຂອງ​ດາວິດ ລູກຊາຍ​ຂອງ​ເຢຊີ​ພຽງ​ເທົ່າ​ນີ້.

Biblica, Inc.

https://app.library.bible/content/eab9312f9f16b3a2