ເພງສັນລະເສີນ71
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ລີ້ໄພຢູ່ໃນພຣະອົງຂໍຢ່າໃຫ້ຂ້ານ້ອຍອັບອາຍເລີຍ.2ຂໍຊ່ວຍ ແລະ ປົດປ່ອຍຂ້ານ້ອຍໃນຄວາມຊອບທຳຂອງພຣະອົງຂໍງ່ຽງຫູຟັງຂ້ານ້ອຍ ແລະ ຊ່ວຍກອບກູ້ຂ້ານ້ອຍ.3ຂໍໂຜດເປັນສີລາໃຫ້ຂ້ານ້ອຍເຂົ້າລີ້ໄພ,ເຊິ່ງຂ້ານ້ອຍສາມາດເຂົ້າໄປພັກພິງໄດ້ສະເໝີ;ຂໍໂຜດສັ່ງໃຫ້ຊ່ວຍກອບກູ້ຂ້ານ້ອຍ,ເພາະພຣະອົງເປັນສີລາ ແລະ ເປັນປ້ອມປ້ອງກັນຂອງຂ້ານ້ອຍ.4ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກມືຂອງຄົນຊົ່ວຮ້າຍ,ພົ້ນຈາກມືຂອງບັນດາຄົນຊົ່ວຮ້າຍ ແລະ ໂຫດຮ້າຍ.5ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ ເພາະພຣະອົງໄດ້ເປັນຄວາມຫວັງຂອງຂ້ານ້ອຍ,ເປັນຄວາມໝັ້ນໃຈຂອງຂ້ານ້ອຍມາຕັ້ງແຕ່ຂ້ານ້ອຍຍັງໜຸ່ມ.6ຂ້ານ້ອຍເພິ່ງພາພຣະອົງມາຕັ້ງແຕ່ເກີດພຣະອົງນຳຂ້ານ້ອຍອອກມາຈາກມົດລູກຂອງມານດາ.ຂ້ານ້ອຍຈະສັນລະເສີນພຣະອົງຕະຫລອດໄປ.7ຄົນຫລວງຫລາຍປະຫລາດໃຈກ່ຽວກັບຂ້ານ້ອຍແຕ່ພຣະອົງໄດ້ເປັນທີ່ລີ້ໄພອັນເຂັ້ມແຂງຂອງຂ້ານ້ອຍ.8ປາກຂອງຂ້ານ້ອຍກໍເຕັມລົ້ນດ້ວຍຄຳສັນລະເສີນພຣະອົງ,ປະກາດເຖິງຄວາມສະຫງ່າງາມຂອງພຣະອົງຕະຫລອດທັງວັນ.9ຂໍຢ່າປະຖິ້ມຂ້ານ້ອຍເມື່ອຂ້ານ້ອຍເຖົ້າແກ່ຂໍຢ່າປະຖິ້ມຂ້ານ້ອຍເມື່ອຂ້ານ້ອຍໝົດແຮງ.10ເພາະສັດຕູຂອງຂ້ານ້ອຍກໍເວົ້າຕໍ່ສູ້ຂ້ານ້ອຍບັນດາຜູ້ທີ່ຄອຍຖ້າຈະເອົາຊີວິດຂອງຂ້ານ້ອຍກໍສົມຮູ້ຮ່ວມຄິດກັນ.11ພວກເຂົາເວົ້າວ່າ “ພຣະເຈົ້າໄດ້ປະຖິ້ມລາວແລ້ວ;ໃຫ້ພວກເຮົາໄລ່ຕາມລາວ ແລະ ຈັບລາວ,ເພາະບໍ່ມີຜູ້ໃດຈະຊ່ວຍກອບກູ້ເອົາລາວດອກ”.12ຂ້າແດ່ພຣະເຈົ້າ ຂໍຢ່າໄປຫ່າງໄກຂ້ານ້ອຍຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຟ້າວມາຊ່ວຍຂ້ານ້ອຍໂດຍໄວ.13ຂໍໃຫ້ຜູ້ທີ່ກ່າວຫາຂ້ານ້ອຍພິນາດຈິບຫາຍໄປດ້ວຍຄວາມອັບອາຍ.ຂໍໃຫ້ບັນດາຜູ້ທີ່ຢາກທຳຮ້າຍຂ້ານ້ອຍໄດ້ຮັບການດູຖູກ ແລະ ຄວາມອັບອາຍ.14ແຕ່ສ່ວນຂ້ານ້ອຍ, ຂ້ານ້ອຍຈະຍັງມີຄວາມຫວັງຢູ່ສະເໝີ;ຂ້ານ້ອຍຈະຖວາຍສັນລະເສີນແດ່ພຣະອົງຫລາຍກວ່າເກົ່າ.15ປາກຂອງຂ້ານ້ອຍຈະກ່າວເຖິງຄວາມຊອບທຳຂອງພຣະອົງຈະເລົ່າເຖິງຄວາມພົ້ນຂອງພຣະອົງຕະຫລອດວັນເຖິງແມ່ນວ່າຂ້ານ້ອຍຈະບໍ່ຮູ້ວ່າຈະເລົ່າເລື່ອງທັງໝົດໄດ້ແນວໃດກໍຕາມ.16ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ ຂ້ານ້ອຍຈະມາປະກາດການກະທຳທີ່ຍິ່ງໃຫຍ່ຂອງພຣະອົງ;ຂ້ານ້ອຍຈະປະກາດຄວາມຊອບທຳຂອງພຣະອົງ, ຂອງພຣະອົງແຕ່ຜູ້ດຽວ.17ຂ້າແດ່ພຣະເຈົ້າ ພຣະອົງໄດ້ສອນຂ້ານ້ອຍຕັ້ງແຕ່ເວລາທີ່ຂ້ານ້ອຍຍັງໜຸ່ມແລະ ຈົນເຖິງທຸກວັນນີ້ ຂ້ານ້ອຍປະກາດການກະທຳອັນອັດສະຈັນຂອງພຣະອົງ.18ເຖິງວ່າເມື່ອຂ້ານ້ອຍເຖົ້າແກ່ ແລະ ຜົມຫງອກ ແລ້ວກໍຕາມ,ພຣະເຈົ້າຂອງຂ້ານ້ອຍ ຂໍຢ່າປະຖິ້ມຂ້ານ້ອຍເລີຍ,ຈົນກວ່າຂ້ານ້ອຍປະກາດລິດອຳນາດຂອງພຣະອົງໃຫ້ແກ່ຄົນລຸ້ນຕໍ່ມາ,ເລົ່າເຖິງການກະທຳອັນຍິ່ງໃຫຍ່ຂອງພຣະອົງໃຫ້ຄົນລຸ້ນຫລັງຟັງ.19ຂ້າແດ່ພຣະເຈົ້າ ຄວາມຊອບທຳຂອງພຣະອົງສູງຈົນເຖິງຟ້າສະຫວັນ,ພຣະອົງໄດ້ກະທຳສິ່ງທີ່ຍິ່ງໃຫຍ່ທັງຫລາຍ.ຂ້າແດ່ພຣະເຈົ້າ ຜູ້ໃດທີ່ເໝືອນພຣະອົງ?20ເຖິງແມ່ນວ່າພຣະອົງໄດ້ໃຫ້ຂ້ານ້ອຍປະສົບຄວາມເດືອດຮ້ອນ,ແລະ ຄວາມຂົມຂື່ນ,ພຣະອົງຈະເຮັດໃຫ້ຊີວິດຂອງຂ້ານ້ອຍກັບຄືນສູ່ສະພາບດີອີກຄັ້ງ;ຈາກບ່ອນເລິກຂອງໂລກພຣະອົງຈະດຶງຂ້ານ້ອຍຂຶ້ນມາອີກ.21ພຣະອົງຈະເພີ່ມເຕີມກຽດໃຫ້ແກ່ຂ້ານ້ອຍແລະ ຈະເລົ້າໂລມຂ້ານ້ອຍອີກ.22ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍພິນໃຫຍ່;ເພາະຄວາມສັດຊື່ຂອງພຣະອົງ,ຂ້າແດ່ອົງບໍລິສຸດແຫ່ງອິດສະຣາເອນ.ຂ້ານ້ອຍຈະຮ້ອງສັນລະເສີນພຣະອົງດ້ວຍພິນເຂົາຄູ່,23ຮີມສົບຂອງຂ້ານ້ອຍຈະໂຫ່ຮ້ອງຍິນດີເມື່ອຂ້ານ້ອຍຮ້ອງເພງສັນລະເສີນພຣະອົງເພາະຂ້ານ້ອຍເປັນຜູ້ທີ່ພຣະອົງໄຖ່ໄວ້.24ລິ້ນຂອງຂ້ານ້ອຍຈະເລົ່າເຖິງການກະທຳອັນຊອບທຳທັງຫລາຍຂອງພຣະອົງຕະຫລອດທັງວັນ.ເພາະບັນດາຜູ້ທີ່ຢາກເຮັດຮ້າຍຂ້ານ້ອຍນັ້ນໄດ້ຮັບຄວາມອັບອາຍ ແລະ ຄວາມສັບສົນວຸ່ນວາຍ.
Biblica, Inc.