ເພງສັນລະເສີນ70

(ເຖິງ​ຫົວໜ້າ​ນັກຮ້ອງ, ຄຳ​ອ້ອນວອນ​ຂອງ​ດາວິດ)

1ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ມາ​ຊ່ວຍ​ຂ້ານ້ອຍ​ໂດຍ​ໄວ.
2ຂໍ​ໃຫ້​ຜູ້​ທີ່​ຢາກ​ເອົາ​ຊີວິດ​ຂ້ານ້ອຍຕ້ອງ​ອັບອາຍ ແລະ ສັບສົນ​ວຸ້ນວາຍ;ຂໍ​ໃຫ້​ບັນດາ​ຜູ້​ທີ່​ຢາກ​ໃຫ້​ຂ້ານ້ອຍ​ຈິບຫາຍ​ນັ້ນຕ້ອງ​ກັບ​ໄປ​ດ້ວຍ​ຄວາມ​ອັບອາຍ.3ຂໍ​ໃຫ້​ຜູ້​ທີ່​ເວົ້າ​ກັບ​ຂ້ານ້ອຍ​ວ່າ: “ນັ້ນ​ເດ! ນັ້ນ​ເດ!”ຖອຍ​ກັບ​ໄປ​ເພາະ​ຄວາມ​ອັບອາຍ​ຂອງ​ຕົນ​ເອງ.4ແຕ່​ຂໍ​ໃຫ້​ທຸກຄົນ​ທີ່​ສະແຫວງຫາ​ພຣະອົງຊື່ນຊົມຍິນດີ ແລະ ຍິນດີ​ໃນ​ພຣະອົງຂໍ​ໃຫ້​ບັນດາ​ຜູ້​ທີ່​ຮັກ​ຄວາມ​ພົ້ນ​ຂອງ​ພຣະອົງ​ກ່າວ​ຢູ່​ສະເໝີ​ວ່າ:“ພຣະເຈົ້າ​ຢາເວ​ນັ້ນ​ຍິ່ງໃຫຍ່!”
5ສ່ວນ​ຂ້ານ້ອຍ ຂ້ານ້ອຍ​ເປັນ​ຄົນ​ທຸກຍາກ ແລະ ຂາດເຂີນຂ້າແດ່​ພຣະເຈົ້າ ໂຜດ​ມາ​ຫາ​ຂ້ານ້ອຍ​ໂດຍ​ໄວ.ພຣະອົງ​ເປັນ​ຜູ້​ຊ່ວຍເຫລືອ ແລະ ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ;ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຢ່າ​ໄດ້​ຊັກຊ້າ.

Biblica, Inc.

https://app.library.bible/content/eab9312f9f16b3a2