ເພງສັນລະເສີນ69

(ເຖິງ​ຫົວໜ້າ​ນັກຮ້ອງ, ທຳນອງ “ລີລາ”, ບົດ​ປະພັນ​ຂອງ​ດາວິດ)

1ຂ້າແດ່​ພຣະເຈົ້າ ຂໍ​ຊ່ວຍ​ຂ້ານ້ອຍ​ດ້ວຍ,ເພາະ​ນ້ຳ​ຖ້ວມ​ເຖິງ​ຄໍ​ຂ້ານ້ອຍ​ແລ້ວ.2ຂ້ານ້ອຍ​ຈົມ​ລົງ​ໃນ​ຕົມ​ເລິກ,ເຊິ່ງ​ບໍ່​ມີ​ບ່ອນ​ໃຫ້​ຢັ່ງ​ຕີນ.ຂ້ານ້ອຍ​ຈົມ​ຢູ່​ໃນ​ນ້ຳ​ເລິກ;ກະແສ​ນ້ຳ​ຖ້ວມ​ປິດ​ຂ້ານ້ອຍ.3ຂ້ານ້ອຍ​ອ້ອນວອນ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຈົນ​ໝົດແຮງຄໍ​ຂອງ​ຂ້ານ້ອຍ​ແຫ້ງ.ຕາ​ຂອງ​ຂ້ານ້ອຍ​ໝົ່ນໝອງ,ເຝົ້າ​ແຕ່​ເບິ່ງ​ຫາ​ພຣະເຈົ້າ​ຂອງ​ຂ້ານ້ອຍ.4ບັນດາ​ຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດມີ​ຫລາຍ​ກວ່າ​ເສັ້ນ​ຜົມ​ເທິງ​ຫົວ​ຂອງ​ຂ້ານ້ອຍ​ອີກ;ສັດຕູ​ຜູ້​ມຸ່ງ​ທຳລາຍ​ຂ້ານ້ອຍໂດຍ​ບໍ່​ມີ​ສາເຫດ​ມີ​ຫລວງຫລາຍ,ຂ້ານ້ອຍ​ຖືກ​ບີບ​ບັງຄັບ​ໃຫ້​ຄືນສິ່ງ​ທີ່​ຂ້ານ້ອຍ​ບໍ່​ໄດ້​ລັກ​ມາ.
5ຂ້າແດ່​ພຣະເຈົ້າ ພຣະອົງ​ຮູ້​ຄວາມ​ໂງ່ຈ້າ​ຂອງ​ຂ້ານ້ອຍ.ຄວາມ​ຜິດ​ຂອງ​ຂ້ານ້ອຍ​ບໍ່​ອາດ​ເຊື່ອງ​ໄວ້​ຈາກ​ພຣະອົງ
6ຂ້າແດ່​ພຣະເຈົ້າ​ຢາເວ ອົງພຣະຜູ້ເປັນເຈົ້າ​ຜູ້​ຍິ່ງໃຫຍ່,ຂໍ​ໃຫ້​ຜູ້​ທີ່​ມີ​ຄວາມ​ຫວັງ​ໃນ​ພຣະອົງບໍ່​ຕ້ອງ​ອັບອາຍ​ເພາະ​ຂ້ານ້ອຍ;ຂ້າແດ່​ພຣະເຈົ້າ​ແຫ່ງ​ອິດສະຣາເອນ,ຂໍ​ໃຫ້​ບັນດາ​ຜູ້​ສະແຫວງຫາ​ພຣະອົງບໍ​ຕ້ອງ​ຖືກ​ອັບອາຍ​ເພາະ​ຂ້ານ້ອຍ;7ເພາະ​ຂ້ານ້ອຍ​ຕ້ອງ​ທົນ​ຕໍ່​ຄຳ​ເຢາະເຢີ້ຍ​ເພາະ​ເຫັນ​ແກ່​ພຣະອົງແລະ ຕ້ອງ​ອັບອາຍ​ຂາຍ​ໜ້າ.8ຂ້ານ້ອຍ​ກາຍເປັນ​ຄົນ​ແປກ​ໜ້າ​ສຳລັບ​ພີ່ນ້ອງ​ຂອງ​ຂ້ານ້ອຍກາຍເປັນ​ຄົນຕ່າງດ້າວ​ສຳລັບ​ພີ່ນ້ອງ​ທ້ອງ​ດຽວ​ກັນ;9ເພາະ​ຄວາມ​ຮ້ອນ​ໃຈ​ເພື່ອ​ວິຫານ​ຂອງ​ພຣະອົງ​ກໍ​ຖ້ວມທົ້ນ​ຂ້ານ້ອຍ,ແລະ ການ​ໝິ່ນປະໝາດ​ຂອງ​ຜູ້​ທີ່​ໝິ່ນປະໝາດ​ພຣະອົງ​ກໍ​ຕົກ​ຢູ່​ເທິງ​ຂ້ານ້ອຍ.10ເມື່ອ​ຮ້ອງໄຫ້ ແລະ ຖື​ສິນ​ອົດອາຫານຂ້ານ້ອຍ​ຈະ​ຕ້ອງ​ທົນ​ຕໍ່​ການ​ເຢາະເຢີ້ຍ;11ເມື່ອ​ຂ້ານ້ອຍ​ໃສ່​ເສື້ອ​ຜ້າກະສອບ,ຄົນ​ທັງຫລາຍ​ກໍ​ເວົ້າ​ກະທົບ​ຂ້ານ້ອຍ.12ບັນດາ​ຜູ້​ທີ່​ນັ່ງ​ຢູ່​ທີ່​ປະຕູ​ເມືອງ​ກໍ​ເຢາະເຢີ້ຍ​ຂ້ານ້ອຍແລະ ຂ້ານ້ອຍ​ຕົກ​ເປັນ​ເພງ​ຂອງ​ຄົນ​ເມົາເຫລົ້າ.
13ຂ້າແດ່​ພຣະເຈົ້າ​ຢາເວ ແຕ່​ຂ້ານ້ອຍ​ອະທິຖານ​ຕໍ່​ພຣະອົງໃນ​ຍາມ​ທີ່​ພຣະອົງ​ພໍໃຈ;ຂ້າແດ່​ພຣະເຈົ້າ ໂດຍ​ຄວາມ​ຮັກ​ຍິ່ງໃຫຍ່​ຂອງ​ພຣະອົງຂໍ​ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ​ຄວາມ​ພົ້ນ​ອັນ​ແນ່ນອນ ເຊິ່ງ​ມາ​ຈາກ​ພຣະອົງ.14ຂໍ​ດຶງ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຕົມ​ເລິກ​ນີ້,ຢ່າ​ໃຫ້​ຂ້ານ້ອຍ​ຈົມ​ລົງ​ໄປ;ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ກຽດຊັງ​ຂ້ານ້ອຍ,ຂໍ​ຊ່ວຍ​ໃຫ້​ພົ້ນ​ຈາກ​ນ້ຳ​ເລິກ.15ຂໍ​ຢ່າ​ໃຫ້​ນ້ຳ​ທັງຫລາຍ​ຖ້ວມ​ຂ້ານ້ອຍຫລື ໃຫ້​ເຫວ​ເລິກ​ກືນ​ຂ້ານ້ອຍຫລື ໃຫ້​ແດນ​ຄົນ​ຕາຍ​ງັບ​ຂ້ານ້ອຍ​ໄວ້.
16ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຕອບ​ຂ້ານ້ອຍ ເພາະ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ​ລ້ຳເລີດ;ຂໍ​ຫັນ​ມາ​ຫາ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.17ຂໍ​ຢ່າ​ຫັນ​ໜ້າ​ໜີ​ຈາກ​ຜູ້ຮັບໃຊ້​ຂອງ​ພຣະອົງ;ຂໍ​ໂຜດ​ຕອບ​ຂ້ານ້ອຍ​ໂດຍ​ໄວ ເພາະ​ຂ້ານ້ອຍ​ກຳລັງ​ເດືອດຮ້ອນ.18ຂໍ​ພຣະອົງ​ມາ​ໃກ້ ແລະ ຊ່ວຍ​ກອບກູ້​ຂ້ານ້ອຍ​ດ້ວຍຂໍ​ປົດປ່ອຍ​ຂ້ານ້ອຍ​ອອກ​ຈາກ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ.
19ພຣະອົງ​ຮູ້​ວ່າ​ຂ້ານ້ອຍ​ຖືກ​ດູຖູກ, ອັບອາຍ ແລະ ອາຍ​ໜ້າ​ເທົ່າ​ໃດສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຢູ່​ຕໍ່ໜ້າ​ພຣະອົງ.20ການ​ດູຖູກ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ຂ້ານ້ອຍ​ແຕກສະຫລາຍແລະ ເຮັດ​ໃຫ້​ຂ້ານ້ອຍ​ສິ້ນ​ຫວັງ;ຂ້ານ້ອຍ​ຫລຽວ​ຫາ​ຄວາມ​ເຫັນໃຈ ແຕ່​ກໍ​ບໍ່​ພົບ​ເລີຍ;ແລະ ເບິ່ງ​ຫາ​ຄົນ​ປອບ​ໃຈ ແຕ່​ບໍ່​ມີ​ຜູ້ໃດ​ຈັກ​ຄົນ,21ພວກເຂົາ​ເອົາ​ນ້ຳບີ​ລົດ​ຂົມ​ໃສ່​ໃນ​ອາຫານ​ຂອງ​ຂ້ານ້ອຍແລະ ໃຫ້​ນ້ຳ​ສົ້ມ​ແກ່​ຂ້ານ້ອຍ​ເມື່ອ​ຂ້ານ້ອຍ​ກະຫາຍ.
22ຂໍ​ໃຫ້​ອາຫານ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພວກເຂົາ​ກາຍເປັນ​ບ້ວງແຮ້ວ;ຂໍ​ໃຫ້​ມັນ​ກາຍເປັນ​ສິ່ງ​ທີ່​ຄືນ​ສະໜອງ ແລະ ເປັນ  ​ກັບ​ດັກ.23ຂໍ​ໃຫ້​ຕາ​ຂອງ​ພວກເຂົາ​ມືດ​ມົວ​ໄປ ພວກເຂົາ​ຈະ​ໄດ້​ເບິ່ງ​ບໍ່​ເຫັນ,ແລະ ຂໍ​ໃຫ້​ຫລັງ​ຂອງ​ພວກເຂົາ​ກົ່ງ​ລົງ​ຕະຫລອດ​ໄປ.24ຂໍ​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ພວກເຂົາໃຫ້​ຄວາມ​ໃຈຮ້າຍ​ອັນ​ຮ້ອນຮົນ​ໄລ່​ຄຸບ​ພວກເຂົາ.25ຂໍ​ໃຫ້​ທີ່​ຢູ່​ຂອງ​ພວກເຂົາ​ແຫ້ງແລ້ງ;ຢ່າ​ໃຫ້​ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ເຕັນ​ຂອງ​ພວກເຂົາ.26ເພາະ​ພວກເຂົາ​ຂົ່ມເຫັງ​ຜູ້​ທີ່​ພຣະອົງ​ຂ້ຽນຕີແລະ ເວົ້າ​ເຖິງ​ຄວາມ​ເຈັບປວດ​ຂອງ​ຜູ້​ທີ່​ພຣະອົງ​ເຮັດ​ໃຫ້​ບາດເຈັບ.27ຂໍ​ກ່າວ​ໂທດ​ພວກເຂົາ​ດ້ວຍ​ຄະດີ​ນັ້ນ​ຄະດີ​ນີ້;ຢ່າ​ໃຫ້​ພວກເຂົາ​ມີ​ສ່ວນ​ໃນ​ຄວາມ​ພົ້ນ​ຂອງ​ພຣະອົງ.28ຂໍ​ໃຫ້​ພວກເຂົາ​ຖືກ​ລຶບ​ຊື່​ອອກ​ຈາກ​ພຣະຄຳ​ແຫ່ງ​ຊີວິດແລະ ຢ່າ​ໃຫ້​ມີ​ລາຍ​ຊື່​ຮ່ວມ​ກັບ​ຜູ້​ຊອບທຳ.
29ຂ້ານ້ອຍ​ເຈັບ​ປວດ ແລະ ທົນ​ທຸກຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ຄວາມ​ພົ້ນ​ທີ່​ມາ​ຈາກ​ພຣະອົງ​ປົກປ້ອງ​ຂ້ານ້ອຍ​ໄວ້.
30ຂ້ານ້ອຍ​ຈະ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ດ້ວຍ​ບົດເພງແລະ ຖວາຍ​ກຽດ​ແດ່​ພຣະອົງ ດ້ວຍ​ການ​ຂອບພຣະຄຸນ.31ສິ່ງ​ນີ້​ຈະ​ເປັນ​ທີ່​ພໍໃຈ​ພຣະເຈົ້າ​ຢາເວ​ຫລາຍ​ກວ່າ​ການຖວາຍ​ງົວ,ຫລາຍ​ກວ່າ​ການ​ຖວາຍ​ງົວ​ຜູ້​ພ້ອມ​ກັບ​ເຂົາ ແລະ ຕີນ​ຂອງ​ມັນ.32ຄົນ​ທຸກຍາກ​ຈະ​ເຫັນ ແລະ ຍິນດີພວກເຈົ້າ​ທັງຫລາຍ​ທີ່​ສະແຫວງຫາ​ພຣະເຈົ້າ ຈົ່ງ​ເບີກບານ​ໃຈ!33ພຣະເຈົ້າ​ຢາເວ​ຮັບ​ຟັງ​ຄົນ​ຂັດສົນແລະ ບໍ່​ໄດ້​ດູຖູກ​ຄົນ​ຂອງ​ພຣະອົງ​ທີ່​ຕົກ​ເປັນ​ຊະເລີຍ.
34ຟ້າ​ສະຫວັນ ແລະ ແຜ່ນດິນ​ໂລກທັງ​ທະເລ ແລະ ສັບພະສິ່ງ​ໃນ​ທະເລ ຈົ່ງ​ສັນລະເສີນ​ພຣະອົງ,35ເພາະ​ພຣະເຈົ້າ​ຈະ​ຊ່ວຍ​ຊີໂອນ​ໃຫ້​ພົ້ນແລະ ຈະ​ສ້າງ​ເມືອງ​ຕ່າງໆ​ຂອງ​ຢູດາ​ຂຶ້ນ​ໃໝ່.ແລ້ວ​ປະຊາຊົນ​ທັງຫລາຍ​ຈະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ ແລະ ຄອບຄອງ​ເປັນ​ກຳມະສິດ;36ລູກ​ຫລານ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ໄດ້​ຮັບ​ດິນແດນ​ນັ້ນ​ເປັນ​ມໍລະດົກ,ແລະ ບັນດາ​ຜູ້​ທີ່​ຮັກ​ນາມ​ຂອງ​ພຣະອົງ​ຈະ​ອາໄສ​ຢູ່​ທີ່​ນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2