ເພງສັນລະເສີນ6

ເຖິງ​ຫົວໜ້າ​ນັກຮ້ອງ, ບັນເລງ​ເຄື່ອງ​ດົນຕີ​ປະເພດ​ສາຍ ຕາມ​ທຳນອງ​ຂອງ​ເຊມິນິດ, ບົດ​ເພງສັນລະເສີນ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ຢ່າ​ຕຳໜິ​ຂ້ານ້ອຍ​ໃນ​ຂະນະ​ທີ່​ພຣະອົງ​ໃຈຮ້າຍຫລື ຕີສອນ​ຂ້ານ້ອຍ​ໃນ​ຂະນະ​ທີ່​ພຣະອົງ​ໂກດຮ້າຍ.2ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ອ່ອນເພຍ.ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຮັກສາ​ຂ້ານ້ອຍ ເພາະ​ກະດູກ​ຂອງ​ຂ້ານ້ອຍ​ນັ້ນ​ເຈັບປວດ.3ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຢູ່​ໃນ​ຄວາມ​ທຸກທໍລະມານ​ຢ່າງໜັກ.ອີກ​ດົນ​ປານ​ໃດ, ຂ້າແດ່​ພຣະເຈົ້າ​ຢາເວ ອີກ​ດົນ​ປານ​ໃດ?
4ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຫັນ​ມາ​ກອບກູ້​ຂ້ານ້ອຍ;ເພາະ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ.5ໃນ​ທ່າມກາງ​ຄົນ​ຕາຍ​ນັ້ນ​ບໍ່​ມີ​ຜູ້ໃດ​ຈະ​ປະກາດ​ນາມ​ຂອງ​ພຣະອົງ.ຜູ້ໃດ​ຈະ​ສັນລະເສີນ​ພຣະອົງ​ຈາກ​ຂຸມ​ຝັງ​ສົບ​ໄດ້?
6ຂ້ານ້ອຍ​ເມື່ອ​ຈາກ​ການ​ຄ່ຳຄວນ.ຂ້ານ້ອຍ​ຮ້ອງໄຫ້​ຕະຫລອດ​ຄືນ​ຈົນ​ນ້ຳ​ຕາ​ຖ້ວມ​ບ່ອນນອນແລະ ໝອນ​ຂອງ​ຂ້ານ້ອຍ​ກໍ​ປຽກ​ຊຸ່ມ​ດ້ວຍ​ນ້ຳ​ຕາ.7ຕາ​ຂອງ​ຂ້ານ້ອຍ​ກໍ​ເສົ້າໝອງ​ເພາະ​ຄວາມ​ໂສກເສົ້າ;ຕາ​ຊ້ຳ​ເພາະ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ.
8ພວກເຈົ້າ​ທຸກຄົນ​ທີ່​ເຮັດ​ຊົ່ວ ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ຂ້ອຍ,ເພາະ​ພຣະເຈົ້າ​ຢາເວ​ໄດ້​ຍິນ​ສຽງ​ຮ້ອງໄຫ້​ຂອງ​ຂ້ອຍ​ແລ້ວ.9ພຣະເຈົ້າ​ຢາເວ​ໄດ້​ຍິນ​ສຽງ​ຮ້ອງຂໍ​ຄວາມ​ເມດຕາ​ຂອງ​ຂ້ອຍພຣະເຈົ້າ​ຢາເວ​ຍອມ​ຮັບ​ຄຳ​ອະທິຖານ​ຂອງ​ຂ້ອຍ.10ບັນດາ​ສັດຕູ​ຂອງ​ຂ້ອຍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ອັບອາຍ ແລະ ຄວາມ​ຢ້ານກົວ;ພວກເຂົາ​ຈະ​ຫັນ​ກັບ​ໄປ ແລະ ໄດ້​ຮັບ​ຄວາມ​ອັບອາຍ​ທັນທີ.

Biblica, Inc.

https://app.library.bible/content/eab9312f9f16b3a2