ເພງສັນລະເສີນ68
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງດາວິດ, ບົດເພງ)
1ຂໍພຣະເຈົ້າລຸກຂຶ້ນ, ຂໍໃຫ້ສັດຕູຂອງພຣະອົງແຕກກະຈັດກະຈາຍໄປ;ຂໍໃຫ້ສັດຕູຂອງພຣະອົງພ່າຍໜີໄປຕໍ່ໜ້າພຣະອົງ.2ຂໍພຣະອົງໄລ່ພວກເຂົາໄປເໝືອນດັ່ງລົມໄລ່ຄວັນຂໍໃຫ້ຄົນຊົ່ວຮ້າຍຈິບຫາຍໄປຕໍ່ໜ້າພຣະເຈົ້າເໝືອນດັ່ງຂີ້ເຜິ້ງຖືກໄຟລົນ,3ແຕ່ຂໍໃຫ້ຄົນຊອບທຳນັ້ນຍິນດີແລະ ຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າ;ຂໍໃຫ້ພວກເຂົາສຸກໃຈ ແລະ ມ່ວນຊື່ນ.4ຈົ່ງຮ້ອງເພງຖວາຍພຣະເຈົ້າ, ຮ້ອງສັນລະເສີນນາມຂອງພຣະອົງ,ຍ້ອງຍໍພຣະອົງຜູ້ມາເໜືອໝູ່ເມກ ;ນາມຂອງພຣະອົງຄືພຣະເຈົ້າຢາເວ ຈົ່ງຊື່ນຊົມຍິນດີຕໍ່ໜ້າພຣະອົງ.5ບິດາຂອງລູກກຳພ້າພໍ່ ແລະ ຜູ້ປົກປ້ອງຂອງແມ່ໝ້າຍ,ຄືພຣະເຈົ້າໃນບ່ອນອາໄສອັນບໍລິສຸດຂອງພຣະອົງ.6ພຣະເຈົ້າໄດ້ໃຫ້ຄົນໂດດດ່ຽວເຂົ້າຢູ່ໃນຄອບຄົວ, ພຣະອົງໄດ້ນຳຜູ້ທີ່ຖືກຈອງຈຳອອກມາດ້ວຍການຮ້ອງເພງ;ແຕ່ຄົນທີ່ກະບົດຕ້ອງໃຊ້ຊີວິດຢູ່ໃນດິນແດນທີ່ແຫ້ງແລ້ງແຕກແຫງ.7ຂ້າແດ່ພຣະເຈົ້າ ເມື່ອພຣະອົງນຳໜ້າບັນດາປະຊາຊົນຂອງພຣະອົງ,ເມື່ອພຣະອົງເດີນຜ່ານຖິ່ນແຫ້ງແລ້ງກັນດານ,8ແຜ່ນດິນໂລກໄດ້ສະເທືອນ, ຟ້າສະຫວັນໄດ້ເທຝົນລົງມາຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງພູເຂົາຊີນາຍ,ຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງອິດສະຣາເອນ.9ຂ້າແດ່ພຣະເຈົ້າ, ພຣະອົງໄດ້ໃຫ້ຝົນຢ່າງອຸດົມສົມບູນ;ໃຫ້ຄວາມຊຸ່ມຊື່ນແກ່ມໍລະດົກທີ່ອ່ອນແຮງຂອງພຣະອົງ.10ຂ້າແດ່ພຣະເຈົ້າ ປະຊາຊົນຂອງພຣະອົງໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ,ແລະ ພຣະອົງໄດ້ຈັດຕຽມໄວ້ໃຫ້ຜູ້ທຸກຍາກ ຈາກຄວາມອຸດົມສົມບູນຂອງພຣະອົງ.11ອົງພຣະຜູ້ເປັນເຈົ້າໄດ້ປະກາດພຣະຄຳ,ແລະ ບັນດາແມ່ຍິງທີ່ເປັນຝູງຊົນທີ່ເຂັ້ມແຂງກໍໄດ້ປະກາດວ່າ:12“ບັນດາກະສັດ ແລະ ກອງທັບຮີບໜີໄປແລ້ວ;ບັນດາແມ່ຍິງທີ່ຢູ່ໃນເຮືອນກໍແບ່ງສິ່ງຂອງທີ່ປຸ້ນມານັ້ນ.13ແມ່ນແຕ່ໃນຂະນະທີ່ທ່ານນອນຢູ່ທ່າມກາງຄອກແກະ, ປີກຂອງນົກກາງແກຂອງເຮົາກໍຫຸ້ມດ້ວຍເງິນ,ແລະ ຂົນຂອງມັນກໍຫຸ້ມດ້ວຍຄຳທີ່ສ່ອງແສງ”.14ເມື່ອອົງຜູ້ມີລິດອຳນາດຍິ່ງໃຫຍ່ເຮັດໃຫ້ບັນດາກະສັດໃນດິນແດນນັ້ນກະຈັດກະຈາຍໄປ,ກໍປຽບເໝືອນຫິມະຕົກເທິງພູເຂົາຊານໂມນ.15ພູເຂົາແຫ່ງບາຊານ ເປັນພູເຂົາທີ່ສະຫງ່າງາມ,ພູເຂົາບາຊານ ເປັນພູເຂົາທີ່ມີຍອດຫລາຍ,16ພູເຂົາຫລາຍຍອດ, ດ້ວຍເຫດໃດເຈົ້າຈຶ່ງຈ້ອງເບິ່ງ,ທີ່ພູເຂົາບ່ອນທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກໄວ້ເພື່ອປົກຄອງ,ບ່ອນທີ່ພຣະເຈົ້າຢາເວພຣະອົງເອງຈະຢູ່ຕະຫລອດໄປຢ່າງອິດສາ?17ລົດຮົບຂອງພຣະເຈົ້າມີຈຳນວນເປັນໝື່ນຄັນແລະ ມີຈຳນວນເປັນແສນຄັນ;ອົງພຣະຜູ້ເປັນເຈົ້າມາຈາກພູເຂົາຊີນາຍ ເຂົ້າສູ່ສະຖານນະມັດສະການຂອງພຣະອົງ.18ເມື່ອພຣະອົງຂຶ້ນສູ່ເບື້ອງສູງ,ພຣະອົງໄດ້ນຳຊະເລີຍໄປນຳ;ພຣະອົງໄດ້ຮັບຂອງຖວາຍຈາກມະນຸດ,ແມ່ນແຕ່ຈາກ ຄົນທີ່ມັກກະບົດຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າ ເພື່ອພຣະອົງ ຈະຢູ່ທີ່ນັ້ນ.19ຂໍສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,ຜູ້ໄດ້ແບກຮັບພາລະໜັກຂອງພວກເຮົາທຸກວັນ.20ພຣະເຈົ້າຂອງພວກເຮົາເປັນພຣະເຈົ້າຜູ້ຊ່ວຍໃຫ້ພົ້ນການຫລຸດພົ້ນຈາກຄວາມຕາຍມາຈາກພຣະເຈົ້າຢາເວ ອົງເຈົ້ານາຍ.21ແນ່ນອນ ພຣະເຈົ້າຈະບຸກໂຈມຕີຫົວຂອງສັດຕູຂອງພຣະອົງ,ຄືຫົວທີ່ມີຜົມດົກໜາຂອງບັນດາຜູ້ດຳເນີນຢູ່ໃນຄວາມບາບທັງຫລາຍ.22ອົງພຣະຜູ້ເປັນເຈົ້າກ່າວວ່າ: “ເຮົາຈະນຳພວກເຂົາອອກມາຈາກບາຊານ;ເຮົາຈະນຳພວກເຂົາອອກມາຈາກທະເລເລິກ,23ເພື່ອພວກເຈົ້າຈະເອົາເລືອດຂອງສັດຕູຂອງພວກເຈົ້າລ້າງຕີນຂອງພວກເຈົ້າ,ແລະ ລິ້ນຂອງໝາຂອງພວກເຈົ້າກໍຈະໄດ້ຮັບສ່ວນແບ່ງຂອງພວກມັນ”.24ຂ້າແດ່ພຣະເຈົ້າ ຂະບວນແຫ່ຂອງພຣະອົງປາກົດຂຶ້ນແລ້ວ,ຂະບວນແຫ່ຂອງພຣະເຈົ້າ ແລະ ກະສັດຂອງຂ້ານ້ອຍໄດ້ເຄື່ອນເຂົ້າສູ່ສະຖານນະມັດສະການ.25ບັນດານັກຮ້ອງກໍຢູ່ດ້ານໜ້າ, ນັກດົນຕີກໍຢູ່ດ້ານຫລັງຂອງພວກເຂົາ;ບັນດາຍິງໜຸ່ມທີ່ຕີກອງແຊັກກໍຢູ່ກັບພວກເຂົາ.26ຈົ່ງສັນລະເສີນພຣະເຈົ້າໃນທີ່ປະຊຸມໃຫຍ່ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າໃນທີ່ຊຸມນຸມປະຊາຊົນອິດສະຣາເອນ.27ມີເບັນຢາມິນທີ່ເປັນເຜົ່ານ້ອຍ ກໍກຳລັງນຳທາງພວກເຂົາໄປ,ນັ້ນແມ່ນບັນດາເຈົ້ານາຍແຫ່ງຢູດາແລະ ນັ້ນແມ່ນບັນດາເຈົ້ານາຍແຫ່ງເຊບູໂລນ ແລະ ເນັບທາລີ.28ຂ້າແດ່ພຣະເຈົ້າ ຂໍຮວບຮວມລິດອຳນາດຂອງພຣະອົງ; ຂ້າແດ່ພຣະເຈົ້າ ຂໍສະແດງກຳລັງຂອງພຣະອົງເໝືອນກັບທີ່ພຣະອົງໄດ້ເຮັດມາໃນຜ່ານມາ.29ເພາະວິຫານຂອງພຣະອົງໃນເຢຣູຊາເລັມບັນດາກະສັດຈະນຳເອົາຂອງຂັວນມາຖວາຍພຣະອົງ.30ຂໍລົງໂທດສັດຮ້າຍທີ່ຢູ່ຕາມຕົ້ນອໍ້ທັງຫລາຍ,ຂໍລົງໂທດຝູງງົວເຖິກທີ່ຢູ່ທ່າມກາງລູກງົວແຫ່ງຊົນຊາດທັງຫລາຍ.ຂໍເຮັດໃຫ້ພວກເຂົາຖ່ອມລົງ, ໃຫ້ພວກສັດຮ້າຍນຳເງິນເປັນແທ່ງມາ.ຂໍເຮັດໃຫ້ຊົນຊາດຕ່າງໆ ທີ່ມັກສົງຄາມໄດ້ກະຈັດກະຈາຍໄປ.31ບັນດາທູດຈະມາຈາກເອຢິບກູເຊ ຈະຍອມຈຳນົນຕໍ່ພຣະເຈົ້າ.32ບັນດາອານາຈັກຂອງແຜ່ນດິນໂລກ ຈົ່ງເພງສັນລະເສີນພຣະເຈົ້າ,ຈົ່ງຮ້ອງເພງສັນລະເສີນອົງພຣະຜູ້ເປັນເຈົ້າ.33ຜູ້ຂ້າມຟ້າສະຫວັນສູງສຸດມາ ຄືຟ້າສະຫວັນແຕ່ດຶກດຳບັນ,ຜູ້ເປັ່ງສຽງດັງກ້ອງສະໜັ່ນ.34ຈົ່ງປະກາດລິດອຳນາດຂອງພຣະເຈົ້າ,ບາລະມີຂອງພຣະອົງແມ່ນຢູ່ເໜືອອິດສະຣາເອນ,ລິດອຳນາດຂອງພຣະອົງແມ່ນຢູ່ໃນຟ້າສະຫວັນ.35ຂ້າແດ່ພຣະເຈົ້າ ພຣະອົງໜ້າຢຳເກງໃນສະຖານນະມັດສະການຂອງພຣະອົງ;ພຣະເຈົ້າແຫ່ງອິດສະຣາເອນໄດ້ໃຫ້ລິດອຳນາດ ແລະ ກຳລັງແກ່ປະຊາຊົນຂອງພຣະອົງ.ຂໍຖວາຍສັນລະເສີນແດ່ພຣະເຈົ້າ!Biblica, Inc.