ເພງສັນລະເສີນ67
(ເຖິງຫົວໜ້ານັກຮ້ອງ, ບັນເລງເຄື່ອງດົນຕີປະເພດສາຍ, ບົດເພງສັນລະເສີນ, ບົດເພງ)
1ຂໍພຣະເຈົ້າເມດຕາ ແລະ ອວຍພອນພວກຂ້ານ້ອຍຂໍໃຫ້ໃບໜ້າຂອງພຣະອົງສ່ອງໃສ່ພວກຂ້ານ້ອຍ2ເພື່ອໃຫ້ຄົນທົ່ວໂລກໄດ້ຮູ້ເຖິງວິຖີທາງຂອງພຣະອົງ,ແລະ ປະຊາຊາດທັງຫລາຍຮູ້ເຖິງຄວາມພົ້ນຂອງພຣະອົງ.3ຂ້າແດ່ພຣະເຈົ້າ ຂໍໃຫ້ຄົນທັງຫລາຍສັນລະເສີນພຣະອົງ;ຂໍໃຫ້ທຸກຄົນສັນລະເສີນພຣະອົງ.4ຂໍໃຫ້ຫລາຍປະເທດໄດ້ຍິນດີ ແລະ ຮ້ອງເພງດ້ວຍຄວາມຊື່ນຊົມຍິນດີ,ເພາະພຣະອົງປົກຄອງຊົນຊາດຕ່າງໆຢ່າງທ່ຽງທຳແລະ ນຳປະຊາຊາດທັງຫລາຍຂອງໂລກ.5ຂ້າແດ່ພຣະເຈົ້າ ຂໍໃຫ້ຄົນທັງຫລາຍສັນລະເສີນພຣະອົງ;ຂໍໃຫ້ທຸກຄົນສັນລະເສີນພຣະອົງ.6ແລ້ວແຜ່ນດິນຈະເກີດດອກອອກຜົນ;ພຣະເຈົ້າ, ພຣະເຈົ້າຂອງພວກເຮົາ ຈະອວຍພອນພວກເຮົາ.7ຂໍພຣະເຈົ້າອວຍພອນເຮົາຕໍ່ໄປ,ເພື່ອວ່າທຸກຄົນທີ່ຢູ່ທົ່ວທຸກມຸມໂລກຈະຢຳເກງພຣະອົງ.Biblica, Inc.