ເພງສັນລະເສີນ66

(ເຖິງ​ຫົວໜ້າ​ນັກຮ້ອງ, ບົດເພງ, ບົດ​ເພງສັນລະເສີນ)

1ທົ່ງ​ທັງ​ແຜ່ນດິນ​ໂລກ, ຈົ່ງ​ໂຫ່​ຮ້ອງ​ຊື່ນຊົມຍິນດີ​ແດ່​ພຣະເຈົ້າ!2ຈົ່ງ​ຮ້ອງເພງ​ເທີດທູນ​ສະຫງ່າລາສີ​ແຫ່ງ​ນາມ​ຂອງ​ພຣະອົງ;ຈົ່ງ​ໃຫ້​ການ​ສັນລະເສີນ​ພຣະອົງ​ເຕັມ​ດ້ວຍ​ສະຫງ່າລາສີ!3ຈົ່ງ​ເວົ້​ກັບ​ພຣະເຈົ້າ​ວ່າ: “ພາລະກິດ​ຂອງ​ພຣະອົງ​ໜ້າ​ອັດສະຈັນ​ຫລາຍ!ລິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ແທ້ໆຈົນ​ບັນດາ​ສັດຕູ​ຂອງ​ພຣະອົງ​ຕ້ອງ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ.4ຄົນ​ທົ່ວ​ໂລກ​ຈະ​ກາບ​ລົງ​ນະມັດສະການ​ພຣະອົງພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະອົງພວກເຂົາ​ຮ້ອງ​ສັນລະເສີນ​ນາມ​ຂອງ​ພຣະອົງ”.
5ຈົ່ງ​ມາ ເບິ່ງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ,ພາລະກິດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ສຳລັບ​ມວນມະນຸດ!6ພຣະອົງ​ໄດ້​ປ່ຽນ​ທະເລ​ໃຫ້​ກາຍເປັນ​ພື້ນ​ແຫ້ງ,ພວກເຂົາ​ໄດ້​ຍ່າງ​ຂ້າມ​ນ້ຳ​ໄປຈົ່ງ​ມາ ໃຫ້​ພວກເຮົາ​ຊື່ນຊົມຍິນດີ​ໃນ​ພຣະອົງ.7ພຣະອົງ​ໄດ້​ຄອບຄອງ​ຢູ່​ຕະຫລອດ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ,ຕາ​ຂອງ​ພຣະອົງ​ກໍ​ຈ້ອງ​ເບິ່ງ​ທີ່​ຊົນຊາດ​ທັງຫລາຍຢ່າ​ໃຫ້​ບັນດາ​ຄົນ​ທີ່​ກະບົດ​ລຸກ​ຂຶ້ນ​ມາ​ຕໍ່ສູ້​ພຣະອົງ.
8ຊົນຊາດ​ທັງຫລາຍ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາໃຫ້​ສຽງ​ສັນລະເສີນ​ພຣະອົງ​ໄດ້​ຍິນ​ທົ່ວ​ເຖິງ​ກັນ9ພຣະອົງ​ໄດ້​ຮັກສາ​ຊີວິດ​ຂອງ​ພວກເຮົາ​ໄວ້ແລະ ຮັກສາ​ຕີນ​ຂອງ​ພວກເຮົາ​ບໍ່​ໃຫ້​ມື່ນ​ໄປ.10ຂ້າແດ່​ພຣະເຈົ້າ ພຣະອົງ​ທົດສອບ​ພວກ​ຂ້ານ້ອຍ;ພຣະອົງ​ໄດ້​ຫລໍ່ຫລອມ​ພວກຂ້ານ້ອຍ​ໃຫ້​ບໍລິສຸດ​ເໝືອນ​ກັບ​ຫລອມ​ເງິນ.11ພຣະອົງ​ໄດ້​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ຄຸກແລະ ວາງ​ພາລະ​ໜັກ​ໄວ້​ເທິງ​ຫລັງ​ພວກ​ຂ້ານ້ອຍ.12ພຣະອົງ​ໃຫ້​ຄົນ​ບັງຄັບ​ມ້າ​ທຸບ​ຫົວ​ຂອງ​ພວກ​ຂ້ານ້ອຍ;ພວກ​ຂ້ານ້ອຍ​ຕ້ອງ​ຜ່ານ​ໄປ ແລະ ລຸຍ​ນ້ຳ,ແຕ່​ພຣະອົງ​ກໍ​ນຳ​ພວກ​ຂ້ານ້ອຍ​ມາ​ສູ່​ດິນແດນ​ອັນ​ອຸດົມ​ສົມບູນ.
13ຂ້ານ້ອຍ​ຈະ​ມາ​ທີ່​ວິຫານ​ຂອງ​ພຣະອົງ​ພ້ອມ​ດ້ວຍ​ເຄື່ອງເຜົາ​ບູຊາແລະ ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ໃຫ້​ໄວ້​ກັບ​ພຣະອົງ14ຕາມ​ທີ່​ຮີບສົບ​ຂອງ​ຂ້ານ້ອຍ​ໄດ້​ສັນຍາ ແລະ ຕາມ​ທີ່​ປາກ​ຂອງ​ຂ້ານ້ອຍ​ໄດ້​ກ່າວ​ໄວ້ເມື່ອ​ເວລາ​ທີ່​ຂ້ານ້ອຍ​ຢູ່​ໃນ​ຄວາມ​ເດືອດຮ້ອນ.15ຂ້ານ້ອຍ​ຈະ​ຖວາຍ​ສັດ​ອ້ວນ​ພີ​ເປັນ​ເຄື່ອງບູຊາ​ແກ່​ພຣະອົງ.ແລະ ຖວາຍ​ແກະຜູ້ຂ້ານ້ອຍ​ຈະ​ຖວາຍ​ງົວ​ຜູ້ ແລະ ແບ້.
16ຈົ່ງ​ມາ ແລະ ຟັງ, ພວກທ່ານ​ທຸກ​ຄົນ​ທີ່​ຢຳເກງ​ພຣະເຈົ້າ;ຂ້າພະເຈົ້າ​ຈະ​ເລົ່າ​ໃຫ້​ຟັງ​ວ່າ​ພຣະອົງ​ໄດ້​ກະທຳ​ສິ່ງໃດ​ເພື່ອ​ຂ້າພະເຈົ້າ​ແດ່.17ຂ້າພະເຈົ້າ​ໄດ້​ຮ້ອງ​ຫາ​ພຣະອົງ​ດ້ວຍ​ປາກ​ຂອງ​ຂ້າພະເຈົ້າ;ສັນລະເສີນ​ພຣະອົງ​ດ້ວຍ​ລີ້ນ​ຂອງ​ຂ້າພະເຈົ້າ.18ຖ້າ​ຂ້າພະເຈົ້າ​ໄດ້​ບົ່ມ​ຄວາມ​ຊົ່ວ​ໄວ້​ໃນ​ໃຈອົງພຣະຜູ້ເປັນເຈົ້າ​ຄົງ​ຈະ​ບໍ່​ຮັບ​ຟັງ;19ແຕ່​ແນ່ນອນ​ວ່າ​ພຣະເຈົ້າ​ໄດ້​ຮັບ​ຟັງແລະ ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ຂ້າພະເຈົ້າ.20ສັນລະເສີນ​ພຣະເຈົ້າ,ຜູ້​ບໍ່​ປະຕິເສດ​ຄຳ​ອະທິຖານ​ຂອງ​ຂ້າພະເຈົ້າຫລື ຢັບຢັ້ງ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍ!

Biblica, Inc.

https://app.library.bible/content/eab9312f9f16b3a2