ເພງສັນລະເສີນ65

(ເຖິງ​ຫົວໜ້າ​ນັກຮ້ອງ. ບົດ​ເພງສັນລະເສີນ​ຂອງ​ດາວິດ. ບົດເພງ)

1ຂ້າແດ່​ພຣະເຈົ້າ ການ​ສັນລະເສີນ​ລໍ​ຄອຍຖ້າ  ​ພຣະອົງ​ຢູ່​ໃນ​ຊີໂອນ;ພວກຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ກັບ​ພຣະອົງ.2ຂ້າແດ່​ພຣະເຈົ້າ ຜູ້​ຟັງ​ຄຳ​ອະທິຖານ,ທຸກ​ຄົນ​ຈະ​ມາ​ເຂົ້າ​ມາ​ຫາ​ພຣະອົງ.3ເມື່ອ​ພວກຂ້ານ້ອຍ​ຖືກ​ຄວາມ​ບາບ​ຄອບງຳພຣະອົງ​ໄດ້​ອະໄພ  ​ໃຫ້​ການ​ລ່ວງລະເມີດ​ຂອງ​ພວກຂ້ານ້ອຍ.4ຄວາມ​ສຸກ​ຍ່ອມ​ມີ​ແກ່​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້ແລະ ນຳ​ມາ​ໃກ້​ເພື່ອ​ໃຫ້​ຢູ່​ໃນ​ສານ​ຂອງ​ພຣະອົງ!ພວກຂ້ານ້ອຍ​ຈະ​ອິ່ມ​ເຕັມ​ດ້ວຍ​ສິ່ງ​ດີ​ຈາກ​ວິຫານ​ຂອງ​ພຣະອົງ,ຈາກ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ.
5ພຣະອົງ​ໄດ້​ຕອບ​ພວກຂ້ານ້ອຍ​ດ້ວຍ​ການ​ກະທຳ​ທີ່​ໜ້າ​ອັດສະຈັນ ແລະ ຊອບທຳ,ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກຂ້ານ້ອຍ,ຜູ້​ເປັນ​ຄວາມ​ຫວັງ​ຂອງ​ທົ່ວ​ທຸກ​ມຸມ​ໂລກແລະ ຂອງ​ທະເລ​ທີ່​ໄກ​ທີ່ສຸດ,6ພຣະອົງ​ຜູ້​ຕັ້ງ​ພູເຂົາ​ທັງຫລາຍ​ໄວ້​ໂດຍ​ລິດອຳນາດ​ຂອງ​ພຣະອົງ,ມີ​ກຳລັງ​ເປັນ​ອາວຸດ​ໃຫ້​ພຣະອົງ​ເອງ,7ຜູ້​ລະງັບ​ສຽງ​ດັງ​ຂອງ​ທະເລ,ສຽງ​ດັງ​ຂອງ​ຄື້ນ​ທະເລ,ແລະ ສຽງ​ສັບສົນ​ວຸ້ນວາຍ​ຂອງ​ຊົນຊາດ​ຕ່າງໆ.8ທົ່ວ​ທັງ​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຕໍ່​ຄວາມ​ອັດສະຈັນ​ຂອງ​ພຣະອົງ.ໃນ​ບ່ອນ​ທີ່​ມີ​ຍາມ​ຮຸ່ງ​ເຊົ້າ ແລະ ໃນ​ບ່ອນ​ທີ່​ມີ​ຍາມ​ແລງ​ຈາງ​ຫາຍ​ໄປ,ພຣະອົງ​ໄດ້​ໃຫ້​ມີ​ບົດເພງ​ແຫ່ງ​ຄວາມ​ຍິນດີ.
9ພຣະອົງ​ເບິ່ງແຍງ​ຜືນ​ແຜ່ນດິນ ແລະ ຫົດ​ນ້ຳ​ໃຫ້​ແຜ່ນດິນ;ບຳລຸງ​ແຜ່ນດິນ​ໃຫ້​ອຸດົມ​ສົມບູນ.ສາຍ​ນ້ຳ​ຂອງ​ພຣະເຈົ້າ​ນັ້ນ​ເຕັມ​ດ້ວຍ​ນ້ຳເພື່ອ​ຈັດຕຽມ​ເຂົ້າ​ໃຫ້​ແກ່​ຄົນ​ທັງຫລາຍ,ເພາະ​ພຣະອົງ​ໄດ້​ສັ່ງ​ແຜ່ນດິນ​ໄວ້​ຢ່າງ​ນັ້ນ. 10ພຣະອົງ​ໃຫ້​ຝົນ​ຫົດ​ຕາມ​ຮອຍ​ໄຖ ແລະ ປັບ​ລະດັບ​ໜ້າ​ດິນ;ແລະ ເຮັດ​ໃຫ້​ດິນ​ອ່ອນ​ລົງ​ດ້ວຍ​ການ​ຫົດ​ນ້ຳ ແລະ ອວຍພອນ​ຜົນລະປູກ​ຂອງ​ດິນ​ນັ້ນ.11ພຣະອົງ​ອວຍພອນ​ການ​ເກັບ​ກ່ຽວ​ຢ່າງ​ອຸດົມ​ສົມບູນ,ແລະ ກຽນ​ຂອງ​ພຣະອົງ​ກໍ​ລົ້ນ​ດ້ວຍ​ຄວາມ​ອຸດົມ​ສົມບູນ.12ທົ່ງຫຍ້າ​ຂຽວ​ສົດ​ໃນ​ທະເລຊາຍ;ໂນນພູ​ຕ່າງ​ກໍ​ປົກ​ຄຸມ​ດ້ວຍ​ຄວາມ​ຍິນດີ.13ທົ່ງຫຍ້າ​ກໍ​ເຕັມ​ໄປ​ດ້ວຍ​ຝູງ​ສັດແລະ ຮ່ອມພູ​ປົກ​ຄຸມ​ໄປ​ດ້ວຍ​ເມັດ​ພືດ;ພວກເຂົາ​ພາ​ກັນ​ໂຫ່​ຮ້ອງ​ຊື່ນຊົມຍິນດີ ແລະ ຮ້ອງ​ເພງ.

Biblica, Inc.

https://app.library.bible/content/eab9312f9f16b3a2