ເພງສັນລະເສີນ64
(ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດຟັງຄຳຮ້ອງທຸກຂອງຂ້ານ້ອຍ;ຂໍປົກປ້ອງຊີວິດຂ້ານ້ອຍໃຫ້ພົ້ນຈາກການຄຸກຄາມຂອງບັນດາສັດຕູ.2ຂໍເຊື່ອງຂ້ານ້ອຍໃຫ້ພົ້ນຈາກການສົມຮູ້ຮ່ວມຄິດຂອງຄົນຊົ່ວ,ໃຫ້ພົ້ນຈາກອຸບາຍຂອງຄົນຊົ່ວທັງຫລາຍ.3ພວກເຂົາຝົນລີ້ນຂອງຕົນເໝືອນກັບຝົນດາບແລະ ພົ່ນຄຳເວົ້າເໝືອນດັ່ງຍິງທະນູທີ່ອາບຢາພິດ.4ພວກເຂົາຍິງໃສ່ຜູ້ບໍລິສຸດຈາກບ່ອນດັກໂຈມຕີພວກເຂົາຍິງທັນທີ ໂດຍບໍ່ຢ້ານກົວ.5ພວກເຂົາໜູນໃຈກັນໃນການວາງແຜນຊົ່ວ,ພວກເຂົາເວົ້າກັນກ່ຽວກັບເລື່ອງຫ້າງແຮ້ວລໍ້ເຫຍື່ອພວກເຂົາເວົ້າວ່າ “ຜູ້ໃດຈະເຫັນມັນ ?”6ພວກເຂົາວາງແຜນການອັນບໍ່ຍຸຕິທຳ ແລະ ເວົ້າວ່າ:“ພວກເຮົາໄດ້ວາງແຜນໄວ້ຢ່າງຍອດຢ້ຽມ!”ແນ່ນອນ ຄວາມຄິດ ແລະ ຈິດໃຈຂອງມະນຸດນັ້ນມີເລ່ລ່ຽມ.7ແຕ່ພຣະເຈົ້າຈະຍິງພວກເຂົາດ້ວຍທະນູຂອງພຣະອົງ;ພວກເຂົາຈະຖືກໂຄ່ນລົ້ມໂດຍບໍ່ທັນຮູ້ໂຕ.8ພຣະອົງຈະເຮັດໃຫ້ລີ້ນຂອງພວກເຂົາຕໍ່ສູ້ພວກເຂົາເອງແລະ ນຳພວກເຂົາໄປສູ່ຄວາມຈິບຫາຍ;ທຸກຄົນທີ່ເຫັນພວກເຂົາກໍຈະແກ່ວງຫົວຂອງຕົນເຢາະເຢີ້ຍ.9ທຸກຄົນຈະຢ້ານກົວ;ພວກເຂົາຈະປ່າວປະກາດເລື່ອງພັນທະກິດຂອງພຣະເຈົ້າແລະ ສຳນຶກໃນສິ່ງທີ່ພຣະອົງໄດ້ເຮັດ.10ຄົນຊອບທຳຊື່ນຊົມຍິນດີໃນພຣະເຈົ້າຢາເວແລະ ລີ້ໄພຢູ່ໃນພຣະອົງ;ຜູ້ທີ່ມີຈິດໃຈທ່ຽງທຳທຸກຄົນຈະສັນລະເສີນພຣະອົງ!Biblica, Inc.