ເພງສັນລະເສີນ63

(ບົດ​ເພງສັນລະເສີນ​ຂອງ​ດາວິດ ເມື່ອ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຢູດາ)

1ຂ້າແດ່​ພຣະເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ,ຂ້ານ້ອຍ​ສະແຫວງຫາ​ພຣະອົງ​ຢ່າງ​ຈິງຈັງ;ຂ້ານ້ອຍ​ກະຫາຍ​ຫາ​ພຣະອົງ,ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ກະຫາຍ​ຫາ​ພຣະອົງໃນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ກັນດານບ່ອນ​ທີ່​ບໍ່​ມີ​ນ້ຳ.
2ຂ້ານ້ອຍ​ເຄີຍ​ເຫັນ​ພຣະອົງ​ໃນ​ບ່ອນ​ນະມັດສະການແລະ ໄດ້​ເຫັນ​ລິດອຳນາດ​ຂອງ​ພຣະອົງ ແລະ ສະຫງ່າລາສີ​ຂອງ​ພຣະອົງ.3ເພາະ​ຄວາມ​ຮັກ​ຂອງ​ພຣະອົງ​ນັ້ນ​ດີ​ຍິ່ງ​ກວ່າ​ຊີວິດ,ຮີມສົບ​ຂອງ​ຂ້ານ້ອຍ​ຈະ​ຍົກຍ້ອງ​ເທີດທູນ​ພຣະອົງ.4ຕາບ​ໃດ​ທີ່​ຂ້ານ້ອຍ​ມີຊີວິດ​ຢູ່ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ,ແລະ ຈະ​ຊູ​ມື​ຂຶ້ນ​ໃນ​ນາມ​ຂອງ​ພຣະອົງ.5ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຈະ​ອິ່ມ​ເຕັມ​ເໝືອນ​ກັບ​ໄດ້​ຮັບ​ອາຫານ​ຊັ້ນ​ຢ້ຽມ;ປາກ​ຂອງ​ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ດ້ວຍ​ຮີມສົບ​ທີ່​ຮ້ອງເພງ.
6ຂະນະ​ຢູ່​ເທິງ​ບ່ອນນອນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ກໍ​ລະນຶກ​ເຖິງ​ພຣະອົງ;ຂ້ານ້ອຍ​ຄິດ​ເຖິງ​ພຣະອົງ​ຕະຫລອດ​ຄືນ.7ເພາະ​ພຣະອົງ​ເປັນ​ຜູ້​ຊ່ວຍເຫລືອ​ຂອງ​ຂ້ານ້ອຍຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຢູ່​ໃນ​ຮົ່ມ​ປີກ​ຂອງ​ພຣະອົງ.8ຈິດ​ວິນຍານ​ຂ້ານ້ອຍ​ຢຶດໝັ້ນ​ໃນ​ພຣະອົງມື​ຂວາ​ຂອງ​ພຣະອົງ​ໄດ້​ຄ້ຳ​ຊູ​ຂ້ານ້ອຍ​ໄວ້.
9ບັນດາ​ຜູ້​ທີ່​ຄິດ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ກໍ​ຈະ​ຖືກ​ທຳລາຍ;ພວກເຂົາ​ຈະ​ຈົມ​ດິ່ງ​ລົງ​ໄປ​ຍັງ​ບ່ອນ​ເລິກ​ຂອງ​ແຜ່ນດິນ​ໂລກ.10ພວກເຂົາ​ຈະ​ຖືກ​ຂ້າ​ດ້ວຍ​ດາບແລະ ຕົກ​ເປັນ​ອາຫານ​ຂອງ​ໝາປ່າ.
11ແຕ່​ກະສັດ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າຄົນ​ທັງປວງ​ທີ່​ປະຕິຍານ​ໂດຍ​ນາມ​ພຣະເຈົ້າ​ກໍ​ຈະ​ສັນລະເສີນ​ພຣະອົງ,ສ່ວນ​ຄົນ​ຕົວະ​ນັ້ນ​ກໍ​ຈະ​ປິດ​ປາກ​ງຽບ.

Biblica, Inc.

https://app.library.bible/content/eab9312f9f16b3a2