ເພງສັນລະເສີນ62
(ເຖິງຫົວໜ້ານັກຮ້ອງ ເຖິງເຢດູທູນ ບົດເພງສັນລະເສີນຂອງດາວິດ)
1ຈິດວິນຍານຂອງຂ້ານ້ອຍພັກສະຫງົບໃນພຣະເຈົ້າແຕ່ຜູ້ດຽວຄວາມພົ້ນຂອງຂ້ານ້ອຍມາຈາກພຣະອົງ.2ພຣະອົງແຕ່ພຽງຜູ້ດຽວເປັນສີລາຂອງຂ້ານ້ອຍ ແລະ ເປັນຄວາມພົ້ນຂອງຂ້ານ້ອຍພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ ຂ້ານ້ອຍຈະບໍ່ມີວັນຫວັ່ນໄຫວ.3ພວກເຈົ້າຈະທຳຮ້າຍຄົນໜຶ່ງຄົນດຽວໄປອີກດົນປານໃດ?ພວກເຈົ້າທັງໝົດຈະໂຄ່ນລົ້ມລາວຜູ້ເປັນເໝືອນກຳແພງເນີ້ງ ແລະ ຮົ້ວທີ່ຄອນນີ້ບໍ?4ພວກເຂົາຕັ້ງໃຈປົດລາວລົງຈາກຕຳແໜ່ງສູງ;ພວກເຂົາຍິນດີໃນການຕົວະ.ປາກຂອງພວກເຂົາກ່າວອວຍພອນແຕ່ໃນໃຈຂອງພວກເຂົານັ້ນ ພວກເຂົາສາບແຊ່ງ.5ຈິດວິນຍານຂອງຂ້ານ້ອຍ, ຈົ່ງພັກສະຫງົບໃນພຣະເຈົ້າແຕ່ຜູ້ດຽວຄວາມຫວັງຂອງຂ້ານ້ອຍແມ່ນມາຈາກພຣະອົງ.6ພຣະອົງແຕ່ພຽງຜູ້ດຽວທີ່ເປັນສີລາຂອງຂ້ານ້ອຍ ແລະ ເປັນຄວາມພົ້ນຂອງຂ້ານ້ອຍ;ພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ ຂ້ານ້ອຍຈະບໍ່ຫວັ່ນໄຫວ.7ຄວາມພົ້ນຂອງຂ້ານ້ອຍ ແລະ ກຽດຂອງຂ້ານ້ອຍກໍຢູ່ທີ່ພຣະເຈົ້າ; ພຣະອົງເປັນສີລາອັນມີລິດຂອງຂ້ານ້ອຍ, ເປັນທີ່ລີ້ໄພຂອງຂ້ານ້ອຍ.8ປະຊາຊົນທັງຫລາຍ ຈົ່ງໄວ້ວາງໃຈໃນພຣະອົງຕະຫລອດເວລາ;ຈົ່ງເທຄວາມໃນໃຈຂອງພວກເຈົ້າອອກຕໍ່ພຣະອົງ,ເພາະພຣະເຈົ້າເປັນທີ່ລີ້ໄພຂອງພວກເຮົາ.9ຄົນຜູ້ຕ່ຳຕ້ອຍເປັນພຽງລົມຫາຍໃຈບາດໜຶ່ງຄົນຜູ້ສູງສັກກໍເປັນພຽງຄຳຕົວະ.ເມື່ອຂຶ້ນຊັ່ງເບິ່ງນ້ຳໜັກ ພວກເຂົາກໍບໍ່ມີຄ່າອັນໃດທັງສອງເປັນພຽງແຕ່ລົມຫາຍໃຈບາດດຽວ.10ຢ່າເພິ່ງພາການບັງຄັບຂູ່ເຂັນຢ່າພາກພູມໃຈໃນຂອງທີ່ລັກມາເຖິງແມ່ນວ່າຊັບສົມບັດຂອງພວກເຈົ້າມີເພີ່ມຂຶ້ນກໍຢ່າປັກໃຈຢູ່ກັບສິ່ງເຫລົ່ານັ້ນ.11ສິ່ງໜຶ່ງທີ່ພຣະເຈົ້າໄດ້ກ່າວແລ້ວ,ສອງສິ່ງທີ່ຂ້ານ້ອຍໄດ້ຍິນຄື “ຂ້າແດ່ພຣະເຈົ້າ ອຳນາດເປັນຂອງພຣະອົງ12ແລະ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມຮັກອັນໝັ້ນຄົງນັ້ນແມ່ນມີຢູ່ໃນພຣະອົງ”ແລະ “ພຣະອົງໄດ້ໃຫ້ລາງວັນທຸກຄົນຕາມສິ່ງທີ່ພວກເຂົາໄດ້ເຮັດ”.Biblica, Inc.