ເພງສັນລະເສີນ61

(ເຖິງ​ຫົວໜ້າ​ນັກຮ້ອງ ບັນ​ເລງ​ເຄື່ອງ​ດົນຕີ​ປະເພດ​ສາຍ​ຂອງ​ດາວິດ)

1ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ຮັບ​ຟັງ​ສຽງ​ຮ້ອງ​ຂໍ​ຂອງ​ຂ້ານ້ອຍຂໍ​ຮັບ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ດ້ວຍ.
2ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ​ຈາກ​ສຸດ​ປາຍ​ແຜ່ນດິນ​ໂລກຂ້ານ້ອຍ​ຮ້ອງ​ຫາ​ເມື່ອ​ໃຈ​ຂອງ​ຂ້ານ້ອຍ​ອ່ອນເພຍຂໍ​ນຳ​ຂ້ານ້ອຍ​ມາ​ຍັງ​ສີລາ​ທີ່​ສູງ​ກວ່າ​ຂ້ານ້ອຍ.3ເພາະ​ພຣະອົງ​ເປັນ​ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍເປັນ​ຫໍ​ຄອຍຖ້າ​ທີ່​ໝັ້ນຄົງ​ຕໍ່​ຕ້ານ​ສັດຕູ.
4ຂ້ານ້ອຍ​ປາຖະໜາ​ຈະ​ອາໄສ​ຢູ່​ໃນ​ຫໍເຕັນ​ຂອງ​ພຣະອົງ​ຕະຫລອດ​ໄປຂໍ​ລີ້ໄພ​ຢູ່​ໃຕ້​ຮົ່ມປີກ​ຂອງ​ພຣະອົງ.5ຂ້າແດ່​ພຣະເຈົ້າ ເພາະ​ພຣະອົງ​ໄດ້​ຍິນ​ຄຳ​ປະຕິຍານ​ຂອງ​ຂ້ານ້ອຍ​ແລ້ວ,ພຣະອົງ​ໄດ້​ໃຫ້​ມໍລະດົກ​ສຳລັບ​ບັນດາ​ຜູ້​ທີ່​ຢຳເກງ​ນາມ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍ.
6ຂໍ​ເພີ່ມເຕີມ​ອາຍຸ​ຂອງ​ກະສັດໃຫ້​ກະສັດ​ມີ​ອາຍຸ​ຍາວ​ໄປ​ຫລາຍ​ຊົ່ວ​ອາຍຸ.7ເພື່ອ​ກະສັດ​ຈະ​ຄອງ​ບັນລັງ​ຕໍ່ໜ້າ​ພຣະເຈົ້າ​ຕະຫລອດ​ໄປ;ຂໍ​ໃຫ້​ຄວາມ​ຮັກ​ໝັ້ນຄົງ ແລະ ຄວາມ​ສັດຊື່​ຂອງ​ພຣະອົງ​ປົກປ້ອງ​ກະສັດ​ໄວ້.
8ແລ້ວ​ຂ້ານ້ອຍ​ຈະ​ສັນລະເສີນ​ນາມ​ຂອງ​ພຣະອົງ​ຕະຫລອດ​ໄປແລະ ເຮັດ​ຕາມ​ຄຳ​ປະຕິຍານ​ຂອງ​ຕົນ​ທຸກ​ວັນ.

Biblica, Inc.

https://app.library.bible/content/eab9312f9f16b3a2