ເພງສັນລະເສີນ60

(ເຖິງ​ຫົວໜ້າ​ນັກຮ້ອງ ທຳນອງ “ລີລາ​ແຫ່ງ​ຄຳໝັ້ນສັນຍາ”. ມິກທາມ ​ຂອງ​ດາວິດ. ເພື່ອ​ສອນ. ເມື່ອ​ດາວິດ​ສູ້​ກັບ​ອາຣາມ ນາຮະຣາອິມ ​ກັບ​ອາຣາມ ໂຊບາ ແລະ ເມື່ອ​ໂຢອາບ​ຂ້າ​ຊາວ​ເອໂດມ​ຈຳນວນ 12.000 ຄົນ ຢູ່​ທີ່​ຮ່ອມພູ​ເກືອ)

1ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ປະຕິເສດ​ພວກຂ້ານ້ອຍ ແລະ ລະເບີດ​ທີ່​ໝັ້ນ​ຂອງ​ພວກຂ້ານ້ອຍ;ພຣະອົງ​ໄດ້​ໃຈຮ້າຍ ບັດນີ້ ຂໍ​ໂຜດ​ເຮັດ​ໃຫ້​ພວກຂ້ານ້ອຍ​ໄດ້​ກັບ​ຄືນ​ສູ່​ສະພາບ​ດີ!2ພຣະອົງ​ໄດ້​ສັ່ນ​ແຜ່ນດິນ ແລະ ເຮັດ​ໃຫ້​ແຍກ​ອອກ;ຂໍ​ພຣະອົງ​ປະສານ​ຮອຍ​ແຕກ ເພາະ​ຂະນະ​ນີ້​ແຜ່ນດິນ​ກຳລັງ​ສັ່ນສະເທືອນ.3ພຣະອົງ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ປະເຊີນ​ກັບ​ຊ່ວງ​ເວລາ​ແຫ່ງ​ຄວາມ​ໝົດ​ຫວັງ,ພຣະອົງ​ໄດ້​ໃຫ້​ເຫລົ້າອະງຸ່ນ​ທີ່​ເຮັດ​ໃຫ້​ພວກຂ້ານ້ອຍ​ຍ່າງ​ເຊ​ເໝືອນ​ກັບ​ຄົນ​ທີ່​ເມົາ​ເຫລົ້າ.4ແຕ່​ສຳລັບ​ຜູ້​ທີ່​ຢຳເກງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຍົກ​ທຸງ​ຂຶ້ນກາງ​ອອກ​ຕ້ານ​ທະນູ.
5ຂໍ​ຊ່ວຍ​ກອບກູ້​ພວກຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ຮັກ​ຈະ​ຫລຸດພົ້ນ.6ພຣະເຈົ້າ​ໄດ້​ກ່າວ​ຈາກ​ບ່ອນ​ນະມັດສະການ​ຂອງ​ພຣະອົງ​ວ່າ:“ໃນ​ໄຊຊະນະ ເຮົາ​ຈະ​ແບ່ງ​ຊີເຄມແລະ ກຳນົດ​ເຂດ​ຮ່ອມພູ​ຊຸກໂກດ.7ກີເລອາດ​ເປັນ​ຂອງ​ເຮົາ ແລະ ມານາເຊ​ກໍ​ເປັນ​ຂອງ​ເຮົາເອຟຣາອິມ​ຄື​ໝວກ​ເກາະ​ຂອງ​ເຮົາ,ຢູດາ​ຄື​ໄມ້​ຄາທາ​ຂອງ​ເຮົາ.8ໂມອາບ​ເປັນ​ອ່າງ​ຊຳລະ​ຂອງ​ເຮົາ,ເຮົາ​ໂຍນ​ເກີບ​ຂອງ​ເຮົາ​ລົງ​ເທິງ​ເອໂດມແລະ ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ມີ​ໄຊ​ເໜືອ​ຟີລິດສະຕິນ”.
9ຜູ້ໃດ​ຈະ​ພາ​ຂ້ານ້ອຍ​ໄປ​ຍັງ​ເມືອງ​ປ້ອມ​ປ້ອງກັນ?ຜູ້ໃດ​ຈະ​ນຳ​ຂ້ານ້ອຍ​ໄປ​ຍັງ​ເອໂດມ?10ພຣະອົງ​ບໍ່​ແມ່ນ​ບໍ, ຂ້າແດ່​ພຣະເຈົ້າ ບັດນີ້​ພຣະອົງ​ຜູ້​ໄດ້​ປະຕິເສດ​ພວກຂ້ານ້ອຍ.ແລະ ບໍ່​ຮ່ວມ​ທັບ​ກັບ​ພວກຂ້ານ້ອຍ​ອີກ​ຕໍ່ໄປ?11ຂໍ​ຊ່ວຍ​ພວກຂ້ານ້ອຍ​ຕໍ່ສູ້​ສັດຕູເພາະ​ຄວາມ​ຊ່ວຍເຫລືອ​ຂອງ​ມະນຸດ​ນັ້ນ​ໄຮ້​ຄ່າ12ໂດຍ​ພຣະເຈົ້າ​ພວກເຮົາ​ຈະ​ໄດ້​ຮັບ​ໄຊຊະນະພຣະອົງ​ຈະ​ຢຽບ​ສັດຕູ​ທັງຫລາຍ​ຂອງ​ພວກເຮົາ.

Biblica, Inc.

https://app.library.bible/content/eab9312f9f16b3a2