ເພງສັນລະເສີນ59
(ເຖິງຫົວໜ້ານັກຮ້ອງ ທຳນອງ “ຢ່າທຳລາຍ” ມິກທາມ ຂອງດາວິດ ເມື່ອໂຊນສົ່ງຄົນມາເຝົ້າເບິ່ງດາວິດຢູ່ທີ່ບ້ານເພື່ອຫວັງຈະຂ້າດາວິດ)
1ຂ້າແດ່ພຣະເຈົ້າ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກສັດຕູຂອງຂ້ານ້ອຍ;ຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກບັນດາຜູ້ທີ່ລຸກຂຶ້ນມາຕໍ່ສູ້ຂ້ານ້ອຍ.2ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກບັນດາຄົນທີ່ເຮັດຊົ່ວ.ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກບັນດາຄົນທີ່ກະຫາຍເລືອດ3ຂ້າແດ່ພຣະເຈົ້າຢາເວ ເບິ່ງແມ ພວກເຂົາດັກລໍຖ້າຂ້ານ້ອຍ!ຄົນໂຫດຮ້າຍພາກັນຄິດຫາທາງທຳຮ້າຍຂ້ານ້ອຍທັງທີ່ຂ້ານ້ອຍບໍ່ໄດ້ເຮັດຜິດ ຫລື ເຮັດບາບອັນໃດ.4ຂ້ານ້ອຍບໍ່ໄດ້ເຮັດຫຍັງຜິດ ແຕ່ພວກເຂົາກໍພ້ອມຈະທຳຮ້າຍຂ້ານ້ອຍ.ຂໍພຣະອົງລຸກຂຶ້ນເພື່ອຊ່ວຍຂ້ານ້ອຍດ້ວຍ, ຂໍພຣະອົງເບິ່ງສະພາບຂອງຂ້ານ້ອຍດ້ວຍ!5ຂ້າແດ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ພຣະອົງເປັນພຣະເຈົ້າແຫ່ງອິດສະຣາເອນ,ຂໍພຣະອົງລຸກຂຶ້ນລົງໂທດຊົນຊາດທັງຫລາຍ;ຂໍຢ່າໄດ້ເມດຕາບັນດາຄົນທໍລະຍົດທີ່ຊົ່ວຮ້າຍເຫລົ່ານັ້ນ.6ພວກເຂົາກັບມາໃນເວລາຕອນແລງເຫົ່າຫອນຄືກັບໝາແລະ ຜ່ານໄປມາທົ່ວເມືອງ.7ເບິ່ງສິ່ງທີ່ພວກເຂົາພົ່ນອອກມາຈາກປາກຂອງຕົນຄຳເວົ້າທີ່ອອກມາຈາກຮີບສົບຂອງພວກເຂົາແມ່ນຄົມດັ່ງດາບ,ແລະ ພວກເຂົາຄິດວ່າ “ຜູ້ໃດຈະໄດ້ຍິນພວກເຮົາ?”8ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງໄດ້ຫົວຂັວນໃສ່ພວກເຂົາ,ພຣະອົງເຢາະເຢີ້ຍບັນດາຊົນຊາດເຫລົ່ານັ້ນ.9ພຣະອົງເປັນກຳລັງຂອງຂ້ານ້ອຍ ຂ້ານ້ອຍເຝົ້າລໍຖ້າພຣະອົງຢູ່.ຂ້າແດ່ພຣະເຈົ້າ ພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ,10ເປັນພຣະເຈົ້າຂອງຂ້ານ້ອຍຜູ້ທີ່ຂ້ານ້ອຍສາມາດເພິ່ງພາໄດ້.ພຣະເຈົ້າຈະນຳໜ້າຂ້ານ້ອຍໄປແລະ ພຣະອົງຈະໃຫ້ຂ້ານ້ອຍຍິ້ມເຢາະເຢີ້ຍບັນດາຜູ້ທີ່ໃສ່ຮ້າຍຂ້ານ້ອຍ.11ແຕ່ຂໍຢ່າຂ້າພວກເຂົາ, ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ເປັນໂລ່ ກຳລັງຂອງພວກຂ້ານ້ອຍທັງຫລາຍ.ເພາະບໍ່ດົນຄົນຂອງຂ້ານ້ອຍກໍຈະລືມ.ແຕ່ພຣະອົງອາດຈະຖອນຮາກຂອງພວກເຂົາແລະ ແລະ ໂຄ່ນລົ້ມພວກເຂົາລົງ.12ເພາະບາບທີ່ເກີດຈາກປາກຂອງພວກເຂົາແລະ ເພາະຄຳເວົ້າທີ່ມາຈາກຮີບສົບຂອງພວກເຂົາ,ຂໍໃຫ້ພວກເຂົາຈົມຢູ່ໃນຄວາມຈອງຫອງຂອງພວກເຂົາ.ເພາະຄຳສາບແຊ່ງ ແລະ ຄຳຕົວະທີ່ພວກເຂົາເປັ່ງອອກມາ,13ຂໍພຣະອົງທຳລາຍລ້າງພວກເຂົາດ້ວຍຄວາມໂກດຮ້າຍຂອງພຣະອົງທຳລາຍລ້າງພວກເຂົາໃຫ້ພວກເຂົາໝົດສິ້ນໄປ.ແລ້ວກໍຈະໄດ້ເປັນທີ່ຮູ້ຈັກໄປຈົນເຖິງສຸດປາຍແຜ່ນດິນໂລກວ່າພຣະເຈົ້າຄອບຄອງຢູ່ເໜືອຢາໂຄບ.14ພວກເຂົາກັບມາໃນເວລາຕອນແລງເຫົ່າຫອນຄືກັບໝາ,ແລະ ຜ່ານໄປມາທົ່ວເມືອງ.15ພວກເຂົາວົນວຽນຫາອາຫານແລະ ບໍ່ໄດ້ດັ່ງໃຈກໍສົ່ງສຽງຫອນ.16ແຕ່ຂ້ານ້ອຍຈະຮ້ອງເຖິງກຳລັງຂອງພຣະອົງໃນຕອນເຊົ້າ ຂ້ານ້ອຍຈະຮ້ອງເຖິງຄວາມຮັກໝັ້ນຄົງຂອງພຣະອົງ;ເພາະພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ,ເປັນບ່ອນລີ້ໄພຂອງຂ້ານ້ອຍໃນຍາມເດືອດຮ້ອນ.17ພຣະອົງເປັນກຳລັງຂອງຂ້ານ້ອຍ ຂ້ານ້ອຍຮ້ອງເພງສັນລະເສີນພຣະອົງ;ຂ້າແດ່ພຣະເຈົ້າ ພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ,ເປັນພຣະເຈົ້າຂອງຂ້ານ້ອຍຜູ້ທີ່ຂ້ານ້ອຍສາມາດເພິ່ງພາໄດ້.Biblica, Inc.