ເພງສັນລະເສີນ5

ເຖິງ​ຫົວໜ້າ​ນັກຮ້ອງ, ເປົ່າ​ຂຸ່ຍ, ບົດ​ເພງສັນລະເສີນ​ຂອງ​ດາວິດ)

1ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ,ຂໍ​ໂຜດ​ສົນໃຈ​ການ​ຄ່ຳຄວນ​ຂອງ​ຂ້ານ້ອຍ​ດ້ວຍ.2ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ແລະ ຜູ້​ເປັນ​ກະສັດ​ຂອງ​ຂ້ານ້ອຍຂໍ​ໂຜດ​ຟັງ​ຄຳ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ,ເພາະ​ຂ້ານ້ອຍ​ອະທິຖານ​ຕໍ່​ພຣະອົງ.
3ຂ້າແດ່​ພຣະເຈົ້າ​ຢາເວ, ໃນ​ເວລາ​ເຊົ້າ​ພຣະອົງ​ໄດ້​ຍິນ​ສຽງ​ຂ້ານ້ອຍໃນ​ເວລາ​ເຊົ້າ​ຂ້ານ້ອຍ​ຈຶ່ງ​ໄດ້​ນຳ​ເອົາ​ຄຳ​ຮ້ອງຂໍ​ຂອງ​ຂ້ານ້ອຍ​ມາ​ຢູ່​ຕໍ່ໜ້າ​ພຣະອົງແລະ ຈົດ​ລໍຖ້າ​ຢ່າງ​ມີ​ຄວາມຫວັງ.4ເພາະ​ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ທີ່​ພໍໃຈ​ໃນ​ສິ່ງ​ຊົ່ວຮ້າຍ;ຄົນ​ຊົ່ວ​ບໍ່​ອາດ​ຢູ່​ຮ່ວມ​ກັບ​ພຣະອົງ​ໄດ້.5ຄົນ​ຈອງຫອງ​ບໍ່​ອາດ​ຢືນ​ຢູ່ຕໍ່ໜ້າ​ພຣະອົງ​ໄດ້.ພຣະອົງ​ກຽດຊັງ​ທຸກຄົນ​ທີ່​ເຮັດ​ຜິດ;6ພຣະອົງ​ທຳລາຍ​ບັນດາ​ຄົນ​ທີ່​ເວົ້າ​ຕົວະ.ສ່ວນ​ຄົນ​ທີ່​ກະຫາຍ​ຫາ​ເລືອດ ແລະ ຄົນ​ຫລອກລວງພຣະເຈົ້າ​ຢາເວ​ກຽດຊັງ.7ແຕ່​ໂດຍ​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງຂ້ານ້ອຍ​ຈຶ່ງ​ສາມາດ​ເຂົ້າ​ມາ​ຍັງ​ວິຫານ​ຂອງ​ພຣະອົງ;ຂ້ານ້ອຍ​ກາບ​ລົງ​ດ້ວຍ​ຄວາມ​ເຄົາລົບຕໍ່ໜ້າ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ.
8ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ນຳ​ຂ້ານ້ອຍ​ໄປ​ໃນ​ຄວາມ​ຊອບທຳ​ຂອງ​ພຣະອົງເພາະ​ສັດຕູ​ຂອງ​ຂ້ານ້ອຍຂໍ​ໂຜດ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ​ຕໍ່ໜ້າ​ຂ້ານ້ອຍ.9ຄຳເວົ້າ​ຈາກ​ປາກ​ຂອງ​ພວກເຂົາ​ແມ່ນ​ບໍ່​ສາມາດ​ໄວ້ໃຈ​ໄດ້;ຫົວໃຈ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ການ​ຄິດ​ຮ້າຍ.ຄໍ​ຂອງ​ພວກເຂົາ​ຄື​ຫລຸມ​ຝັງ​ສົບ​ທີ່​ເປີດ​ຢູ່;ພວກເຂົາ​ເວົ້າ​ຕົວະ​ດ້ວຍ​ລີ້ນ​ຂອງ​ພວກເຂົາ.10ຂ້າແດ່​ພຣະເຈົ້າ! ຂໍ​ໂຜດ​ປະກາດ​ຄວາມ​ຜິດ​ແກ່​ພວກເຂົາ,ຂໍ​ໃຫ້​ພວກເຂົາ​ຫລົ້ມຈົມ​ດ້ວຍ​ກົນອຸບາຍ​ຂອງ​ຕົນ​ເອງ.ຂໍ​ໂຜດ​ຂັບໄລ່​ພວກເຂົາ​ໄປ​ເພາະ​ຄວາມ​ບາບ​ທັງຫລາຍ​ຂອງ​ພວກເຂົາ,ເພາະ​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ.11ແຕ່​ຂໍ​ໃຫ້​ທຸກຄົນ​ທີ່​ລີ້ໄພ​ຢູ່​ໃນ​ພຣະອົງ​ນັ້ນ​ມີ​ຄວາມ​ຍິນດີ;ໃຫ້​ພວກເຂົາ​ຮ້ອງເພງ​ຊື່ນຊົມຍິນດີ​ຢູ່​ສະເໝີ,ຂໍ​ໂຜດ​ກະຈາຍ​ການ​ປົກປ້ອງ​ຄຸ້ມຄອງ​ເໜືອ, ພວກເຂົາເພື່ອ​ວ່າ​ບັນດາ​ຜູ້​ທີ່​ຮັກ​ນາມ​ຂອງ​ພຣະອົງ​ຈະ​ຊື່ນຊົມຍິນດີ​ໃນ​ພຣະອົງ.
12ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ອວຍພອນ​ຄົນ​ຊອບທຳ​ຢ່າງ​ແນ່ນອນ;ຄວາມ​ເມດຕາ​ກະລຸນາ​ຂອງ​ພຣະອົງ​ເປັນ​ດັ່ງ​ໂລ່​ໂອບ​ອ້ອມ​ພວກເຂົາ​ໄວ້.

Biblica, Inc.

https://app.library.bible/content/eab9312f9f16b3a2