ເພງສັນລະເສີນ58
(ເຖິງຫົວໜ້ານັກຮ້ອງ ທຳນອງ “ຢ່າທຳລາຍ” ມິກທາມ ຂອງດາວິດ)
1ພວກເຈົ້າຜູ້ເປັນນັກປົກຄອງເວົ້າຢ່າງຍຸຕິທຳແທ້ບໍ?ພວກເຈົ້າຕັດສິນດ້ວຍຄວາມສະເໝີພາບບໍ?2ບໍ່ເປັນເຊັ່ນນັ້ນ, ໃຈຂອງພວກເຈົ້າຄິດການອັນບໍ່ຍຸຕິທຳມືຂອງພວກເຈົ້າແຈກຈ່າຍຄວາມຮຸນແຮງຢູ່ເທິງແຜ່ນດິນໂລກ.3ຕັ້ງແຕ່ເກີດມາ ຄົນຊົ່ວກໍຫລົງທາງຕັ້ງແຕ່ອອກມາຈາກມົດລູກ ພວກເຂົາກໍເອົາແຕ່ໃຈ, ເວົ້າຕົວະ.4ພິດຂອງພວກເຂົາເໝືອນກັບພິດຂອງງູ,ເໝືອນກັບງູເຫົ່າທີ່ອັດຫູໄວ້,5ບໍ່ຍອມຟັງສຽງສະກົດຈາກໝໍງູ,ບໍ່ວ່າໝໍງູຈະເກັ່ງເທົ່າໃດກໍຕາມ.6ຂ້າແດ່ພຣະເຈົ້າ ຂໍພຣະອົງຫັກແຂ້ວໃນປາກຂອງພວກເຂົາ,ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຫັກແຂ້ວຂອງບັນດາສິງດ້ວຍ!7ຂໍໃຫ້ພວກເຂົາລະລາຍໄປດັ່ງນ້ຳທີ່ໄຫລຜ່ານໄປເມື່ອພວກເຂົາເນັ່ງຄັນທະນູ ຂໍໃຫ້ລູກທະນູຂອງພວກເຂົາຕົກໄປ.8ຂໍໃຫ້ພວກເຂົາເປັນເໝືອນທາກທີ່ລະລາຍໄປຂະນະທີ່ມັນຄືບຄານໄປມາ,ຄືກັບເດັກນ້ອຍທີ່ຫລຸອອກມາທີ່ບໍ່ໄດ້ເຫັນຕາເວັນ.9ກ່ອນທີ່ໝໍ້ຂອງເຈົ້າຈະຮ້ອນໄຟຈາກໄມ້ໜາມ ບໍ່ວ່າໄມ້ສົດ ຫລື ແຫ້ງຄົນຊົ່ວຮ້າຍຈະຖືກກວາດລ້າງໄປຢ່າງໄວ. 10ຄົນຊອບທຳຈະຍິນດີ ເມື່ອພຣະເຈົ້າໄດ້ແກ້ແຄ້ນແທນພວກເຂົາ,ເມື່ອພວກເຂົາເອົາເລືອດຂອງຄົນຊົ່ວມາລ້າງຕີນຂອງຕົນ.11ແລ້ວຄົນທັງຫລາຍກໍຈະເວົ້າວ່າ:“ແນ່ນອນແລ້ວ ຄົນຊອບທຳຈະຍັງໄດ້ຮັບບຳເໜັດ;ແນ່ນອນແລ້ວ ມີພຣະເຈົ້າຜູ້ພິພາກສາໂລກ”.Biblica, Inc.