ເພງສັນລະເສີນ57

(ເຖິງ​ຫົວໜ້າ​ນັກຮ້ອງ ທຳນອງ “ຢ່າ​ທຳລາຍ” ມິກທາມ ​ຂອງ​ດາວິດ ເມື່ອ​ໜີ​ຈາກ​ໂຊນ​ເຂົ້າໄປ​ໃນ​ຖ້ຳ)

1ຂ້າແດ່​ພຣະເຈົ້າ ຂໍ​ເມດຕາ​ຂ້ານ້ອຍ ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ,ເພາະ​ຂ້ານ້ອຍ​ໄດ້​ລີ້ໄພ​ຢູ່​ໃນ​ພຣະອົງ.ຂ້ານ້ອຍ​ຈະ​ລີ້ໄພ​ຢູ່​ໃນ​ຮົ່ມ​ປີກ​ຂອງ​ພຣະອົງຈົນ​ກວ່າ​ໄພພິບັດ​ນີ້​ຈະ​ຜ່ານ​ພົ້ນ​ໄປ.
2ຂ້ານ້ອຍ​ຮ້ອງ​ຕໍ່​ພຣະເຈົ້າ​ອົງ​ສູງສຸດຕໍ່​ພຣະເຈົ້າ ຜູ້​ເຮັດ​ໃຫ້​ຄວາມ​ປະສົງ​ຂອງ​ພຣະອົງ​ສຳເລັດ​ເພື່ອ​ຂ້ານ້ອຍ.3ພຣະອົງ​ໄດ້​ສົ່ງ​ຄວາມ​ຊ່ວຍເຫລືອ​ຈາກ​ຟ້າ​ສະຫວັນ​ມາ ແລະ ຊ່ວຍ​ຂ້ານ້ອຍ,ພຣະອົງ​ປາບ​ຜູ້​ທີ່​ໄລ່ຕາມ​ຂ້ານ້ອຍ​ຢ່າງ​ດຸເດືອດພຣະເຈົ້າ​ສົ່ງ​ຄວາມ​ຮັກ​ໝັ້ນຄົງ ແລະ ຄວາມ​ສັດຊື່​ຂອງ​ພຣະອົງ​ລົງ​ມາ.
4ຂ້ານ້ອຍ​ຢູ່​ກາງ​ວົງ​ລ້ອມ​ຂອງ​ສິງ​ທັງຫລາຍ;ຂ້ານ້ອຍ​ນອນ​ຢູ່​ໃນ​ທ່າມກາງ​ສັດ​ຮ້າຍ​ທີ່​ຫິວ​ເຫຍື່ອຄື​ບັນດາ​ຄົນ​ທີ່​ມີ​ແຂ້ວ​ເປັນ​ຫອກ ແລະ ລູກທະນູ,ບັນດາ​ຄົນ​ທີ່​ມີ​ລິ້ນ​ເປັນ​ດາບ​ຄົມ.
5ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ພຣະອົງ​ເປັນ​ທີ່​ຍົກຍ້ອງ​ເໜືອ​ຟ້າ​ສະຫວັນ;ຂໍ​ໃຫ້​ສະຫງ່າລາສີ​ຂອງ​ພຣະອົງ​ປົກ​ຄຸມ​ໄປ​ທົ່ວ​ໂລກ.
6ພວກເຂົາ​ກາງ​ຕາໜ່າງ​ເພື່ອ​ຈັບ​ຕີນ​ຂອງ​ຂ້ານ້ອຍຂ້ານ້ອຍ​ໝອບ​ລົງ​ດ້ວຍ​ຄວາມ​ທຸກໃຈ.ພວກເຂົາ​ຂຸດ​ຂຸມ​ດັກ​ຕາມ​ທາງ​ຂອງ​ຂ້ານ້ອຍແຕ່​ແມ່ນ​ພວກເຂົາ​ເອງ​ທີ່​ຕົກ​ລົງ​ໄປ​ໃນ​ຂຸມ​ນັ້ນ.
7ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ​ໝັ້ນຄົງຈິດໃຈ​ຂອງ​ຂ້ານ້ອຍ​ໝັ້ນຄົງ;ຂ້ານ້ອຍ​ຈະ​ຮ້ອງ​ເພງ ແລະ ຫລິ້ນ​ດົນຕີ.8ຈິດ​ວິນຍານ​ຂອງ​ຂ້ານ້ອຍ ຈົ່ງ​ຕື່ນ​ຂຶ້ນ!ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່ ຈົ່ງ​ບັນ​ເລງ!ຂ້ານ້ອຍ​ຈະ​ປຸກ​ອາລຸນ​ວັນ​ໃໝ່.
9ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊາດ​ທັງຫລາຍ;ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊົນ​ທັງຫລາຍ.10ເພາະ​ຄວາມ​ຮັກ​ຂອງ​ພຣະອົງ​ຍິ່ງໃຫຍ່​ຈຸ​ເຖິງ​ຟ້າ​ສະຫວັນ;ຄວາມ​ສັດຊື່​ຂອງ​ພຣະອົງ​ຈຸ​ເຖິງ​ທ້ອງຟ້າ.
11ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ພຣະອົງ​ເປັນ​ທີ່​ຍົກຍ້ອງ​ເໜືອ​ຟ້າ​ສະຫວັນຂໍ​ໃຫ້​ສະຫງ່າລາສີ​ຂອງ​ພຣະອົງ​ປົກ​ຄຸມ​ໄປ​ທົ່ວ​ໂລກ.

Biblica, Inc.

https://app.library.bible/content/eab9312f9f16b3a2