ເພງສັນລະເສີນ56
ເຖິງຫົວໜ້ານັກຮ້ອງ ທຳນອງ “ນົກເຂົາຢູ່ເທິງຕົ້ນໂອກ” ມິກທາມ ຂອງດາວິດ ເມື່ອຊາວຟີລິດສະຕິນຈັບດາວິດໃນເມືອງກາດ)
1ຂ້າແດ່ພຣະເຈົ້າ ຂໍເມດຕາຂ້ານ້ອຍເພາະສັດຕູຂອງຂ້ານ້ອຍໄລ່ຕາມມາຢ່າງຮ້ອນຮົນ;ພວກເຂົາບຸກກະໜ່ຳເຂົ້າມາໂຈມຕີຕະຫລອດທັງວັນ.2ສັດຕູຂອງຂ້ານ້ອຍໄດ້ໄລ່ຕາມຂ້ານ້ອຍຕະຫລອດເວລາ;ພວກເຂົາໄດ້ໂຈມຕີຂ້ານ້ອຍຢ່າງໜັກ.3ເມື່ອຂ້ານ້ອຍຢ້ານ ຂ້ານ້ອຍຈະໄວ້ວາງໃຈໃນພຣະອົງ.4ຢູ່ໃນພຣະເຈົ້າ ຜູ້ທີ່ຂ້ານ້ອຍສັນລະເສີນພຣະຄຳໃນພຣະເຈົ້າທີ່ຂ້ານ້ອຍໄວ້ວາງໃຈ ແລະ ຂ້ານ້ອຍຈະບໍ່ຢ້ານກົວ.ມະນຸດທີ່ຕ້ອງຕາຍຈະເຮັດຫຍັງໃຫ້ຂ້ານ້ອຍໄດ້?5ພວກເຂົາບິດເບືອນຄຳເວົ້າຂອງຂ້ານ້ອຍຕະຫລອດເວລາພວກເຂົາຄິດຫາທາງທຳຮ້າຍຂ້ານ້ອຍຢູ່ສະເໝີ.6ພວກເຂົາຮ່ວມຫົວກັນ ພວກເຂົາຊຸ້ມຢູ່,ພວກເຂົາຈັບຕາເບິ່ງບາດກ້າວຂອງຂ້ານ້ອຍ,ຫວັງຈະເອົາຊີວິດຂອງຂ້ານ້ອຍ.7ເພາະຄວາມຊົ່ວຮ້າຍຂອງພວກເຂົາ ຂໍຢ່າໄດ້ປ່ອຍໃຫ້ພວກເຂົາໜີໄປໄດ້;ຂ້າແດ່ພຣະເຈົ້າ ຂໍນຳຊົນຊາດຕ່າງໆລົງດ້ວຍຄວາມໃຈຮ້າຍຂອງພຣະອົງ.8ຂໍບັນທຶກຄຳຄ່ຳຄວນຂອງຂ້ານ້ອຍໄວ້ຂໍນັບນ້ຳຕາຂອງຂ້ານ້ອຍໄວ້ໃນໜັງສືມ້ວນຂອງພຣະອົງ ສິ່ງເຫລົ່ານີ້ຢູ່ໃນບັນທຶກຂອງພຣະອົງແລ້ວແມ່ນບໍ?9ແລ້ວສັດຕູຂອງຂ້ານ້ອຍຈະຫັນກັບໄປເມື່ອຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອ.ແລ້ວຂ້ານ້ອຍຈະຮູ້ວ່າພຣະເຈົ້າຢູ່ຝ່າຍຂ້ານ້ອຍ.10ໃນພຣະເຈົ້າ ຜູ້ທີ່ຂ້ານ້ອຍສັນລະເສີນພຣະຄຳໃນພຣະເຈົ້າຢາເວ ຜູ້ທີ່ຂ້ານ້ອຍສັນລະເສີນພຣະຄຳ11ໃນພຣະເຈົ້າ ຂ້ານ້ອຍໄວ້ວາງໃຈ ແລະ ຂ້ານ້ອຍຈະບໍ່ຢ້ານກົວ.ມະນຸດຈະເຮັດຫຍັງໃຫ້ຂ້ານ້ອຍໄດ້?12ຂ້າແດ່ພຣະເຈົ້າ ຂ້ານ້ອຍຈະເຮັດຕາມທີ່ໄດ້ປະຕິຍານໄວ້ກັບພຣະອົງ;ຂ້ານ້ອຍຈະຖວາຍເຄື່ອງບູຊາຂອບພຣະຄຸນແດ່ພຣະອົງ.13ເພາະພຣະອົງໄດ້ກອບກູ້ຂ້ານ້ອຍ ອອກມາຈາກຄວາມຕາຍແລະ ໄດ້ຊ່ວຍກອບກູ້ຕີນຂອງຂ້ານ້ອຍອອກມາຈາກການສະດຸດລົ້ມ,ເພື່ອວ່າຂ້ານ້ອຍຈະດຳເນີນຢູ່ຕໍ່ໜ້າພຣະເຈົ້າໃນຄວາມສະຫວ່າງຂອງຊີວິດ.Biblica, Inc.