ເພງສັນລະເສີນ55
(ເຖິງຫົວໜ້ານັກຮ້ອງ ໃຊ້ເຄື່ອງດົນຕີປະເພດສາຍ ມັດຄິນ ຂອງດາວິດ)
1ຂ້າແດ່ພຣະເຈົ້າ ໂຜດຟັງຄຳອະທິຖານຂອງຂ້ານ້ອຍຂໍຢ່າໄດ້ເສີຍຊາຕໍ່ຄຳອ້ອນວອນຂອງຂ້ານ້ອຍ;2ຂໍໂຜດຮັບຟັງ ແລະ ຕອບຂ້ານ້ອຍດ້ວຍ.ຄວາມຄິດຂອງຂ້ານ້ອຍລົບກວນຈິດໃຈຂອງຂ້ານ້ອຍຢູ່ ແລະ ຂ້ານ້ອຍກໍວິຕົກກັງວົນ3ເພາະສິ່ງທີ່ສັດຕູຂອງຂ້ານ້ອຍເວົ້ານັ້ນ,ເພາະຄຳຂູ່ຂອງຄົນຊົ່ວຮ້າຍ;ເພາະພວກເຂົານຳຄວາມທຸກທໍລະມານມາສູ່ຂ້ານ້ອຍແລະ ໂຈມຕີຂ້ານ້ອຍດ້ວຍຄວາມໃຈຮ້າຍຂອງພວກເຂົາ.4ຈິດໃຈຂ້ານ້ອຍກໍເຈັບປວດຢູ່ພາຍໃນຂ້ານ້ອຍຄວາມຢ້ານຕາຍໄດ້ຕົກໃສ່ຂ້ານ້ອຍ.5ຄວາມຢ້ານ ແລະ ຄວາມສັ່ນເຊັນກໍຄອບງຳຂ້ານ້ອຍຄວາມຢ້ານກົວກໍຄວບຄຸມຂ້ານ້ອຍ.6ຂ້ານ້ອຍໄດ້ເວົ້າວ່າ: “ໂອ, ຂ້ານ້ອຍຢາກມີປີກເໝືອນດັ່ງນົກເຂົາ!ຂ້ານ້ອຍຈະໄດ້ບິນຈາກໄປ ແລະ ພັກສະຫງົບ.7ຂ້ານ້ອຍຈະໜີໄປໃຫ້ໄກແລະ ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ;8ຂ້ານ້ອຍຈະຟ້າວໄປຍັງທີ່ກຳບັງຂອງຂ້ານ້ອຍໃຫ້ໄກຈາກມໍລະສຸມ ແລະ ພະຍຸຮ້າຍນີ້”.9ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍເຮັດໃຫ້ຄົນຊົ່ວສັບສົນວຸ້ນວາຍ ເຮັດໃຫ້ພາສາຂອງພວກເຂົາຫຍຸ້ງໄປ,ເພາະຂ້ານ້ອຍເຫັນຄວາມຮຸນແຮງ ແລະ ການປະທະຢູ່ໃນເມືອງ.10ພວກເຂົາຍ່າງໄປມາຢູ່ເທິງກຳແພງທັງກາງເວັນ ແລະ ກາງຄືນຄວາມອາຄາດ ແລະ ການທາລຸນຢູ່ໃນເມືອງ.11ບັນດາບ່ອນທຳລາຍທັງຫລາຍກໍທຳງານຢູ່ໃນເມືອງ;ການຂົ່ມຂູ່ ແລະ ຫລອກລວງກໍມີບໍ່ຂາດຢູ່ຕາມຖະໜົນຫົນທາງ.12ຖ້າເປັນສັດຕູທີ່ມາດູຖູກຂ້ານ້ອຍຂ້ານ້ອຍສາມາດທົນໄດ້,ຖ້າເປັນສັດຕູທີ່ລຸກຂຶ້ນຕໍ່ຕ້ານຂ້ານ້ອຍຂ້ານ້ອຍກໍຈະໄປລີ້ຢູ່.13ແຕ່ນີ້ເປັນທ່ານເອງ ເຊິ່ງເປັນຄົນເໝືອນຢ່າງຂ້ານ້ອຍ,ເພື່ອນຮ່ວມທາງຂອງຂ້ານ້ອຍ, ໝູ່ສະໜິດຂອງຂ້ານ້ອຍ,14ຜູ້ທີ່ຄັ້ງໜຶ່ງຂ້ານ້ອຍເຄີຍສົນທະນານຳກັນຢ່າງມ່ວນຊື່ນຢູ່ທີ່ວິຫານຂອງພຣະເຈົ້າ,ຂະນະທີ່ພວກເຮົາຍ່າງໄປທ່າມກາງຜູ້ນະມັດສະການທັງຫລາຍ.15ຂໍໃຫ້ຄວາມຕາຍມາເຖິງສັດຕູທັງຫລາຍຂອງຂ້ານ້ອຍໂດຍທີ່ພວກເຂົາບໍ່ທັນຕັ້ງໂຕ,ຂໍໃຫ້ພວກເຂົາລົງໄປຍັງແດນມໍລະນາທັງເປັນ,ເພາະຄວາມຊົ່ວຢູ່ໃນທ່າມກາງພວກເຂົາ.16ສ່ວນຂ້ານ້ອຍ ຂ້ານ້ອຍຮ້ອງຫາພຣະເຈົ້າ,ແລະ ພຣະເຈົ້າຢາເວໄດ້ຊ່ວຍຂ້ານ້ອຍ.17ຕອນແລງ, ຕອນເຊົ້າ ແລະ ຕອນທ່ຽງຂ້ານ້ອຍຮ້ອງຫາດ້ວຍຄວາມທຸກໃຈແລະ ພຣະອົງໄດ້ຍິນສຽງຂອງຂ້ານ້ອຍ.18ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກອັນຕະລາຍຈາກສົງຄາມທີ່ທຳຮ້າຍຂ້ານ້ອຍ,ເຖິງວ່າຂ້າເສິກຈຳນວນຫລວງຫລາຍຕໍ່ສູ້ກັບຂ້ານ້ອຍກໍຕາມ.19ພຣະເຈົ້າຜູ້ຢູ່ເທິງບັນລັງຕັ້ງແຕ່ດົນນານ,ຜູ້ບໍ່ປ່ຽນແປງພຣະອົງຈະຟັງພວກເຂົາ ແລະ ເຮັດໃຫ້ພວກເຂົາຖ່ອມໃຈ,ເພາະວ່າພວກເຂົາບໍ່ຢຳເກງພຣະເຈົ້າ.20ເພື່ອນຮ່ວມທາງຂອງຂ້ານ້ອຍໂຈມຕີໝູ່ຂອງຕົນລາວໄດ້ລະເມີດຄຳໝັ້ນສັນຍາຂອງຕົນ.21ຖ້ອຍຄຳຂອງລາວແມ່ນນຸ້ມນວນຄືກັບເນີຍ,ແຕ່ສົງຄາມນັ້ນຢູ່ໃນໃຈຂອງລາວ;ຖ້ອຍຄຳຂອງລາວກໍຫລ່ຽນໄຫລກວ່ານ້ຳມັນ,ແຕ່ຖ້ອຍຄຳເຫລົ່ານັ້ນເປັນເໝືອນດາບທີ່ຊັກອອກຈາກຝັກ.22ຈົ່ງມອບພາລະຂອງເຈົ້າໄວ້ກັບພຣະເຈົ້າຢາເວແລະ ພຣະອົງຈະຄ້ຳຊູເຈົ້າໄວ້;ພຣະອົງຈະບໍ່ປ່ອຍໃຫ້ຄົນຊອບທຳລົ້ມລົງ.23ຂ້າແດ່ພຣະເຈົ້າ ແຕ່ພຣະອົງຈະສົ່ງຄົນຊົ່ວລົງໄປໃນແດນພິນາດຈິບຫາຍ;ຄົນທີ່ກະຫາຍເລືອດ ແລະ ຄົນຫລອກລວງຈະບໍ່ມີຊີວິດຍືນຍາວຈົນເຖິງເຄິ່ງອາຍຸຂອງພວກເຂົາ.ແຕ່ສຳລັບຂ້ານ້ອຍ ຂ້ານ້ອຍໄວ້ວາງໃຈໃນພຣະອົງ.Biblica, Inc.