ເພງສັນລະເສີນ54
(ເຖິງຫົວໜ້ານັກຮ້ອງ ໃຊ້ດົນຕີປະເພດສາຍ ມັດຄິນ ຂອງດາວິດ ເມື່ອຊາວເມືອງຊິບໄປຕອບໂຊນວ່າ “ດາວິດລີ້ຢູ່ທ່າມກາງເຮົາບໍ່ແມ່ນບໍ?”)
1ຂ້າແດ່ພຣະເຈົ້າ ໂດຍນາມຂອງພຣະອົງ ຂໍໂຜດຊ່ວຍຂ້ານ້ອຍ;ໂດຍກຳລັງຂອງພຣະອົງ ຂໍໂຜດພິສູດວ່າຂ້ານ້ອຍບໍ່ຜິດ.2ຂ້າແດ່ພຣະເຈົ້າ ໂຜດຟັງຄຳອະທິຖານຂອງຂ້ານ້ອຍຂໍໂຜດຟັງຄຳຂໍຈາກປາກຂອງຂ້ານ້ອຍ.3ຄົນແປກໜ້າພາກັນໂຈມຕີຂ້ານ້ອຍຄົນໃຈໂຫດພະຍາຍາມທີ່ຈະເອົາຊີວິດຂ້ານ້ອຍເປັນຄົນທີ່ບໍ່ສົນໃຈໃນເລື່ອງພຣະເຈົ້າ.4ແນ່ນອນວ່າ ພຣະເຈົ້າເປັນຜູ້ຊ່ວຍເຫລືອຂ້ານ້ອຍອົງພຣະຜູ້ເປັນເຈົ້າເປັນຜູ້ຄ້ຳຊູຂ້ານ້ອຍໄວ້.5ຂໍໃຫ້ຄວາມຊົ່ວນັ້ນໄດ້ກັບຄືນໄປທຳຮ້າຍຜູ້ທີ່ໃສ່ຮ້າຍຂ້ານ້ອຍ;ທຳລາຍພວກເຂົາດ້ວຍຄວາມສັດຊື່ຂອງພຣະອົງ.6ຂ້ານ້ອຍຈະນຳເຄື່ອງບູຊາຕາມຄວາມສະໝັກໃຈມາຖວາຍແດ່ພຣະອົງ;ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະສັນລະເສີນນາມຂອງພຣະອົງ, ເພາະນັ້ນເປັນສິ່ງປະເສີດ.7ເພາະພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄວາມເດືອດຮ້ອນທັງໝົດແລະ ຕາຂອງຂ້ານ້ອຍກໍໄດ້ເຫັນໄຊຊະນະເໜືອສັດຕູຂອງຂ້ານ້ອຍ.Biblica, Inc.