ເພງສັນລະເສີນ53

(ເຖິງ​ຫົວໜ້າ​ນັກຮ້ອງ ຕາມ​ທຳນອງ​ມາຮາລາດ ມັດຄິນ ​ຂອງ​ດາວິດ)

1ຄົນ​ໂງ່​ຄິດ​ຢູ່​ໃນ​ໃຈ​ວ່າ:“ບໍ່​ມີ​ພຣະເຈົ້າ”.ພວກເຂົາ​ຊົ່ວຊ້າ ແລະ ວິທີ​ຂອງ​ພວກເຂົາ​ກໍ​ຊົ່ວຮ້າຍບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ດີ.
2ພຣະເຈົ້າ​ຫລຽວ​ລົງ​ມາ​ຈາກ​ຟ້າ​ສະຫວັນເບິ່ງ​ມວນ​ມະນຸດເພື່ອ​ເບິ່ງ​ວ່າ​ມີ​ຜູ້ໃດ​ທີ່​ເຂົ້າໃຈ,ມີ​ຜູ້ໃດ​ທີ່​ສະແຫວງຫາ​ພຣະເຈົ້າ.3ທຸກຄົນ​ຫັນ​ໜີ​ໄປ, ທຸກຄົນ​ກາຍເປັນ​ຄົນ​ເສື່ອມຊາມ;ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີ,ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ.
4ຄົນ​ຊົ່ວ​ທັງໝົດ​ເຫລົ່ານີ້​ບໍ່​ຮູ້​ສິ່ງ​ໃດ​ເລີຍ​ບໍ?ພວກເຂົາ​ກືນ​ກິນ​ປະຊາຊົນ​ຂອງ​ເຮົາ​ເໝືອນ​ດັ່ງ​ກັບ​ກິນ​ອາຫານ;ພວກເຂົາ​ບໍ່​ເຄີຍ​ຮ້ອງ​ຫາ​ພຣະເຈົ້າ.5ແຕ່​ຢູ່​ທີ່​ນັ້ນ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ,ບ່ອນ​ທີ່​ບໍ່​ມີ​ສິ່ງໃດ​ໜ້າ​ຢ້ານກົວພຣະເຈົ້າ​ໄດ້​ເຮັດ​ໃຫ້​ກະດູກ​ຂອງ​ບັນດາ​ຜູ້​ທີ່​ໂຈມຕີ​ເຈົ້າ​ກະຈັດ​ກະຈາຍ​ໄປ;ເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ອັບອາຍ ເພາະ​ພຣະເຈົ້າ​ກຽດ​ຊັງ​ພວກເຂົາ.
6ຂໍ​ໃຫ້​ການ​ຊ່ວຍ​ກອບກູ້​ເພື່ອ​ອິດສະຣາເອນ​ມາ​ຈາກ​ຊີໂອນ​ດ້ວຍ!ເມື່ອ​ພຣະເຈົ້າ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ກັບ​ສູ່​ສະພາບ​ດີ​ເໝືອນ​ເດີມ,ໃຫ້​ຢາໂຄບ​ຊື່ນຊົມຍິນດີ ແລະ ໃຫ້​ອິດສະຣາເອນ​ຍິນດີ​ດ້ວຍ!

Biblica, Inc.

https://app.library.bible/content/eab9312f9f16b3a2