ເພງສັນລະເສີນ52
(ເຖິງຫົວໜ້ານັກຮ້ອງ ມັດຄິນ ຂອງດາວິດ ເມື່ອໂດເອກທີ່ເປັນຊາວເອໂດມມາຕອບໂຊນວ່າ “ດາວິດມາທີ່ບ້ານຂອງອາຮີເມເຫລັກ”)
1ເຈົ້າຜູ້ເປັນຄົນເກັ່ງກ້າ ເປັນຫຍັງເຈົ້າຈຶ່ງອວດອ້າງການຊົ່ວ?ເປັນຫຍັງເຈົ້າຍັງຄົງອວດອ້າງຢູ່ທຸກວັນ?ເຈົ້າຜູ້ເປັນຄົນໜ້າອັບອາຍໃນສາຍຕາຂອງພຣະເຈົ້າ.2ເຈົ້າຜູ້ວາງແຜນຫລອກລວງ,ລີ້ນຂອງເຈົ້າວາງແຜນການທຳລາຍ;ລີ້ນຂອງເຈົ້າຄົມເໝືອນດັ່ງມີດແຖ.3ເຈົ້າຮັກຄວາມຊົ່ວຫລາຍກວ່າຄວາມດີແລະ ຮັກຄວາມຕົວະ ຫລາຍກວ່າການເວົ້າຄວາມຈິງ.4ເຈົ້າຮັກຄຳເວົ້າໃຫ້ຮ້າຍທຸກຄຳ,ເຈົ້າຜູ້ເປັນຄົນຫລອກລວງ!5ແນ່ນອນວ່າ ພຣະເຈົ້າຈະນຳເຈົ້າໄປສູ່ຄວາມພິນາດຈິບຫາຍນິລັນດອນ,ພຣະອົງຈະດຶງເຈົ້າອອກຈາກເຕັນຂອງເຈົ້າ;ພຣະອົງຈະຖອນຮາກເຈົ້າອອກຈາກດິນແດນຂອງຜູ້ມີຊີວິດ.6ຄົນຊອບທຳຈະເຫັນ ແລະ ຢ້ານກົວ;ພວກເຂົາຈະຫົວຂັວນ ແລະ ເວົ້າວ່າ:7“ນີ້ແຫລະ ມະນຸດທີ່ບໍ່ໄດ້ຢຶດພຣະເຈົ້າເປັນທີ່ໝັ້ນແຕ່ໄດ້ໄວ້ວາງໃຈໃນຊັບສົມບັດອັນຫລວງຫລາຍຂອງຕົນ.ແລະ ເຂັ້ມແຂງຂຶ້ນໂດຍການທຳລາຍຜູ້ອື່ນ!”8ແຕ່ສ່ວນຂ້ານ້ອຍເປັນເໝືອນຕົ້ນໝາກກອກງອກງາມໃນວິຫານຂອງພຣະເຈົ້າ;ຂ້ານ້ອຍໄວ້ວາງໃຈໃນຄວາມຮັກໝັ້ນຄົງຂອງພຣະເຈົ້າຕະຫລອດໄປ.9ຂ້ານ້ອຍຈະສັນລະເສີນພຣະອົງຕະຫລອດໄປ ສຳລັບສິ່ງທີ່ພຣະອົງໄດ້ເຮັດຂ້ານ້ອຍຈະສັນລະເສີນພຣະອົງຕໍ່ໜ້າບັນດາປະຊາຊົນຂອງພຣະອົງ.ແລະ ຂ້ານ້ອຍຈະມອບຄວາມຫວັງໄວ້ກັບນາມຂອງພຣະອົງເພາະນາມຂອງພຣະອົງນັ້ນປະເສີດ.Biblica, Inc.