ເພງສັນລະເສີນ51

ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ດາວິດ ເມື່ອ​ຜູ້ທຳນວາຍ​ນາທານ​ເຂົ້າ​ມາ​ພົບ​ເພິ່ນ ຫລັງຈາກ​ທີ່​ດາວິດ​ໄດ້​ຫລິ້ນຊູ້​ກັບ​ນາງ​ບັດເຊບາ.

1ຂ້າແດ່​ພຣະເຈົ້າ, ຂໍ​ໂຜດ​ເມດຕາ​ຂ້ານ້ອຍ,ອີງຕາມ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ;ອີງຕາມ​ຄວາມ​ກະລຸນາ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງຂໍ​ໂຜດ​ລຶບລ້າງ​ການ​ລ່ວງລະເມີດ​ຂອງ​ຂ້ານ້ອຍ​ດ້ວຍ.2ຂໍ​ໂຜດ​ລ້າງ​ຄວາມ​ຊົ່ວຊ້າ​ທັງໝົດ​ຂອງ​ຂ້ານ້ອຍແລະ ຊຳລະ​ຂ້ານ້ອຍ​ຈາກ​ຄວາມ​ບາບ​ຂອງ​ຂ້ານ້ອຍ.
3ເພາະ​ຂ້ານ້ອຍ​ຮູ້​ເຖິງ​ການ​ລ່ວງລະເມີດ​ຂອງ​ຕົນ​ແລ້ວ,ແລະ ຄວາມ​ບາບ​ຂອງ​ຂ້ານ້ອຍ​ກໍ​ຢູ່​ຕໍ່ໜ້າ​ຂ້ານ້ອຍ​ສະເໝີ.4ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ, ຕໍ່​ພຣະອົງ​ຜູ້​ດຽວແລະ ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະອົງ;ດັ່ງນັ້ນ ພຣະອົງ​ຈຶ່ງ​ເປັນ​ຝ່າຍ​ຖືກ​ເມື່ອ​ພຣະອົງ​ຕັດສິນແລະ ຊອບທຳ​ເມື່ອ​ພຣະອົງ​ພິພາກສາ.5ແນ່ນອນ​ວ່າ​ຂ້ານ້ອຍ​ກໍ​ບາບ​ມາ​ຕັ້ງແຕ່​ເກີດ,ບາບ​ຕັ້ງແຕ່​ວິນາທີ​ທີ່​ແມ່​ຂອງ​ຂ້ານ້ອຍ​ໄດ້​ຖືພາ​ຂ້ານ້ອຍ.6ແຕ່​ພຣະອົງ​ກໍ​ຍັງ​ປາຖະໜາ​ຄວາມ​ສັດຊື່​ຕັ້ງແຕ່​ຢູ່​ໃນ​ທ້ອງ;ພຣະອົງ​ໄດ້​ສອນ​ຂ້ານ້ອຍ​ເຖິງ​ປັນຍາ​ໃນ​ບ່ອນ​ເລິກ​ທີ່ສຸດ.
7ຂໍ​ໂຜດ​ຊຳລະ​ຂ້ານ້ອຍ​ດ້ວຍ​ໃບຫູສົບ ແລະ ຂ້ານ້ອຍ​ກໍ​ຈະ​ສະອາດ;ຂໍ​ໂຜດ​ລ້າງ​ຂ້ານ້ອຍ ແລະ ຂ້ານ້ອຍ​ກໍ​ຈະ​ຂາວ​ຍິ່ງ​ກວ່າ​ຫິມະ.8ຂໍ​ໃຫ້​ຂ້ານ້ອຍ​ໄດ້​ຍິນ​ສຽງ​ແຫ່ງ​ຄວາມ​ຊື່ນຊົມຍິນດີ ແລະ ຄວາມ​ຍິນດີ;ຂໍ​ໃຫ້​ກະດູກ​ທີ່​ພຣະອົງ​ຫັກ​ທຳລາຍ​ແລ້ວ​ນັ້ນ​ຊື່ນຊົມຍິນດີ.9ຂໍ​ໃຫ້​ເຊື່ອງ​ໜ້າ​ຂອງ​ພຣະອົງ​ໄວ້​ຈາກ​ຄວາມ​ບາບ​ທັງຫລາຍ​ຂອງ​ຂ້ານ້ອຍແລະ ຂໍ​ໂຜດ​ລຶບລ້າງ​ຄວາມ​ຜິດ​ທັງໝົດ​ຂອງ​ຂ້ານ້ອຍ.
10ຂ້າແດ່​ພຣະເຈົ້າ ຂໍ​ສ້າງ​ຈິດໃຈ​ທີ່​ບໍລິສຸດ​ໃນ​ຂ້ານ້ອຍ,ແລະ ຟື້ນ​ຈິດວິນຍານ​ອັນ​ໝັ້ນຄົງ​ຂຶ້ນ​ໃໝ່​ພາຍໃນ​ຂ້ານ້ອຍ.11ຂໍ​ຢ່າ​ຂັບໄລ່​ຂ້ານ້ອຍ​ໄປ​ຈາກ​ສາຍຕາ​ຂອງ​ພຣະອົງຫລື ເອົາ​ພຣະວິນຍານ​ບໍລິສຸດເຈົ້າ​ຂອງ​ພຣະອົງ​ໄປ​ຈາກ​ຂ້ານ້ອຍ.12ຂໍ​ໂຜດ​ຄືນ​ຄວາມ​ຍິນດີ​ໃນ​ຄວາມພົ້ນ​ຂອງ​ພຣະອົງ​ໃຫ້​ແກ່​ຂ້ານ້ອຍແລະ ຂໍ​ໂຜດ​ໃຫ້​ຈິດໃຈ​ທີ່​ເຊື່ອຟັງ​ເພື່ອ​ປະຄັບ​ປະຄອງ​ຂ້ານ້ອຍ.
13ແລ້ວ​ຂ້ານ້ອຍ​ຈະ​ສອນ​ທາງ​ຂອງ​ພຣະອົງ​ໃຫ້​ຜູ້​ລ່ວງລະເມີດ​ຄົນ​ອື່ນໆ,ແລະ ຄົນບາບ​ທັງຫລາຍ​ຈະ​ຫັນ​ກັບ​ມາ​ຫາ​ພຣະອົງ.14ຂ້າແດ່​ພຣະເຈົ້າ, ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄວາມຜິດ​ໃນ​ຖານ​ເຮັດ​ໃຫ້​ຄົນ​ອື່ນ​ເລືອດ​ຕົກ,ພຣະອົງ​ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,ແລະ ລິ້ນ​ຂອງ​ຂ້ານ້ອຍ​ຈະ​ຮ້ອງ​ສັນລະເສີນ​ຄວາມ​ຊອບທຳ​ຂອງ​ພຣະອົງ.15ຂ້າແດ່​ອົງພຣະຜູ້ເປັນເຈົ້າ, ຂໍ​ໂຜດ​ເປີດ​ຮີມ​ສົບ​ຂອງ​ຂ້ານ້ອຍ,ແລະ ປາກ​ຂອງ​ຂ້ານ້ອຍ​ຈະ​ປະກາດ​ສັນລະເສີນ​ພຣະອົງ.16ພຣະອົງ​ບໍ່​ໄດ້​ປິຕິຍິນດີ​ໃນ​ເຄື່ອງບູຊາ, ບໍ່​ດັ່ງນັ້ນ​ຂ້ານ້ອຍ​ຄົງ​ຈະ​ໄດ້​ນຳ​ມາ​ຖວາຍ;ພຣະອົງ​ບໍ່​ໄດ້​ພໍໃຈ​ໃນ​ເຄື່ອງເຜົາ​ບູຊາ.17ຂ້າແດ່​ພຣະເຈົ້າ, ເຄື່ອງບູຊາ​ຂອງ​ຂ້ານ້ອຍ​ຄື​ຈິດ​ວິນຍານ​ທີ່​ແຕກສະຫລາຍ;ຫົວໃຈ​ທີ່​ແຕກສະຫລາຍ ແລະ ຫົວໃຈ​ທີ່​ສຳນຶກ​ຜິດ​ນັ້ນຂ້າແດ່​ພຣະເຈົ້າ, ພຣະອົງ​ຈະ​ບໍ່​ດູຖູກ.
18ຂໍ​ໂຜດ​ເຮັດ​ໃຫ້​ຊີໂອນ​ຈະເລີນ​ຮຸ່ງເຮືອງ​ຕາມ​ທີ່​ພຣະອົງ​ພໍໃຈ,ຂໍ​ໂຜດ​ສ້າງ​ກຳແພງ​ຂອງ​ເຢຣູຊາເລັມ​ຂຶ້ນ.19ແລ້ວ​ພຣະອົງ​ຈະ​ປິຕິຍິນດີ​ໃນ​ເຄື່ອງບູຊາ​ທີ່​ຊອບທຳ,ໃນ​ເຄື່ອງເຜົາ​ບູຊາ​ອັນ​ຄົບ​ຖ້ວນ;ແລ້ວ​ກໍ​ຈະ​ມີ​ການ​ຖວາຍ​ງົວ​ເຖິກ​ຢູ່​ເທິງ​ແທ່ນບູຊາ​ຂອງ​ພຣະອົງ.

Biblica, Inc.

https://app.library.bible/content/eab9312f9f16b3a2