ເພງສັນລະເສີນ50

(ບົດ​ເພງສັນລະເສີນ​ຂອງ​ອາສັບ)

1ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ຢາເວເອີ້ນ​ເອົາ​ຄົນ​ທົ່ວ​ທັງ​ໂລກຈາກ​ບ່ອນ​ທີ່​ຕາເວັນ​ຂຶ້ນ​ຈົນ​ເຖິງ​ບ່ອນ​ທີ່​ຕາເວັນ​ຕົກ​ໃຫ້​ມາ​ຊຸມນຸມ​ກັນ.2ພຣະເຈົ້າ​ເປັ່ງ​ລັດສະໝີຈາກ​ຊີໂອນ​ທີ່​ມີ​ຄວາມ​ງາມ​ທີ່​ສົມບູນ.3ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມາແລະ ຈະ​ບໍ່​ມິດ​ງຽບ.ແປວ​ໄຟ​ລຸກ​ຢູ່​ຕໍ່ໜ້າ​ພຣະອົງ,ແລະ ມີ​ພະຍຸ​ໃຫຍ່​ພັດ​ຢູ່​ອ້ອມ​ພຣະອົງ.4ພຣະອົງ​ໄດ້​ເອີ້ນ​ຟ້າ​ສະຫວັນ​ເບື້ອງ​ເທິງແລະ ແຜ່ນດິນ​ໂລກ ເພື່ອ​ພຣະອົງ​ຈະ​ພິພາກສາ​ຄົນ​ຂອງ​ພຣະອົງ.5“ບັນດາ​ຜູ້​ທີ່​ເຮົາ​ໄດ້​ຊຳລະ​ໄວ້​ແລ້ວ ຈົ່ງ​ເຕົ້າໂຮມ​ກັນ​ມາ​ຫາ​ເຮົາ,ຜູ້​ທີ່​ເຂົ້າ​ຮ່ວມ​ຄຳໝັ້ນສັນຍາ​ກັບ​ເຮົາ​ທາງ​ເຄື່ອງບູຊາ”.6ຟ້າ​ສະຫວັນ​ປະກາດ​ຄວາມ​ຊອບທຳ​ຂອງ​ພຣະອົງເພາະ​ພຣະເຈົ້າ​ພຣະອົງ​ເອງ​ເປັນ​ຜູ້​ຕັດສິນ.
7“ປະຊາຊົນ​ຂອງ​ເຮົາ ຈົ່ງ​ຟັງ ແລະ ເຮົາ​ຈະ​ເວົ້າ;ອິດສະຣາເອນ ເຮົາ​ຈະ​ແຈ້ງ​ຂໍ້​ຫາ​ຂອງ​ເຈົ້າ​ຄື:ເຮົາ​ເປັນ​ພຣະເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.8ເຮົາ​ບໍ່​ໄດ້​ຕຳໜິ​ເຈົ້າ​ໃນ​ເລື່ອງ​ເຄື່ອງບູຊາຫລື ເຄື່ອງເຜົາບູຊາ​ທີ່​ເຈົ້າ​ນຳ​ມາ​ຖວາຍ​ເຮົາ​ຢ່າງ​ສະໝ່ຳສະເໝີ.9ເຮົາ​ບໍ່​ໄດ້​ຕ້ອງການ​ງົວເຖິກ​ຈາກ​ຄອກ​ງົວ​ຂອງ​ເຈົ້າຫລື ແບ້​ຈາກ​ຄອກ​ຂອງ​ເຈົ້າ,10ເພາະ​ສັດ​ທຸກ​ຊະນິດ​ໃນ​ປ່າ​ລ້ວນ​ແຕ່​ເປັນ​ຂອງ​ເຮົາ,ແລະ ຝູງ​ງົວ​ທີ່​ຢູ່ເທິງ​ໂນນພູ​ພັນ​ໜ່ວຍ​ກໍ​ເປັນ​ຂອງ​ເຮົາ.11ເຮົາ​ຮູ້​ຈັກ​ນົກ​ທຸກ​ໂຕ​ທີ່​ຢູ່​ເທິງ​ພູເຂົາ​ທັງຫລາຍ,ແລະ ບັນດາ​ສັດ​ທີ່​ຢູ່​ໃນ​ທົ່ງນາ​ກໍ​ເປັນ​ຂອງ​ເຮົາ.12ຖ້າ​ເຮົາ​ຫິວ ເຮົາ​ກໍ​ຈະ​ບໍ່​ບອກ​ເຈົ້າເພາະ​ໂລກ​ນີ້ ແລະ ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ​ເປັນ​ຂອງ​ເຮົາ.13ເຮົາ​ກິນ​ຊີ້ນ​ງົວເຖິກຫລື ດື່ມ​ເລືອດ​ແບ້​ບໍ?
14“ຈົ່ງ​ຖວາຍ​ເຄື່ອງບູຊາ​ຂອບພຣະຄຸນ​ແດ່​ພຣະເຈົ້າ,ເຮັດ​ຕາມ​ທີ່​ພວກເຈົ້າ​ໄດ້​ປະຕິຍານ​ຕໍ່​ອົງ​ຜູ້​ສູງສຸດ,15ແລະ ຈົ່ງ​ຮ້ອງ​ຫາ​ເຮົາ​ໃນ​ຍາມ​ເດືອດຮ້ອນ;ເຮົາ​ຈະ​ປົດປ່ອຍ​ເຈົ້າ ແລະ ເຈົ້າ​ຈະ​ໃຫ້​ກຽດ​ເຮົາ”.
16ສ່ວນ​ຄົນ​ຊົ່ວຮ້າຍ ພຣະເຈົ້າ​ເວົ້າ​ວ່າ:“ເຈົ້າ​ມີ​ສິດ​ຫຍັງ​ຈຶ່ງ​ທ່ອງຈຳ​ກົດບັນຍັດ​ຂອງ​ເຮົາຫລື ອ້າງ​ຄຳໝັ້ນສັນຍາ​ຂອງ​ເຮົາ?17ໃນ​ເມື່ອ​ເຈົ້າ​ກຽດຊັງ​ຄຳສອນ​ຂອງ​ເຮົາແລະ ໂຍນ​ຖ້ອຍ​ຄຳ​ຂອງ​ເຮົາ​ຖິ້ມ.18ເຈົ້າ​ເຫັນ​ຄົນ​ຂີ້​ລັກ ເຈົ້າ​ກໍ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ລາວ;ເຈົ້າ​ຄົບ​ຫາ​ກັບ​ບັນດາ​ຄົນ​ທີ່​ຫລິ້ນຊູ້.19ເຈົ້າ​ໃຊ້​ປາກ​ຂອງ​ຕົນ​ເຮັດ​ຊົ່ວແລະ ໃຊ້​ລີ້ນ​ຂອງ​ຕົນ​ເພື່ອ​ຫລອກລວງ.20ເຈົ້າ​ນັ່ງ ແລະ ເປັນ​ພະຍານ​ໃສ່​ຮ້າຍ​ພີ່ນ້ອງ​ຂອງ​ຕົນແລະ ນິນທາ​ໃສ່​ຮ້າຍ​ພີ່ນ້ອງ​ຮ່ວມ​ທ້ອງ​ດຽວ​ກັນ​ຂອງ​ຕົນ.21ເມື່ອ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່ານີ້ ແລະ ເຮົາ​ກໍ​ຍັງ​ມິດ​ຢູ່,ເຈົ້າ​ກໍ​ເລີຍ​ຄິດ​ວ່າ​ເຮົາ  ​ກໍ​ເປັນ​ເໝືອນ​ເຈົ້າ.ແຕ່​ເຮົາ​ຈະ​ຈັດການ​ເຈົ້າແລະ ກ່າວ​ໂທດ​ເຈົ້າ​ຕໍ່ໜ້າ​ເຈົ້າ.
22“ເຈົ້າ​ຜູ້​ລືມ​ພຣະເຈົ້າ ຈົ່ງ​ພິຈາລະນາ​ເລື່ອງ​ນີ້ບໍ່​ດັ່ງນັ້ນ​ເຮົາ​ຈະ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ ໂດຍ​ບໍ່​ມີ​ຜູ້ໃດ​ຊ່ວຍ​ເຈົ້າ​ໄດ້.23ບັນດາ​ຜູ້​ທີ່​ຖວາຍ​ເຄື່ອງບູຊາ​ຂອບພຣະຄຸນ ກໍ​ໃຫ້​ກຽດ​ເຮົາແລະ ບັນດາ​ຜູ້​ທີ່​ຕຽມ​ທາງ​ຂອງ​ຕົນ​ໄວ້​ດີ ເຮົາ​ກໍ​ຈະ​ສະແດງ​ຄວາມພົ້ນ​ຂອງ​ພຣະເຈົ້າ​ແກ່​ພວກເຂົາ  ”.

Biblica, Inc.

https://app.library.bible/content/eab9312f9f16b3a2