ເພງສັນລະເສີນ49

(ເຖິງ​ຫົວໜ້າ​ນັກຮ້ອງ, ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ)

1ປະຊາຊົນ​ທຸກ​ຄົນ ຈົ່ງ​ຟັງ​ທາງ​ນີ້ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ໂລກ​ນີ້ ຈົ່ງ​ຟັງ,2ທັງ​ຜູ້ໃຫຍ່ ແລະ ຜູ້​ນ້ອຍ,ຄົນ​ຮັ່ງມີ ແລະ ຄົນ​ຍາກຈົນ.3ປາກ​ຂອງ​ຂ້ານ້ອຍ​ຈະ​ກ່າວ​ຖ້ອຍ​ຄຳ​ແຫ່ງ​ສະຕິປັນຍາຄວາມ​ໃນ​ໃຈ​ຂອງ​ຂ້ານ້ອຍ​ນີ້​ຈະ​ໃຫ້​ຄວາມ​ເຂົ້າໃຈ.4ຂ້ານ້ອຍ​ຈະ​ອ່ຽງ​ຫູ​ຟັງ​ສຸພາສິດຂ້ານ້ອຍ​ຈະ​ໃຊ້​ພິນ​ດີດ​ໄຂ​ປິດສະໜາ
5ເປັນຫຍັງ​ຂ້ານ້ອຍ​ຕ້ອງ​ຢ້ານ​ຍາມ​ອັນຕະລາຍເມື່ອ​ຄົນ​ຫລອກລວງ​ທີ່​ຊົ່ວຮ້າຍ​ຫຸ້ມ​ອ້ອມ​ຂ້ານ້ອຍ?6ຄົນ​ເຫລົ່າ​ນັ້ນ​ໄດ້​ໄວ້​ວາງໃຈ​ໃນ​ຊັບສົມບັດ​ຂອງ​ຕົນແລະ ອວດ​ອ້າງ​ຄວາມ​ຮັ່ງມີ​ເຫລືອລົ້ນ​ຂອງ​ຕົນ.7ບໍ່​ມີ​ຈັກ​ຄົນ​ທີ່​ສາມາດ​ໄຖ່​ຊີວິດ​ໃຫ້​ຜູ້ໃດ​ໄດ້ຫລື ຖວາຍ​ຄ່າ​ໄຖ່​ຊີວິດ​ຂອງ​ພວກເຂົາ​ໃຫ້​ພຣະເຈົ້າ8ຄ່າ​ໄຖ່​ສຳລັບ​ຊີວິດ​ໜຶ່ງ​ນັ້ນ​ແພງ​ຫລາຍ,ຊົດ​ໃຊ້​ປານໃດ​ກໍ​ບໍ່​ພໍ9ເພື່ອ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ຕະຫລອດ​ໄປແລະ ບໍ່​ຕ້ອງ​ພົບ​ກັບ​ຄວາມ​ເປື່ອຍເນົ່າ.10ເພາະ​ທຸກຄົນ​ກໍ​ສາມາດ​ເຫັນ​ໄດ້​ວ່າ​ຄົນ​ມີ​ປັນຍາ​ກໍ​ຕາຍຄົນ​ໂງ່ ແລະ ຄົນ​ບໍ່​ມີ​ຄວາມ​ຄິດ​ກໍ​ຈິບຫາຍ​ຄື​ກັນແລ້ວ​ພວກເຂົາ​ກໍ​ປະ​ຊັບສົມບັດ​ຂອງ​ຕົນ​ໄວ້​ໃຫ້​ຄົນ​ອື່ນ.11ຂຸມ​ຝັງ​ສົບ​ຂອງ​ພວກເຂົາ​ຈະ​ເປັນ​ບ້ານ​ຂອງ​ພວກເຂົາ  ​ຕະຫລອດ​ໄປ,ເປັນ​ທີ່​ອາໄສ​ຂອງ​ພວກເຂົາ​ຕະຫລອດ​ທຸກ​ຊົ່ວ​ອາຍຸ,ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ຕັ້ງ​ຊື່  ​ດິນແດນ​ຕາມ​ຊື່​ຂອງ​ຕົນ​ເອງ.
12ແຕ່​ມະນຸດ​ບໍ່​ວ່າ​ຈະ​ຮັ່ງມີ​ປານ​ໃດ ກໍ​ບໍ່​ອາດ​ມີ​ຊີວິດ​ຢູ່​ໄດ້​ຕະຫລອດ​ໄປ;ພວກເຂົາ​ເປັນ​ເໝືອນ​ສັດ​ເດຍລະສານ​ທີ່​ຕ້ອງ​ຕາຍ.
13ນີ້​ຄື​ຊະຕາກຳ​ຂອງ​ບັນດາ​ຄົນ​ທີ່​ວາງໃຈ​ໃນ​ຕົນ​ເອງແລະ ຂອງ​ລູກສິດ​ຜູ້​ທີ່​ເຫັນດີ​ກັບ​ຄຳສອນ​ຂອງ​ພວກເຂົາ.14ພວກເຂົາ​ເປັນ​ເໝືອນ​ແກະ ແລະ ຖືກ​ກຳນົດ​ໄວ້​ໃຫ້​ຕາຍ;ຄວາມ​ຕາຍ​ຈະ​ເປັນ​ຜູ້ລ້ຽງ​ຂອງ​ພວກເຂົາແຕ່​ຜູ້​ທ່ຽງທຳ​ຈະ​ປົກຄອງ​ເໜືອ​ພວກເຂົາ​ໃນ​ຍາມ​ເຊົ້າ.ຮ່າງກາຍ​ຂອງ​ພວກເຂົາ​ຈະ​ເປື່ອຍເນົ່າ​ຢູ່​ໃນ​ຂຸມ​ຝັງ​ສົບຫ່າງ​ໄກ​ຈາກ​ຜາສາດ​ອັນ​ໃຫຍ່​ຂອງ​ຕົນ.15ແຕ່​ພຣະເຈົ້າ​ຈະ​ໄຖ່​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມ​ຕາຍ;ພຣະອົງ​ຈະ​ຮັບ​ຂ້ານ້ອຍ​ໄວ້​ຢູ່​ກັບ​ພຣະອົງ​ຢ່າງ​ແນ່ນອນ.16ຢ່າ​ຕົກໃຈ​ເມື່ອ​ຄົນ​ອື່ນ​ຮັ່ງມີ​ຂຶ້ນ,ເມື່ອ​ເຮືອນ​ຂອງ​ພວກເຂົາ​ງົດງາມ​ຂຶ້ນ;17ເພາະ​ເມື່ອ​ພວກເຂົາ​ຕາຍ ພວກເຂົາ​ກໍ​ເອົາ​ສິ່ງໃດ​ໄປ​ນຳ​ບໍ່​ໄດ້,ຄວາມ​ງົດງາມ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ຕາມ​ພວກເຂົາ​ລົງ​ໄປ.18ເຖິງ​ແມ່ນ​ວ່າ​ຂະນະ​ທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່ ພວກເຂົາ​ໄດ້​ເອີ້ນ​ຕົວ​ເອງ​ວ່າ​ຜູ້​ມີ​ຄວາມ​ສຸກແລະ ຄົນ​ທັງຫລາຍ​ໄດ້​ຍ້ອງຍໍ​ໃນ​ຍາມ​ທີ່​ພວກເຂົາ​ຈະເລີນ​ຮຸ່ງເຮືອງ19ພວກເຂົາ​ຈະ​ໄປ​ຢູ່​ກັບ​ບັນດາ​ຄົນ​ທີ່​ລ່ວງລັບ​ໄປ​ກ່ອນ​ພວກເຂົາ,ຜູ້​ທີ່​ບໍ່​ເຄີຍ​ເຫັນ​ແສງ​ແຫ່ງ​ຊີວິດ​ອີກ.
20ຄົນ​ທັງຫລາຍ​ທີ່​ມີ​ຊັບສົມບັດ​ແຕ່​ປາດສະຈາກ​ຄວາມ​ເຂົ້າໃຈກໍ​ເປັນ​ເໝືອນ​ສັດ​ເດຍລະສານ​ທີ່​ຕ້ອງ​ຕາຍ.

Biblica, Inc.

https://app.library.bible/content/eab9312f9f16b3a2