ເພງສັນລະເສີນ4

ເຖິງ​ຫົວໜ້າ​ນັກຮ້ອງ, ບັນເລງ​ເຄື່ອງ​ດົນຕີ​ປະເພດ​ສາຍ, ບົດ​ເພງສັນລະເສີນ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຜູ້​ຊອບທຳ​ຂອງ​ຂ້ານ້ອຍ,ຂໍ​ໂຜດ​ຕອບ​ຂ້ານ້ອຍ ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ.ຂໍ​ໂຜດ​ບັນເທົາ​ຄວາມ​ທຸກໂສກ​ຂອງ​ຂ້ານ້ອຍ;ຂໍ​ເມດຕາ ແລະ ຟັງ​ຄຳ​ອະທິຖານ​ຂອງ​ຂ້ານ້ອຍ.
2ມະນຸດ​ທັງຫລາຍ ເຈົ້າ​ຈະ​ເຮັດ​ໃຫ້​ສະຫງ່າລາສີ​ຂອງ​ຂ້ອຍ​ກາຍເປັນ​ຄວາມ​ອັບອາຍ​ໄປ​ອີກ​ດົນ​ເທົ່າ​ໃດ?ເຈົ້າ​ຈະ​ຮັກ​ການ​ຫລອກລວງ ແລະ ສະແຫວງຫາ​ພະ​ປອມ  ​ໄປ​ອີກ​ດົນ​ເທົ່າ​ໃດ?3ຈົ່ງ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ໄດ້​ແຍກ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ໄວ້​ສຳລັບ​ພຣະອົງ​ເອງ;ພຣະເຈົ້າ​ຢາເວ​ຈະ​ຟັງ​ເມື່ອ​ຂ້ອຍ​ຮ້ອງ​ຫາ​ພຣະອົງ.
4ຈົ່ງ​ຢຳເກງ ແລະ  ຢ່າ​ເຮັດ​ຄວາມ​ບາບ;ຂະນະ​ທີ່​ພວກເຈົ້າ​ຢູ່​ເທິງ​ບ່ອນນອນ​ຂອງ​ພວກເຈົ້າ,ຈົ່ງ​ສຳຫລວດ​ຈິດໃຈ​ຂອງ​ຕົນ ແລະ ມິດງຽບ.5ຈົ່ງ​ຖວາຍ​ເຄື່ອງບູຊາ​ທີ່​ຖືກຕ້ອງ​ເໝາະສົມແລະ ວາງໃຈ​ໃນ​ພຣະເຈົ້າ​ຢາເວ.
6ຂ້າແດ່​ພຣະເຈົ້າ​ຢາເວ, ຫລາຍ​ຄົນ​ຖາມ​ວ່າ, “ຜູ້​ໃດ​ຈະ​ນຳ​ເອົາ​ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ​ໃຫ້​ແກ່​ພວກຂ້ານ້ອຍ?”ຂໍ​ໃຫ້​ແສງສະຫວ່າງ​ຂອງ​ໃບໜ້າ​ຂອງ​ພຣະອົງ​ສ່ອງ​ໃສ່​ພວກ​ຂ້ານ້ອຍ​ທັງຫລາຍ.7ຂໍ​ໂຜດ​ເຕີມ​ຫົວໃຈ​ຂອງ​ຂ້ານ້ອຍ​ໃຫ້​ເຕັມ​ດ້ວຍ​ຄວາມ​ຊື່ນຊົມຍິນດີຍິ່ງ​ກວ່າ​ຄົນ​ເຫລົ່ານັ້ນ​ທີ່​ມີ​ເຂົ້າ ແລະ ເຫລົ້າອະງຸ່ນ​ໃໝ່​ຢ່າງ​ອຸດົມສົມບູນ.
8ຂ້ານ້ອຍ​ຈະ​ນອນ​ລົງ ແລະ ນອນ​ຫລັບ​ດ້ວຍ​ຄວາມສະຫງົບສຸກ,ຂ້າແດ່​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ຜູ້​ດຽວ,ທີ່​ເຮັດ​ໃຫ້​ຂ້ານ້ອຍ​ອາໄສ​ຢູ່​ໄດ້​ຢ່າງ​ປອດໄພ.

Biblica, Inc.

https://app.library.bible/content/eab9312f9f16b3a2