ເພງສັນລະເສີນ48
(ເພງບົດໜຶ່ງ ບົດເພງສັນລະເສີນຂອງລູກຊາຍຂອງໂກຣາ)
1ພຣະເຈົ້າຢາເວນັ້ນຍິ່ງໃຫຍ່ ແລະ ຄວນແກ່ການສັນລະເສີນທີ່ສຸດ,ໃນນະຄອນແຫ່ງພຣະເຈົ້າຂອງພວກເຮົາ, ພູເຂົາອັນສັກສິດຂອງພຣະອົງ.2ຊີໂອນນັ້ນສູງເດັ່ນງາມຕາຫລາຍເປັນຄວາມປິຕິຍິນດີຂອງຄົນທົ່ວໂລກ,ດັ່ງຍອດສູງສຸດຂອງຊາໂຟນ, ເປັນນະຄອນ ແຫ່ງກະສັດຜູ້ຍິ່ງໃຫຍ່.3ພຣະເຈົ້າຢູ່ໃນປ້ອມຂອງນະຄອນນັ້ນພຣະອົງໄດ້ສະແດງພຣະອົງເອງເປັນປ້ອມປ້ອງກັນຂອງນະຄອນ.4ເມື່ອບັນດາກະສັດລວມກຳລັງກັນເມື່ອພວກເຂົາມຸ່ງໜ້າໄປດ້ວຍກັນ,5ພວກເຂົາໄດ້ເຫັນນະຄອນນັ້ນ ແລະ ອັດສະຈັນໃຈ;ພວກເຂົາພາກັນໜີໄປດ້ວຍຄວາມຢ້ານ.6ພວກເຂົາຕົວສັ່ນ,ເຈັບປວດເໝືອນດັ່ງແມ່ຍິງທີ່ກຳລັງເກີດລູກ.7ພຣະອົງໄດ້ທຳລາຍພວກເຂົາໃຫ້ເປັນເໝືອນເຮືອແຫ່ງຕາກຊິດເຊິ່ງແຕກເປັນປ່ຽງໆດ້ວຍລົມທີ່ພັດມາແຕ່ທິດຕາເວັນອອກ.8ພວກເຮົາໄດ້ຍິນມາຢ່າງໃດພວກເຮົາກໍໄດ້ເຫັນຢ່າງນັ້ນໃນນະຄອນຂອງພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່,ໃນນະຄອນຂອງພຣະເຈົ້າຂອງພວກເຮົາພຣະເຈົ້າເຮັດໃຫ້ນະຄອນນັ້ນປອດໄພຕະຫລອດໄປ.9ຂ້າແດ່ພຣະເຈົ້າ ພາຍໃນວິຫານຂອງພຣະອົງພວກຂ້ານ້ອຍສຳນຶກເຖິງຄວາມຮັກໝັ້ນຄົງຂອງພຣະອົງ.10ຂ້າແດ່ພຣະເຈົ້າ ເຊັ່ນດຽວກັບນາມຂອງພຣະອົງຄຳສັນລະເສີນຂອງພຣະອົງກໍໄປເຖິງສຸດປາຍແຜ່ນດິນໂລກ.ມືຂວາຂອງພຣະອົງເຕັມດ້ວຍຄວາມຊອບທຳ.11ພູເຂົາຊີໂອນຊື່ນຊົມຍິນດີຊາວຢູດາປີຕິຍິນດີເພາະການພິພາກສາຂອງພຣະອົງ.12ຈົ່ງຍ່າງອ້ອມຊີໂອນ ໄປໃຫ້ທົ່ວ,ນັບຈຳນວນຫໍຄອຍໃນເມືອງນັ້ນ13ສັງເກດເບິ່ງເທີນທ່ຽວເບິ່ງປ້ອມປ້ອງກັນເພື່ອທ່ານຈະໄດ້ເລົ່າໃຫ້ຄົນລຸ້ນຕໍ່ໄປຟັງ14ເພາະວ່າພຣະເຈົ້າອົງນີ້ເປັນພຣະເຈົ້າຂອງພວກເຮົາຕະຫລອດການ.ພຣະອົງຈະເປັນຜູ້ນຳທາງຂອງພວກເຮົາຈົນເຖິງທີ່ສຸດ.Biblica, Inc.