ເພງສັນລະເສີນ47

(ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ)

1ທຸກ​ຊົນຊາດ ຈົ່ງ​ຕົບ​ມື​ຂອງ​ຕົນຈົ່ງ​ໂຫ່​ຮ້ອງ​ຍິນດີ​ແດ່​ພຣະເຈົ້າ.
2ເພາະ​ພຣະເຈົ້າ​ຢາເວ​ຜູ້​ສູງສຸດ​ນັ້ນ​ໜ້າ​ຢຳເກງເປັນ​ກະສັດ​ຜູ້​ຍິ່ງ​ໃຫຍ່​ເໜືອ​ແຜ່ນດິນ​ໂລກ!3ພຣະອົງ​ໄດ້​ປາບ​ຊົນຊາດ​ທັງຫລາຍ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຮົາ,ປາບ​ຄົນ​ທັງຫລາຍ​ໃຫ້​ຢູ່​ໃຕ້​ຕີນ​ຂອງ​ພວກເຮົາ.4ພຣະອົງ​ໄດ້​ເລືອກ​ມໍລະດົກ​ຂອງ​ພວກເຮົາ​ໃຫ້​ແກ່​ພວກເຮົາ,ເຊິ່ງ​ເປັນ​ຄວາມ​ພາກ​ພູມໃຈ​ຂອງ​ຢາໂຄບ​ຜູ້​ທີ່​ພຣະອົງ​ຮັກ.
5ພຣະເຈົ້າ​ໄດ້​ຂຶ້ນ​ທ່າມກາງ​ສຽງ​ໂຫ່​ຮ້ອງ​ຍິນດີພຣະເຈົ້າ​ຂຶ້ນ​ທ່າມກາງ​ສຽງ​ແກ.6ຈົ່ງ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ຈົ່ງ​ຮ້ອງ​ສັນລະເສີນຈົ່ງ​ຮ້ອງເພງ​ສັນລະເສີນ​ກະສັດ​ຂອງ​ພວກເຮົາ ຈົ່ງ​ຮ້ອງ​ສັນລະເສີນ.7ເພາະ​ພຣະເຈົ້າ​ເປັນ​ກະສັດ​ຢູ່​ເໜືອ​ແຜ່ນດິນ​ໂລກ;ຈົ່ງ​ຮ້ອງ​ເພງສັນລະເສີນ ສັນລະເສີນ​ພຣະອົງ.
8ພຣະເຈົ້າ​ຄອບຄອງ​ຢູ່​ເໜືອ​ຊົນຊາດ​ທັງຫລາຍ.ພຣະເຈົ້າ​ນັ່ງ​ຢູ່​ເທິງ​ບັນລັງ​ບໍລິສຸດ​ຂອງ​ພຣະອົງ.9ບັນດາ​ເຈົ້ານາຍ​ຂອງ​ຊົນຊາດ​ທັງຫລາຍ​ຮ່ວມ​ຊຸມນຸມ​ກັນເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຂອງ​ອັບຣາຮາມເພາະ​ວ່າ​ກະສັດ  ​ທັງຫລາຍ​ຂອງ​ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະເຈົ້າພຣະອົງ​ເປັນ​ທີ່​ເທີດທູນ​ສູງສຸດ.

Biblica, Inc.

https://app.library.bible/content/eab9312f9f16b3a2