ເພງສັນລະເສີນ46
(ເຖິງຫົວໜ້ານັກຮ້ອງ ບົດເພງຂອງລູກຊາຍຂອງໂກຣາ ຕາມທຳນອງອາລາໂມດ )
1ພຣະເຈົ້າເປັນທີ່ລີ້ໄພ ແລະ ເປັນກຳລັງຂອງພວກເຮົາເປັນຄວາມຊ່ວຍເຫລືອທີ່ພ້ອມສະເໝີໃນຍາມເດືອດຮ້ອນ.2ເຫດສະນັ້ນ ພວກເຮົາຈະບໍ່ຢ້ານ ເຖິງແມ່ນວ່າໂລກຈະສັ່ນສະເທືອນແລະ ພູເຂົາຈະເຈື່ອນລົງສູ່ໃຈກາງທະເລ,3ເຖິງແມ່ນວ່າມະຫາສະຫມຸດຈະສົ່ງສຽງດັງກ້ອງ ແລະ ຊັດເປັນຟອງແລະ ພູເຂົາກໍສະທ້ານຫວັ່ນໄຫວ.4ມີແມ່ນ້ຳສາຍໜຶ່ງທີ່ໃຫ້ຄວາມຍິນດີແກ່ນະຄອນຂອງພຣະເຈົ້າ,ເຊິ່ງເປັນບ່ອນບໍລິສຸດຂອງອົງຜູ້ສູງສຸດຢູ່.5ພຣະເຈົ້າຢູ່ໃນນະຄອນນັ້ນ, ນະຄອນຈະບໍ່ຫລົ້ມຈົມ.ພຣະເຈົ້າຈະຊ່ວຍນະຄອນນັ້ນໃນຍາມຮຸ່ງເຊົ້າ.6ຊົນຊາດທັງຫລາຍສັບສົນວຸ້ນວາຍ, ອານາຈັກຕ່າງໆຫລົ້ມຈົມ;ພຣະເຈົ້າເປັ່ງສຽງຂອງພຣະອົງ ແຜ່ນດິນໂລກກໍລະລາຍໄປ.7ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຢູ່ກັບພວກເຮົາ;ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກເຮົາ.8ຈົ່ງມາ ແລະ ມາເບິ່ງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດ,ເບິ່ງຄວາມຮົກຮ້າງທີ່ພຣະອົງນຳມາສູ່ໂລກ.9ພຣະອົງເຮັດໃຫ້ສົງຄາມຢຸດຕິໄປສຸດປາຍແຜ່ນດິນໂລກ.ພຣະອົງຫັກຄັນທະນູ ແລະ ເຮັດໃຫ້ຫອກຫັກ;ພຣະອົງໄດ້ເຜົາໂລ່ ດ້ວຍໄຟ.10“ຈົ່ງສະຫງົບ ແລະ ຮູ້ວ່າເຮົາເປັນພຣະເຈົ້າເຮົາຈະໄດ້ຮັບການຍົກຍ້ອງທ່າມກາງບັນດາຊົນຊາດທັງຫລາຍ,ເຮົາຈະໄດ້ຮັບການຍົກຍ້ອງໃນໂລກ”.11ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຢູ່ກັບພວກເຮົາ;ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກເຮົາ.Biblica, Inc.