ເພງສັນລະເສີນ45

(ເຖິງ​ຫົວໜ້າ​ນັກຮ້ອງ ທຳນອງ “ລີລາ” ມັດຄິນ ​ຂອງ​ລູກຊາຍ​ຂອງ​ໂກຣາ ເພງ​ແຕ່ງງານ)

1ຫົວໃຈ​ຂອງ​ຂ້ານ້ອຍ​ປ່ຽມ​ດ້ວຍ​ເລື່ອງ​ລາວ​ອັນ​ສູງ​ສົ່ງຂະນະ​ທີ່​ຂ້ານ້ອຍ​ທ່ອງ​ຄຳ​ກາບກອນ​ມອບ​ແດ່​ກະສັດ;ລີ້ນ​ຂອງ​ຂ້ານ້ອຍ​ຄື​ປາກກາ​ຂອງ​ນັກຂຽນ​ທີ່​ມີ​ທັກສະ.
2ພຣະອົງ​ເລີດລ້ຳ​ທີ່​ສຸດ​ໃນ​ທ່າມກາງ​ມະນຸດແລະ ຮິມສົບ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການ​ເຈີມ​ດ້ວຍ​ຄວາມ​ເມດຕາ,ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ພຣະອົງ​ຕະຫລອດ​ໄປ.
3ຂໍ​ໃຫ້​ຂັດ​ດາບ​ຂອງ​ພຣະອົງ​ໄວ້​ທີ່​ຂ້າງ​ຂອງ, ພຣະອົງ​ຜູ້​ຍິ່ງໃຫຍ່ຂໍ​ໃຫ້​ສວມ​ພຣະອົງ​ເອງ​ດ້ວຍ​ຄວາມ​ສະຫງ່າງາມ ແລະ ບາລະມີ.4ມຸ່ງໜ້າ​ໄປ​ຢ່າງ​ມີ​ໄຊ​ດ້ວຍ​ບາລະມີ​ຂອງ​ພຣະອົງມຸ່ງໜ້າ​ໄປ​ໃນ​ນາມ​ແຫ່ງ​ຄວາມຈິງ ຄວາມ​ອ່ອນ​ສຸພາບ ແລະ ຄວາມ​ຊອບທຳ;ຂໍ​ໃຫ້​ມື​ຂວາ​ຂອງ​ພຣະອົງ​ສະແດງ​ພາລະກິດ​ອັນ​ອັດສະຈັນ.5ຂໍ​ໃຫ້​ລູກສອນ​ອັນ​ແຫລມ​ຄົມ​ຂອງ​ພຣະອົງ​ແທງ​ທະລຸ​ຫົວໃຈ​ຂອງ​ສັດຕູ​ຂອງ​ພຣະອົງ;ຂໍ​ໃຫ້​ປະຊາຊາດ​ທັງຫລາຍ​ລົ້ມ​ລົງ​ທີ່​ຕີນ​ຂອງ​ພຣະອົງ.6ຂ້າແດ່​ພຣະເຈົ້າ ບັນລັງ​ຂອງ​ພຣະອົງ  ​ຈະ​ຍືນ​ຍົງ​ເປັນນິດພຣະອົງ​ຈະ​ປົກຄອງ​ອານາຈັກ​ດ້ວຍ​ຄາທາ​ແຫ່ງ​ຄວາມ​ຍຸຕິທຳ.7ພຣະອົງ​ຮັກ​ຄວາມ​ຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວຮ້າຍ;ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ​ຈຶ່ງ​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ.ໂດຍ​ໄດ້​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມ​ຊື່ນຊົມຍິນດີ.8ເສື້ອຄຸມ​ທັງໝົດ​ຂອງ​ພຣະອົງ​ຫອມ​ກຸ້ມ​ດ້ວຍ​ກິ່ນ​ຢາງໄມ້ຫອມ, ກິດສະໜາ ແລະ ກິ່ນ​ກາລະບູນ.ສຽງ​ດົນຕີ​ປະເພດ​ສາຍ​ຈາກ​ວັງ​ທີ່​ປະດັບ​ດ້ວຍ​ງາຊ້າງເຮັດ​ໃຫ້​ພຣະອົງ​ຍິນດີ.9ລູກສາວ​ຂອງ​ບັນດາ​ກະສັດ​ກໍ​ຢູ່​ທ່າມກາງ​ບັນດາ​ແມ່ຍິງ​ຊັ້ນສູງ​ຂອງ​ຂອງ​ພຣະອົງ.ເບື້ອງ​ຂວາ​ມື​ຂອງ​ພຣະອົງ​ແມ່ນ​ເຈົ້າສາວ​ຜູ້​ໃສ່​ເຄື່ອງ​ປະດັບ​ຄຳ​ຈາກ​ເມືອງ​ໂອຟີ.
10ເຈົ້າສາວ, ຂໍ​ໃຫ້​ຟັງ ແລະ ວິເຄາະ​ເບິ່ງ​ວ່າ:ຂໍ​ໃຫ້​ລືມ​ຄົນ​ຂອງ​ເຈົ້າ ແລະ ລືມ​ບ້ານ​ຂອງ​ບິດາ​ຂອງ​ເຈົ້າ.11ໃຫ້​ກະສັດ​ໄດ້​ພໍໃຈ​ໃນ​ຄວາມ​ງາມ​ຂອງ; ເຈົ້າຂໍ​ຖວາຍ​ກຽດ​ແດ່​ພຣະອົງ​ເພາະ​ເປັນ​ເຈົ້ານາຍ​ຂອງ​ເຈົ້າ.12ຊາວ​ເມືອງ​ຕີເຣ​ຈະ​ນຳ​ເອົາ​ຂອງຂັວນ​ມາ​ໃຫ້ຄົນ​ຮັ່ງມີ​ຈະ​ສະແຫວງຫາ​ຄວາມ​ຄວາມ​ພໍໃຈ​ຈາກ​ເຈົ້າ.13ເຈົ້າ​ຍິງ​ຄູ່​ແຕ່ງງານ​ຊ່າງ​ງາມ​ສະຫງ່າ​ຢູ່​ພາຍໃນ​ຫ້ອງ​ຂອງ​ຕົນ;ຊຸດ​ຂອງ​ນາງ​ແມ່ນ​ຕ່ຳ​ດ້ວຍ​ຄຳ.14ໃນ​ຊຸດ​ປັກແສ່ວ​ງົດງາມ ນາງ​ຖືກ​ນຳ​ໄປ​ພົບ​ກະສັດ;ພ້ອມ​ດ້ວຍ​ຂະບວນ​ຂອງ​ສາວ​ບໍລິສຸດຄົນ​ເຫລົ່ານັ້ນ​ໄດ້​ຖືກ​ນຳ​ໄປ​ພ້ອມ​ກັບ​ນາງ15ເປັນ​ຂະບວນ​ພິທີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນຊົມຍິນດີ ແລະ ຍິນດີ,ພວກເຂົາ​ໄດ້​ເຄື່ອນ​ຂະບວນ​ເຂົ້າ​ສູ່​ວັງ​ຂອງ​ກະສັດ.
16ບັນດາ​ລູກຊາຍ​ຂອງ​ພຣະອົງ​ຈະ​ຂຶ້ນ​ປົກຄອງ​ແທນ​ບັນພະບຸລຸດ​ຂອງ​ພຣະອົງ.ແລະ ພຣະອົງ​ຈະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ເຈົ້ານາຍ​ທົ່ວ​ແຜ່ນດິນ.
17ຂ້ານ້ອຍ​ຈະ​ເຮັດ​ໃຫ້​ຊື່​ສຽງ​ຂອງ​ພຣະອົງ​ຍືນຍົງ​ຕະຫລອດ​ໄປ​ທຸກ​ຊົ່ວ​ອາຍຸ​ຄົນ.ເຫດສະນັ້ນ ຊົນຊາດ​ທັງຫລາຍ​ຈະ​ສັນລະເສີນ​ພຣະອົງ​ຕະຫລອດ​ໄປ​ເປັນນິດ.

Biblica, Inc.

https://app.library.bible/content/eab9312f9f16b3a2